14/05/2026
Come and join us to learn more about the current situation of antimicrobial resistance in Laos with Dr. Vilada Chansamouth, senior clinical researcher from LOMWRU on 20 May at Pint of Science Laos!
🎤 ພົບກັບວິທະຍາກອນຄົນສຸດທ້າຍສຳລັບມື້ທີ 2 ຂອງພວກເຮົາ! 🦠💊
ດຣ. ວິລະດາ ຈັນສະມຸດ ຈາກພະແນກຈຸລິນຊີວິທະຍາ ໂຮງໝໍມະໂຫສົດ ແລະ ໂຄງການ LOMWRU ຈະພາພວກເຮົາໄປສຳຫຼວດວ່າເປັນຫຍັງຢາຕ້ານເຊື້ອຈຶ່ງຄ່ອຍໆສູນເສຍປະສິດທິພາບ ແລະ ບັນຫານີ້ມີຄວາມສຳຄັນແນວໃດຕໍ໋ ສປປ ລາວ ແລະ ໃນທົ່ວໂລກ. 🌏🔬
ທ່ານຮູ້ບໍ່ວ່າການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບແມ່ນໜຶ່ງໃນສິ່ງທ້າທາຍດ້ານສາທາລະນະສຸກໃນທົ່ວໂລກໃນປະຈຸບັນ? ການສົນທະນານີ້ຈະໄປທຳຄວາມເຂົ້າໃຈວ່າການຕ້ານຕໍ່ຢາເກີດຂຶ້ນໄດ້ແນວໃດ, ເປັນຫຍັງ ສປປ ລາວຈຶ່ງເປັນສ່ວນໜຶ່ງຂອງເລື່ອງລາວນີ້ທີ່ກຳລັງເກີດຂຶ້ນໃນທົ່ວໂລກ, ແລະ ສິ່ງທີ່ພວກເຮົາທຸກຄົນສາມາດເຮັດໄດ້ເພື່ອຊ່ວຍຫຼຸດຜ່ອນການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ. ທ່ານຈະໄດ້ພົບກັບຕົວຢ່າງທີ່ກ່ຽວຂ້ອງ, ຄວາມເປັນຈິງທີ່ໜ້າປະຫລາດໃຈ, ແລະ ວິທະຍາສາດທີ່ຢູ່ເບື້ອງຫຼັງ "ເຊື້ອທີ່ຕ້ານຕໍ່ຢາ" ເຫຼົ່ານີ້. 🧫⚠️
📅 20 ພຶດສະພາ | 📍 COREBEER | ⏰ ເລີ່ມ 18:15
🎟️ ເຂົ້າຊົມຟຣີ!
🎤 Meet Our Speaker for Day 2! 🦠💊
Discover the hidden threat of antimicrobial resistance at Pint of Science Laos! Dr. Vilada Chansamouth from the Microbiology Laboratory at Mahosot Hospital and LOMWRU will explore why antibiotics are quietly losing their effectiveness and what this means for Laos and the world. 🌏🔬
Did you know that antimicrobial resistance is one of the biggest global health challenges today? This talk will uncover how antibiotic resistance happens, why Laos is part of the global story, and what we can all do to help slow resistance. Expect relatable examples, surprising facts, and eye-opening insights into the science behind these “superbugs.” 🧫⚠️
📅 20 May | 📍 COREBEER | ⏰ Starting 18:15
🎟️ FREE ENTRY!