Tamon Shop - ຈໍາໜ່າຍຜະລິດຕະພັນອາຫານເສີມທີ່ສະກັດຈາກທໍາມະຊາດ

Tamon Shop - ຈໍາໜ່າຍຜະລິດຕະພັນອາຫານເສີມທີ່ສະກັດຈາກທໍາມະຊາດ ສະບາຍດີ Tamon Shop ແມ່ນຈໍາໜ່າຍຜະລິດຕະພັນອາຫານເສີມສະກັດຈາກທໍາມະຊາດ ນໍາເຂົ້າຈາກຫວຽດນາມ

29/03/2024

ເສັ້ນເລືອດຫົວໃຈຕີບ ຍ້ອນໄຂມັນໄປເກາະຕາມເສັ້ນເລືອດ
ເລືອດຜ່ານໄປລ້ຽງຫົວໃຈບໍ່ສະດວກ ເຮັດໃຫ້ມີອາການອ່ອນເພຍ
ອິດເມື່ອຍງ່າຍ ບາງເທື່ອເຈັບສຽບຢູ່ໜ້າເອິກ

📌 ຜົງໂກໂກ້  (Cacao) Organic 100%☕️ບໍາລຸງສະໝອງ🧠☕️ບຳລຸງກະດູກ☕️ບຳລຸງຕັບ ຫົວໃຈ❤️☕️ຊ່ວຍລົດໄຂມັນໄດ້ໄວ ເຮັດໃຫ້ຫຸ່ນດີ☕️ຊ່ວຍນອນຫລ...
19/03/2024

📌 ຜົງໂກໂກ້ (Cacao) Organic 100%

☕️ບໍາລຸງສະໝອງ🧠
☕️ບຳລຸງກະດູກ
☕️ບຳລຸງຕັບ ຫົວໃຈ❤️
☕️ຊ່ວຍລົດໄຂມັນໄດ້ໄວ ເຮັດໃຫ້ຫຸ່ນດີ
☕️ຊ່ວຍນອນຫລັບງ່າຍ
☕️ຊ່ວຍຂັບຖ່າຍສະດວກ
☕️ຊ່ວຍໃຫ້ອາລົມດີ ຫຼຸດອາການງຸດງິດໄວທອງ
☕️ສະລໍໄວ ເຮັດໃຫ້ຜິວພັນດີ ໜ້າໃສ ໜ້າເດັກ

_________________________________________

📞ໂທ & ວັອດແອັບ: 020 2818 9959

# ຖ້າສົນໃຈບີບົວແຫ້ງແບບນີ້ສາມາດສັ່ງຊື້ໄດ້ທາງຂໍ້ຄວາມ ຫຼື ພິມຄໍາວ່າສົນໃຈກ້ອງຄອມເມັນໄດ້ເລີຍ.

19/03/2024

ເຫຼົ້າເບຍແລະນ້ຳຕານ
ຄື ຕົ້ນເຫດຂອງ “ໄຂມັນຫຸ້ມຕັບ”
ບໍ່ແມ່ນ ອາຫານໄຂມັນ

ຫາກມີອາການເຈັບຫົວເບື້ອງຊ້າຍຢ່າງຕໍ່ເນື່ອງ ຢ່າປ່ອຍໄວ້ດົນ ເພາະນັ້ນອາດເປັນສັນຍານການເກີດພະຍາດຮ້າຍແຮງໄດ້.1. ເຈັບຫົວເບື້ອງຊ້າຍຫ...
16/03/2024

ຫາກມີອາການເຈັບຫົວເບື້ອງຊ້າຍຢ່າງຕໍ່ເນື່ອງ ຢ່າປ່ອຍໄວ້ດົນ ເພາະນັ້ນອາດເປັນສັນຍານການເກີດພະຍາດຮ້າຍແຮງໄດ້.

1. ເຈັບຫົວເບື້ອງຊ້າຍຫລັງຫູ : ອາດພົບໄດ້ກັບຜູ້ທີ່ເປັນພູມແພ້ ຫລື ພະຍາດທາງເດີນຫາຍໃຈ ເພາະຫາກລະບົບໄຊນັສ ອັກເສບຢູ່ບໍລິເວນດັງ ອາດມີອາການເຈັບຫົວບໍລິເວນທົ່ວຂະໝັບ ເບື້ອງໃດເບື້ອງໜຶ່ງ ແລະ ລາມໄປຫາບໍລິເວນຫລັງຫູ ໄດ້ຄືກັນ.

2. ເຈັບຫົວເບື້ອງຊ້າຍເບົ້າຕາ : ມັກເປັນອາການຂ້າງຄຽງຈາກຜູ້ປ່ວຍທີ່ເຈັບຫົວໄມເກຣນ ເຊິ່ງເກີດຈາກຄວາມ ຜິດປົກກະຕິຂອງລະບົບໄຟຟ້າໃນສະໝອງກະທົບກັບການໄຫລວຽນຂອງເລືອດ ເກີດເປັນການອັກເສບຂຶ້ນ ເຮັດໃຫ້ ເຈັບຫົວເບື້ອງຊ້າຍແບບຕຸບໆຈົນລາມມາຫາເບົ້າຕາໄດ້ນັ້ນເອງ.

3. ເຈັບຫົວເບື້ອງຊ້າຍພ້ອມອາການເຈັບແຂ້ວ : ອາການນີ້ສ່ວນຫລາຍບໍ່ອັນຕະລາຍປານໃດ ເນື່ອງຈາກອາດເປັນອາການ ເຈັບຫົວຈາກພະຍາດກ່ຽວກັບແຂ້ວໃນຜົ້ງປາກ ເຊິ່ງຜູ້ປ່ວຍສາມາດປະຖົມພະຍາບານເບື້ອງຕົ້ນໄດ້ເອງ ໂດຍການກິນຢາ ແກ້ປວດ.

4. ເຈັບຫົວເບື້ອງຊ້າຍແບບປວດລາມໄປຫາກ້ານຄໍ ຫລື ງ່ອນ : ອາການສ່ວນຫລາຍມັກເປັນຜົນມາຈາກຄວາມເຄັ່ງຄຽດ, ທ່ານັ່ງເກົ່າໆເປັນເວລາດົນໆ ເຮັດໃຫ້ເກີດການອັກເສບ, ເຄັ່ງ, ປວດເກັງບໍລິເວນບ່າໄຫລ່ ແລະ ຫລັງ, ປວດລາມໄປຫາ ບໍລິເວນກ້ານຄໍ ແລະ ຫົວເບື້ອງຊ້າຍ. ແກ້ໄຂໄດ້ດ້ວຍການພັກຜ່ອນຢ່າງພຽງພໍ, ຫລີກເວັ້ນຄວາມເຄັ່ງຄຽດ.

5. ເຈັບຫົວເບື້ອງຊ້າຍເບື້ອງດຽວແບບດົນໆ : ອາການເຈັບຫົວເບື້ອງຊ້າຍເປັນເວລາຕໍ່ເນື່ອງດົນເປັນຊົ່ວໂມງ, ເຫັນພາບ ຊ້ອນ, ວິນຫົວ, ປຸ້ນທ້ອງ, ປວດຮາກ ລວມທັງມີອາການກ້າມຊີ້ນຊາຮ່ວມນຳ ຫາກມີອາການດັ່ງກ່າວຄວນຮີບໄປ ໂຮງໝໍໂດຍໄວ ເພາະອາດສ່ຽງຕໍ່ການເກີດພະຍາດຮຸນແຮງໄດ້.

• ວິທີປະຖົມພະຍາບານເບື້ອງຕົ້ນເມື່ອມີອາການເຈັບຫົວເບື້ອງຊ້າຍ : ອາການເຈັບຫົວເບື້ອງຊ້າຍສ່ວນຫລາຍບໍ່ ອັນຕະລາຍ ແລະ ສາມາດປະຖົມພະຍາບານເບື້ອງຕົ້ນໄດ້ ເຊັ່ນ : ການເຊືອບຫລັບພັກຜ່ອນ, ປະຄົບອຸ່ນຮ້ອນ ຫລື ເຢັນບໍລິເວນຂະໝັບ ຫລື ລຳຄໍ ຫລື ແມ່ນແຕ່ການກິນຢາແກ້ປວດ (ຢາປາຣາເຊຕາໂມນ) ກໍສາມາດຫລຸດຜ່ອນ ອາການ ແລະ ປິ່ນປົວອາການເຈັບຫົວເບື້ອງຊ້າຍໃຫ້ເຊົາໄດ້ ເຊິ່ງຫາກເຮັດການປະຖົມພະຍາບານເບື້ອງຕົ້ນແລ້ວ ບໍ່ດີຂຶ້ນ ຫລື ມີ 5 ອາການເຈັບຫົວເຫລົ່ານີ້ ຄວນຮີບໄປໂຮງໝໍເພື່ອຮັບການກວດບົ່ງມະຕິ ແລະ ປິ່ນປົວໂດຍທັນທີ.

ຜັກໜອກ Centella asiatica ເປັນພືດສະໝຸນໄພມີສັບພະຄຸນແກ້ອາການຟົກຊຳ້ ຫລື ຊຳ້ໃນ, ແຕ່ໃນທາງການແພດແຜນບູຮານຍັງມີການກ່າວເຖິງສັບພະຄຸ...
06/03/2024

ຜັກໜອກ Centella asiatica ເປັນພືດສະໝຸນໄພມີສັບພະຄຸນແກ້ອາການຟົກຊຳ້ ຫລື ຊຳ້ໃນ, ແຕ່ໃນທາງການແພດແຜນບູຮານຍັງມີການກ່າວເຖິງສັບພະຄຸນດ້ານການບຳລຸງປະສາດ, ຫລຸດຄວາມບົກພ່ອງໃນເລື່ອງການຮຽນຮູ້ ແລະ ຄວາມຈື່ຈຳ. ຈາກການສຶກສາລິດທາງຢາ ແລະ ລິດຊ່ວຍປ້ອງກກັນອາການສະໝອງເສື່ອມຂອງຜັກໜອກໃນການສຶກສາວິໄຈ ທົດລອງໃຫ້ສານສະກັດນຳ້ຜັກໜອກແກ່ໜູຕັ້ງແຕ່ 100, 300 ແລະ 600 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ເປັນເວລາ 3 ອາທິດ ພົບວ່າ : ສານສະກັດຜັກໜອກຂະໜາດ 100 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ມີລິດຄາຍຄວາມກັງວົນ.

ນອກຈາກນັ້ນ, ຍັງພົບວ່າສານສະກັດຜັກໜອກຂະໜາດ 600 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ມີຜົນເພີ່ມການຮຽນຮູ້ ແລະ ຄວາມຈື່ຈຳຂອງໜູທີ່ໃຊ້ທົດລອງ ດັ່ງນັ້ນ, ການສຶກສານີ້ຈຶ່ງສະໜັບສະໜູນຄວາມໜ້າເຊື່ອຖືໃນສັບພະຄຸນຂອງຜັກໜອກຕາມແນວທາງການແພດແຜນບູຮານດັ່ງກ່າວ.

ສະໝຸນໄພພື້ນເມືອງໃກ້ຕົວທີ່ມີປະໂຫຍດ, ຫາຊື້ງ່າຍ ຫລື ຈະປູກເອງກໍໄດ້ ບໍ່ຫຍຸ້ງຍາກ ດັ່ງຜັກໜອກນີ້ ສາມາດເອົາມາປຸງແຕ່ງເປັນອາຫານໄດ້ຫລາກຫລາຍລາຍການ ບໍ່ວ່າຈະກິນເປັນຜັກກັບ ຫລື ເຮັດເປັນເຄື່ອງດື່ມນຳ້ຜັກໜອກ ກໍບຳລຸງສະໝອງໄດ້ງ່າຍໆດ້ວຍວິທີທຳມະຊາດ ແລະ ລາຄາກໍບໍ່ແພງອີກດ້ວຍ.

💚ໃຈບົວອົບແຫ້ງ ເຄື່ອງເຂົ້າມາໃຫມ່ໆ ບໍ່ມີສານກັນຊື້ນ ກັນບູດ.🍀 ຄຸນປະໂຫຍດດີໆຈາກໃຈບົວ ຫຼື ບີບົວ ໃນການບໍາລຸງລະບົບພາຍໃນຮ່າງກາຍຂອງ...
02/03/2024

💚ໃຈບົວອົບແຫ້ງ ເຄື່ອງເຂົ້າມາໃຫມ່ໆ ບໍ່ມີສານກັນຊື້ນ ກັນບູດ.

🍀 ຄຸນປະໂຫຍດດີໆຈາກໃຈບົວ ຫຼື ບີບົວ ໃນການບໍາລຸງລະບົບພາຍໃນຮ່າງກາຍຂອງເຮົາ.

1. ບໍາລຸງປະສາດ ຊ່ວຍໃຫ້ນອນຫຼັບດີ
2. ບໍາລຸງຕັບ ຊ່ວຍໃຫ້ຕັບເຢັນ
3. ບໍາລຸງສາຍຕາ ບໍາລຸງຜິວພັນໃຫ້ຜ່ອງໃສ
4. ບໍາລຸງຫົວໃຈ
5. ປັບຄວາມດັນໃນເລືອດໃຫ້ຄົງທີ່
6. ປັບຄວາມສົມດຸນຂອງເລືອດ
7. ຫຼຸດເບົາຫວານ ແລະ ທາດນໍ້າຕານໃນເລືອດ
8. ເປັນຢາເຢັນໃນ ດື່ມແລ້ວສົດຊື່ນ
ເໝາະສົມທີ່ສຸດໃນການບໍາລຸງຮ່າງກາຍຜູ້ສູງອາຍຸ

🍵ວິທີກິນ: ໃຊ້ໃຈບົວ 1-2ບ່ວງກາເຟ ປະສົມນໍ້າຮ້ອນແຊ່ປະໄວ້ 3-5ນາທີແລ້ວດື່ມ. ຊົງດື່ມເຊົ້າ 1ຈອກ ແລງ 1ຈອກ. ສາມາດດື່ມໄດ້ທຸກມື້.

💵ລາຄາ: 1️⃣9️⃣0️⃣.0️⃣0️⃣0️⃣ // ຖົງລະ 160ກຣາມ

📞ໂທ & ວັອດແອັບ: 020 2818 9959

# ຖ້າສົນໃຈບີບົວແຫ້ງແບບນີ້ສາມາດສັ່ງຊື້ໄດ້ທາງຂໍ້ຄວາມ ຫຼື ພິມຄໍາວ່າສົນໃຈກ້ອງຄອມເມັນໄດ້ເລີຍ.

Address

Vientiane. Laos
Laos

Alerts

Be the first to know and let us send you an email when Tamon Shop - ຈໍາໜ່າຍຜະລິດຕະພັນອາຫານເສີມທີ່ສະກັດຈາກທໍາມະຊາດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Tamon Shop - ຈໍາໜ່າຍຜະລິດຕະພັນອາຫານເສີມທີ່ສະກັດຈາກທໍາມະຊາດ:

Shortcuts

Share