ຄລີນິກ ພອນທິດາ-Phonethida Clinic

ຄລີນິກ ພອນທິດາ-Phonethida Clinic Contact information, map and directions, contact form, opening hours, services, ratings, photos, videos and announcements from ຄລີນິກ ພອນທິດາ-Phonethida Clinic, Medical and health, ບ້ານ ສົງເປືອຍເໜືອ, ນະຄອນຫຼວງວຽງຈັນ.

ບໍລິການກວດ, ບົ່ງມະຕິ ແລະ ປິ່ນປົວພະຍາດ ເປີດ24 ຊົ່ວໂມງ

ວິໄສທັດ:ເພື່ອເປັນຄລີນິກທີ່ໃຫ້ການບໍລິການທາງດ້ານການແພດແບບຄົບວົງຈອນທີ່ເຊື່ອຖືໄດ້ໃນນະຄອນຫລວງວຽງຈັນ ແລະ ທົ່ວປະເທດລາວ.

ຄະນະບໍລິຫານ ແລະ ທີມງານຄຣີນິກພອນທິດາ ຂໍອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງ...
09/08/2026

ຄະນະບໍລິຫານ ແລະ ທີມງານຄຣີນິກພອນທິດາ ຂໍອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ແລະ ເປັນຜູ້ສືບທອດເຮັດພາລະກິດປະຕິວັດຈາກບິດາໄດ້ຢ່າງດີເລີດ.

📣 ຄລີນິກ ພອນທິດາ ປະກາດຮັບສະໝັກເພື່ອນຮ່ວມງານ 📣ເພື່ອຮອງຮັບການຂະຫຍາຍຕົວ ແລະ ຍົກລະດັບການບໍລິການປິ່ນປົວໃຫ້ມີປະສິດທິພາບສູງຂຶ້ນ...
18/07/2026

📣 ຄລີນິກ ພອນທິດາ ປະກາດຮັບສະໝັກເພື່ອນຮ່ວມງານ 📣
ເພື່ອຮອງຮັບການຂະຫຍາຍຕົວ ແລະ ຍົກລະດັບການບໍລິການປິ່ນປົວໃຫ້ມີປະສິດທິພາບສູງຂຶ້ນ, ຄລີນິກ ພອນທິດາ ຕ້ອງການເພື່ອນຮ່ວມງານທີ່ມີຄວາມຮູ້, ຄວາມສາມາດ ແລະ ໃຈຮັກໃນງານບໍລິການຕຳແໜ່ງຕ່າງໆ ດັ່ງນີ້:
💼 ຕຳແໜ່ງທີ່ເປີດຮັບສະໝັກ:
1. ທ່ານໝໍປິ່ນປົວທົ່ວໄປ — ຈຳນວນ 1 ທ່ານ
2. ທ່ານໝໍຊ່ຽວຊານປະສູດ ແລະ ພະຍາດຍິງ-ແມ່ ແລະ ເດັກ — ຈຳນວນ 1 ທ່ານ
3. ຜະດຸງຄັນ (Midwife) — ຈຳນວນ 2 ທ່ານ
4. ການຢາ (Pharmacist) — ຈຳນວນ 1 ທ່ານ
5. ການຕະຫລາດ ແລະ ການຂາຍ ຈໍານວນ 1 ທ່ານ
📋 ຄຸນສົມບັດທົ່ວໄປ:
ຈົບການສຶກສາວິຊາສະເພາະໃນຕຳແໜ່ງທີ່ກ່ຽວຂ້ອງ (ມີໃບຢັ້ງຢືນການສຶກສາ ຫຼື ໃບປະກອບວິຊາຊີບ).
ມີຄວາມຮັບຜິດຊອບສູງ, ມະນຸດສຳພັນດີ ແລະ ຮັກໃນການບໍລິການຄົນເຈັບ.
ຫາກມີປະສົບການເຮັດວຽກໃນຂະແໜງການທີ່ກ່ຽວຂ້ອງຈະພິຈາລະນາເປັນພິເສດ.
💵 ສະຫວັດດີການ ແລະ ສິດປະໂຫຍດ:
ເງິນເດືອນ ແລະ ຄ່າຕອບແທນ (ອີງຕາມໂຄງສ້າງ ແລະ ປະສົບການ).
ສະພາບແວດລ້ອມການເຮັດວຽກທີ່ອົບອຸ່ນ ແລະ ເປັນມືອາຊີບ.
(ສາມາດເພີ່ມລາຍລະອຽດສະຫວັດດີການອື່ນໆ ໄດ້ຕາມຄວາມເໝາະສົມ).
📥 ເອກະສານປະກອບການສະໝັກ:
ປະຫວັດຫຍໍ້ (CV) ພ້ອມຮູບຖ່າຍປັດຈຸບັນ.
ໃບປະກາດສະນີຍະບັດ ແລະ ໃບຄະແນນ (Transcript).
ໃບຜ່ານງານ ຫຼື ເອກະສານຢັ້ງຢືນອື່ນໆ (ຖ້າມີ).
📞 ຕິດຕໍ່ສອບຖາມ ແລະ ຍື່ນເອກະສານ:
ສະຖານທີ່: ຄລີນິກ ພອນທິດາ
ເບີໂທ /ວອດແອັບ 02098269789

ກຳນົດປິດຮັບສະໝັກ: ວັນທີ 30/7/2026

ພາວະມົດລູກອັກເສບ” (Pelvic Inflammatory Disease - PID) ແມ່ນການຕິດເຊື້ອໃນລະບົບສືບພັນເພດຍິງທີ່ບໍ່ຄວນເບິ່ງຂ້າມ ເພາະຖ້າປ່ອຍໄວ...
10/05/2026

ພາວະມົດລູກອັກເສບ” (Pelvic Inflammatory Disease - PID) ແມ່ນການຕິດເຊື້ອໃນລະບົບສືບພັນເພດຍິງທີ່ບໍ່ຄວນເບິ່ງຂ້າມ ເພາະຖ້າປ່ອຍໄວ້ດົນອາດສົ່ງຜົນກະທົບຕໍ່ການມີລູກໃນອະນາຄົດ.
ນີ້ແມ່ນຈຸດສຳຄັນທີ່ຜູ້ຍິງຄວນໃສ່ໃຈເປັນພິເສດ:
1. ສັງເກດອາການເຕືອນທີ່ຜິດປົກກະຕິ
ອາການຂອງມົດລູກອັກເສບມັກຈະສະແດງອອກດັ່ງນີ້:
ອາການເຈັບທ້ອງນ້ອຍ: ເຈັບຕອດໆ ຫຼື ເຈັບໜ່ວງບໍລິເວນທ້ອງນ້ອຍ (Pelvic pain).
ຕົກຂາວຜິດປົກກະຕິ: ມີປະລິມານຫຼາຍ, ມີກິ່ນເໝັນ, ຫຼື ມີສີທີ່ປ່ຽນໄປ (ເຊັ່ນ: ສີເຫຼືອງ ຫຼື ສີຂຽວ).
ເລືອດອອກຜິດປົກກະຕິ: ມີເລືອດອອກໃນໄລຍະທີ່ບໍ່ແມ່ນຮອບເດືອນ ຫຼື ເລືອດອອກຫຼັງມີເພດສຳພັນ.
ອາການຮ່ວມອື່ນໆ: ອາດມີອາການໄຂ້, ໜາວສັ່ນ, ຫຼື ເຈັບເວລາປັດສະວະ.
2. ສາເຫດ ແລະ ປັດໄຈສ່ຽງ
ການຕິດເຊື້ອຈາກເພດສຳພັນ (STIs): ສ່ວນໃຫຍ່ເກີດຈາກເຊື້ອໜອງໃນ (Chlamydia ຫຼື Gonorrhea) ທີ່ແຜ່ລາມຈາກປາກມົດລູກຂຶ້ນໄປຫາທໍ່ສົ່ງໄຂ່ ແລະ ມົດລູກ.
ການປ່ຽນຄູ່ສຳພັນເລື້ອຍໆ: ເພີ່ມໂອກາດໃນການຮັບເຊື້ອແບັກທີເລຍທີ່ແຕກຕ່າງກັນ.
ການສີດລ້າງຊ່ອງຄອດ: ການເຮັດອະນາໄມພາຍໃນຊ່ອງຄອດຫຼາຍເກີນໄປຈະໄປທຳລາຍແບັກທີເລຍດີ (Lactobacillus), ເຮັດໃຫ້ເຊື້ອພະຍາດເຕີບໂຕໄດ້ງ່າຍຂຶ້ນ.
3. ການເບິ່ງແຍງ ແລະ ປ້ອງກັນ
ໃຊ້ຖົງຢາງອະນາໄມ: ເປັນວິທີທີ່ດີທີ່ສຸດໃນການປ້ອງກັນການຕິດເຊື້ອຈາກເພດສຳພັນ.
ກວດສຸຂະພາບພາຍໃນປະຈຳປີ: ເພື່ອກວດຫາເຊື້ອແບັກທີເລຍ ຫຼື ຄວາມຜິດປົກກະຕິຕັ້ງແຕ່ໄລຍະເລີ່ມຕົ້ນ.
ຮັກສາຄວາມສະອາດໃຫ້ຖືກວິທີ: ລ້າງອະໄວຍະວະເພດດ້ວຍນ້ຳສະອາດພຽງແຕ່ພາຍນອກ ແລະ ຊັບໃຫ້ແຫ້ງ, ຫຼີກເວັ້ນການໃຊ້ສະບູທີ່ມີນ້ຳຫອມແຮງ ຫຼື ການສີດລ້າງພາຍໃນ.
ຖ້າສົງໄສວ່າຕິດເຊື້ອ: ຄວນໄປພົບແພດທັນທີເພື່ອຮັບຢາປະຕິຊີວະນະ (Antibiotics) ໃຫ້ຄົບຕາມກຳນົດ ແລະ ຄວນພາຄູ່ສຳພັນໄປກວດຮ່ວມດ້ວຍ ເພື່ອປ້ອງກັນການຕິດເຊື້ອຊ້ຳຄືນ.
4. ຜົນກະທົບໄລຍະຍາວຖ້າບໍ່ຮັກສາ
ຖ້າປ່ອຍໃຫ້ເປັນຊ້ຳເຮື້ອ ອາດເຮັດໃຫ້ເກີດພັງຜືດໃນທໍ່ສົ່ງໄຂ່ ເຊິ່ງເປັນສາເຫດຂອງ:
ພາວະມີລູກຍາກ (Infertility).
ການຖືພາໃກ້ທໍ່ (Ectopic pregnancy).
ອາການເຈັບທ້ອງນ້ອຍຊ້ຳເຮື້ອ. #ຮັກສາສຸຂະພາບ #ວັກຊີນປ້ອງກັນໄຂ້ຫວັດໃຫ່ຍ4ສາຍພັນ

24/04/2026

ຂໍຂອບໃຈພໍ່ແມ່ ປະຊາຊົນທີ່ເຊື່ອຫມັ້ນຄຣີນິກພອນທິດາພວກເຮົາ, ຄຣີນິກພອນທິດາບໍ່ໄດ້ເຮັດເພື່ອຫາເງິນຫວັງລວຍ ແຕ່ເຮັດເພື່ອສ້າງການບໍລິການສຸຂະພາບໃຫ້ພໍ່ແມ່ປະຊາຊົນເຂົ້າເຖິງການບໍລິການສຸຂະພາບໄດ້ງ່າຍ. ເງິນທີ່ໄດ້ມາ ຖືກແບ່ງໄປຊ່ວຍຄົນທຸກຈົນ, ໃຫ້ທີມງານໄດ້ເບິ່ງແຍງຄອບຄົວ, ພັດທະນາຄວາມຮູ້ ແລະ ຊື້ເຄື່ອງມືທັນສະໄໝ. ທີ່ສໍາຄັນ ຄຣີນິກພອນທິດາເປີດບໍລິການ 24 ຊົ່ວໂມງ ເພື່ອຮອງຮັບຄົນເຈັບໄດ້ທຸກເວລາ. ຄຣີນິກພວກເຮົາເຮັດດ້ວຍຄວາມຊື່ສັດ ບໍ່ເຄີຍຫລອກລວງ ຫຼື ປິດບັງຄົນເຈັບ.
ຄຣີນິກ ພວກເຮົາມີທັງຫມົດ 3 ສາຂາຄື
1. ສາຂາ 01: ຕັ້ງບ້ານ ສົງເປືອຍເຫນືອ, ເມືອງ ນາຊາຍທອງ, ນະຄອນຫລວງວຽງວຽງຈັນ
2. ສາຂາ 02: ຕັ້ງຢູ່ບ້ານ ຫນອງປຸ່ງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
3. ສາຂາ03: ຕັ້ງຢູ່ບ້ານ ໂພນງາມ, ເມືອງ ຫມື່ນ ແຂວງ ວຽງຈັນ

ຄຣີນິກ ພອນທິດາ ເປີດຮັບສະໝັກເພື່ອນຮ່ວມງານ! 🏥ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ແລະ ຮັກໃນການບໍລິການ ເພື່ອມາ...
02/04/2026

ຄຣີນິກ ພອນທິດາ ເປີດຮັບສະໝັກເພື່ອນຮ່ວມງານ! 🏥
ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ແລະ ຮັກໃນການບໍລິການ ເພື່ອມາເປັນສ່ວນໜຶ່ງໃນການເຕີບໂຕໄປພ້ອມກັບພວກເຮົາ.
💼 ຕຳແໜ່ງທີ່ເປີດຮັບ: (ທັງໝົດ 4 ອັດຕາ)
1. ທ່ານໝໍ (ແພດປິ່ນປົວທົ່ວໄປ): 02 ອັດຕາ 🩺
2. ພະຍາບານ: 02 ອັດຕາ 👩‍⚕️👨‍⚕️
✅ ຄຸນສົມບັດທີ່ພວກເຮົາຊອກຫາ:
• ຈົບການສຶກສາໃນຂະແໜງການທີ່ກ່ຽວຂ້ອງ.
• ມີປະສົບການໃນການເຮັດວຽກຕົວຈິງ.
• ມີມະນຸດສຳພັນດີ, ຍິ້ມແຍ້ມແຈ່ມໃສ ແລະ ຮັກການບໍລິການ.
• ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.
🎁 ສິ່ງທີ່ຈະໄດ້ຮັບ:
• ເງິນເດືອນດີ (ຕາມຄວາມສາມາດ ແລະ ປະສົບການ).
• ສະຫວັດດີການຕ່າງໆຕາມນະໂຍບາຍຂອງຄລີນິກ.
📩 ສົນໃຈສອບຖາມຂໍ້ມູນເພີ່ມເຕີມ ຫຼື ສະໝັກໄດ້ທີ່:
📞 ໂທ: 020 9826 9789
📱 Facebook: ຄລີນິກພອນທິດາ - Phonethida Clinic
💬 Line:
📍 ມາຮ່ວມເປັນສ່ວນໜຶ່ງຂອງຄອບຄົວ Phonethida Clinic ເພື່ອມອບການບໍລິການດ້ານສຸຂະພາບທີ່ດີທີ່ສຸດໃຫ້ກັບສັງຄົມນຳກັນ!
#ຮັບສະໝັກພະນັກງານ #ຮັບສະໝັກທ່ານໝໍ #ຮັບສະໝັກພະຍາບານ #ຄລີນິກພອນທິດາ #ວຽກດີເງິນດີ #ປະກາດຮັບສະໝັກງານ

ຂອບໃຈ ພໍ່ແມ່ ພີ່ນ້ອງປະຊາຊົນ ທີ່ໃຫ້ຄວາມເຊື່ອຫມັ້ນ ແລະ ສະຫນັບສະຫນູນ ຄຣີນິກ ພອນທິດາ ຂອງພວກເຮົາ ດ້ວຍດີຕະຫລອດມາບໍລິການກວດ,ບົ່...
26/03/2026

ຂອບໃຈ ພໍ່ແມ່ ພີ່ນ້ອງປະຊາຊົນ ທີ່ໃຫ້ຄວາມເຊື່ອຫມັ້ນ ແລະ ສະຫນັບສະຫນູນ ຄຣີນິກ ພອນທິດາ ຂອງພວກເຮົາ ດ້ວຍດີຕະຫລອດມາ

ບໍລິການກວດ,ບົ່ງມະຕິ ແລະ ປິ່ນປົວພະຍາດຄົບວົງຈອນ

ຄຣີນິກ ພອນທິດາ ເປີດບໍລິການຕະຫລອດ 24 ຊົ່ວໂມງ
ເບີໂທ 020 9826 9789

1. ທ່ານໝໍ ຊ່ຽວຊານພາຍໃນ (01 ອັດຕາ)• ເງື່ອນໄຂ: * ຈົບການແພດປິ່ນປົວທົ່ວໄປ ຫຼື ເປັນໝໍຊ່ຽວຊານ.• ມີໃບປະກອບວິຊາຊີບຖືກຕ້ອງ.• ສາມາ...
03/03/2026

1. ທ່ານໝໍ ຊ່ຽວຊານພາຍໃນ (01 ອັດຕາ)
• ເງື່ອນໄຂ: * ຈົບການແພດປິ່ນປົວທົ່ວໄປ ຫຼື ເປັນໝໍຊ່ຽວຊານ.
• ມີໃບປະກອບວິຊາຊີບຖືກຕ້ອງ.
• ສາມາດປະຈຳການ ແລະ ເຂົ້າຍາມກາງຄືນໄດ້.
• ສຸຂະພາບແຂງແຮງ, ມີຄວາມຮັບຜິດຊອບສູງ.
2. ພະນັກງານ ການຕະຫຼາດ ແລະ ການຂາຍ (01 ອັດຕາ)
• ມີເອກະສານຄົບຖ້ວນ ແລະ ພ້ອມເລີ່ມວຽກໄດ້ທັນທີ.
💰 ສະຫວັດດີການ ແລະ ລາຍໄດ້
ພວກເຮົາຈັດເຕັມເລື່ອງສະຫວັດດີການ ເພື່ອຄວາມເປັນຢູ່ທີ່ດີຂອງພະນັກງານ:
• ✅ ເງິນເດືອນພື້ນຖານ (Base Salary)
• ✅ ມີເງິນຍາມ, ເງິນກິນເຂົ້າ ແລະ ເງິນເອໂກ (Eco)
• ✅ ມີເງິນໂບນັດ, ມີເງິນເຄດ (Credit)
• ✅ ພິເສດ: ຫໍພັກຫ້ອງແອ ຢູ່ຟຣີ!
• ✅ ໂບນັດປະຈຳປີ (1 ຄັ້ງ/ປີ) ແລະ ສະຫວັດດີການອື່ນໆ ອີກຫຼາກຫຼາຍ.
📝 ເອກະສານປະກອບການສະໝັກ
1. ໃບປະກາດ ແລະ ໃບຄະແນນ.
2. ໃບປະກອບວິຊາຊີບ (ສຳລັບຕຳແໜ່ງທ່ານໝໍ).
3. ສຳເນົາສຳມະໂນຄົວ (ພ້ອມຕິດຮູບ).
📅 ກຳນົດການສະໝັກ: ວັນທີ 4 - 15 ກຸມພາ ນີ້
⏰ ເວລາພົວພັນ: 08:30 - 11:00 ໂມງ (ຊ່ວງເຊົ້າ)
📍 ສະຖານທີ່: ຄລີນິກ ພອນທິດາ
📞 ໂທສອບຖາມຂໍ້ມູນເພີ່ມເຕີມ: 020 98269789

07/02/2026

ບັນຍາກາດຂອງເຊົ້າວັນເສົາມື້ນີ້ ຂອບໃຈລູກຄ້າທຸກທ່ານທີ່ເຊື່ອຫມັ້ນແລະໄວ້ໃຈໃຫ້ທາງຄລີນິກຂອງພວກເຮົາດູແລ ຮັກສາ ຮ່າງກາຍຂອງທ່ານມາຕະຫລອດປີ 🥰

ສະບາຍດີຄລີນິກ ພອນທິດາ ຕ້ອງການເພື່ອນຮ່ວມງານ ທ່ານຫມໍ ຈໍານວນ 02 ທ່ານ,ວິເຄາະ 01 ທ່ານ ພະຍາບານ 1 ທ່ານ, ການຕະຫລາດ ແລະ ການຂາຍ 01...
05/02/2026

ສະບາຍດີຄລີນິກ ພອນທິດາ ຕ້ອງການເພື່ອນຮ່ວມງານ
ທ່ານຫມໍ ຈໍານວນ 02 ທ່ານ,
ວິເຄາະ 01 ທ່ານ
ພະຍາບານ 1 ທ່ານ,
ການຕະຫລາດ ແລະ ການຂາຍ 01
ເອກະສານຄົບ ພ້ອມເລີ່ມວຽກທັນທີ່
ເງິນເດືອນພື້ນຖານ ເລີ່ມຕົ້ນ 6.000.0000-8.000.0000 ກີບ‼️
ລາຍໄດ້ສະເລ່ຍ 10,000,000-19.000.000ກີບ ‼️

-ມີເງິນຍາມ
- ມີເງິນກີນເຂົ້າ
- ມີເງິນເອໂກ
- ມີເງິນໂບນັດ
- ມີເງິນເຄດ
- ມີຫໍພັກຫ້ອງແອໃຫ້ຢູ່ຟຣີ
- ມີເງິນໂບນັດ 1ຄັ້ງຕໍ່ປີ
- ແລະ ສະຫວັດດີການອື່ນໆອີກຫຼາກຫຼາຍ

ພ້ອມເຂົ້າມາຫຼືຍັງ ?
ເປີດຮັບສະໝັກວັນທີ 6-15ກຸມພາ ນີ້
ເວລາຊ່ວງເຊົ້າ 08:30-11:00 ໂມງ

ເງື່ອນໄຂ
- ຈົບການແພດປິ່ນປົວທົ່ວໄປ ຫລື ຫມໍ ຊ່ຽວຊານ
- ເຂົ້າຍາມກາງຄືນໄດ້
- ສຸຂະພາບແຂງແຮງ

ເອກະສານເບື້ອງຕົ້ນ
- ໃບປະກາດ ໃບຄະແນນ
- ສຳມະໂນຄົວ (ມີຮູບຕິດ)

ຕິດຕໍ່ທີ່ເບີ 020 98269789

ພະຍາດຕັບອັກເສບຈາກໄວຣັດ (Hepatitis) ແມ່ນພະຍາດໜຶ່ງທີ່ພົບເຫັນຫຼາຍໃນ ສປປ ລາວ. ເຊິ່ງເປັນນຶ່ງສາຍເຫດທີ່ພາໃຫ້ເກີດເປັນ ຕັບແຂງ ແລະ...
16/01/2026

ພະຍາດຕັບອັກເສບຈາກໄວຣັດ (Hepatitis) ແມ່ນພະຍາດໜຶ່ງທີ່ພົບເຫັນຫຼາຍໃນ ສປປ ລາວ. ເຊິ່ງເປັນນຶ່ງສາຍເຫດທີ່ພາໃຫ້ເກີດເປັນ ຕັບແຂງ ແລະ ມະເຮັງຕັບ. ໃນໄລຍະຜ່ານມາ ຄລີນິກພອນທິດາ ໄດ້ມີການປິ່ນປົວພະຍາດໄວຣັດຕັບອັກເສບ ບີ (HBV) ແລະ ຊີ (HCV) ດ້ວຍການກວດຊອກຫາເຊື້ອ, ສັກຢາວັກຊີນ ແລະ ໃຊ້ຢາຕ້ານໄວຣັດ ເພື່ອຢັບຢັ້ງການແຜ່ຂອງເຊື້ອ ແລະ ຫຼຸດຜ່ອນຄວາມສ່ຽງການເປັນມະເຮັງຕັບ.
ໃນປັດຈຸບັນນີ້, ຄລີນິກພອນທິດາ ໄດ້ມີການບໍລິການກວດ (Viral Load) ໄວຣັດຕັບອັກເສບ ບີ (HBV) ແລະ ຊີ (HCV) ດ້ວຍການໃຊ້ເຕັກນິກທາງໂມເລກຸນລາ ເພື່ອວັດແທກປະລິມານຂອງເຊື້ອໄວຣັດໃນກະແສເລືອດໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ສາມາດໄດ້ຮັບຜົນການກວດ ພາຍໃນ 1 ມື້ ເຊິ່ງຈະເປັນການກວດເພີ່ມເຕີມອີກອັນໜຶ່ງ ທີ່ຊ່ວຍເຂົ້າໃນການປິ່ນປົວພະຍາດັ່ງກ່າວໃຫ້ດີຂຶ້ນ.
ຫລັງຈາກກວດແລ້ວ ມີບໍລິການປິ່ນປົວດ້ວຍຢາທີ່ມີຄຸນນະພາບສູງ

Address

ບ້ານ ສົງເປືອຍເໜືອ
ນະຄອນຫຼວງວຽງຈັນ
12345

Telephone

+8562098269789

Website

Alerts

Be the first to know and let us send you an email when ຄລີນິກ ພອນທິດາ-Phonethida Clinic posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share