29/07/2026
@ผู้ติดตาม #ບາງຄົນເບິ່ງຄືວ່າຜອມ, ມີຄ່າ BMI ປົກກະຕິ ແຕ່ມີໄຂມັນໃນຊ່ອງທ້ອງສູງ ແລະ ເລີ່ມພັດທະນາໄປເປັນພະຍາດຊໍາເຮື້ອແລ້ວ. ພາວະນີ້ມີຊື່ວ່າ TOFI (Thin Outside, Fat Inside).
ພໍໄດ້ຍິນຄຳວ່າ “ອ້ວນ” ພວກເຈົ້າຄິດເຖິງຫຍັງກັນແນ່?
ມັກຈະນຶກເຖິງຄົນຮ່າງກາຍໃຫຍ່, ນ້ຳໜັກຫຼາຍ, ເຫັນພຸງຊັດເຈນ, ມີ BMI ເກີນ ແມ່ນບໍ?
ເຊິ່ງກໍ່ຖືກຕ້ອງແລ້ວ ເພາະກຸ່ມທີ່ອ້ວນຊັດເຈນມັກຈະມີການປ່ຽນແປງພາຍໃນແລ້ວ ຄືເນື້ອເຍື່ອໄຂມັນເລີ່ມບຽດກັນ, ຜະລິດສານອັກເສບຊໍາເຮື້ອ, ສົ່ງສັນຍານສະແດງອອກມາທາງຜົນເລືອດ ແລະ ໂລກປະຈຳຕົວແລ້ວ. ແຕ່ບັນຫາແມ່ນ ຊີວິດຈິງມັນບໍ່ໄດ້ງ່າຍດາຍແບບນັ້ນ. ມັນບໍ່ໄດ້ມີພຽງແຕ່ “ຄວາມອ້ວນທີ່ເຫັນໄດ້ດ້ວຍຕາເປົ່າ”. ບາງຄົນຮ່າງກາຍບໍ່ໄດ້ໃຫຍ່, BMI ບໍ່ຮອດເກນອ້ວນເລີຍ. ແຕ່ໃນຮ່າງກາຍ (ມີການສະສົມໄຂມັນເກີນເກນແລ້ວ). ໂດຍສະເພາະໄຂມັນໃນຊ່ອງທ້ອງ (Visceral adipose tissue: VAT) ແລະ ໄຂມັນທີ່ແຊກຊຶມຕາມອະວະບົງຕ່າງໆ. ຈົນເກີດເປັນພາວະທີ່ເອີ້ນວ່າ: TOFI (Thin Outside, Fat Inside) ຫຼື “ຂ້າງນອກເບິ່ງຄືຜອມ, ແຕ່ຂ້າງໃນອ້ວນໄປແລ້ວ” ນັ້ນເອງ.
TOFI ແມ່ນຫຍັງ? ເວົ້າງ່າຍໆກໍ່ຄື ຄົນທີ່ເບິ່ງຄືບໍ່ອ້ວນ ແຕ່ລະບົບເມຕາໂບລິດຊຶມ (Metabolism) ເສຍຫາຍໄປແລ້ວ. ລັກສະນະທີ່ພົບເລື້ອຍ ເຊັ່ນ:
👉ພຸງບໍ່ໃຫຍ່ຫຼາຍ ແຕ່ມີຄ່າ VAT ສູງ
👉ບວມກ້າມເນື້ອນ້ອຍ (ມວນກ້າມຊີ້ນໜ້ອຍ)
☝️ເລີ່ມມີສັນຍານຕ່າງໆ ໂຜ່ອອກມາແລ້ວ ຕອນໄປກວດສຸຂະພາບ) ເຊັ່ນ:
👉ມີໄຂມັນແຊກຕັບ
👉ນ້ຳໜັກ/ນ້ຳຕານໃນເລືອດເລີ່ມສູງ, ມີພາວະດື້ຊູລິນ)
👉ໄຂມັນໃນເລືອດບໍ່ດີ, ໂດຍສະເພາະໄຕຣກລີເຊີໄຣด์ triglyceride
ຄືແມ່ນວ່ານ້ຳໜັກລວມຈະບໍ່ຫຼາຍ ແຕ່ “ຄຸນນະພາບຂອງອົງປະກອບຮ່າງກາຍ” ເລີ່ມເສຍຫາຍໄປແລ້ວ. ເຊິ່ງກຸ່ມນີ້ຈະເອີ້ນວ່າ TOFI phenotype ເຊິ່ງຄ້າຍຄືກັບທຳມະຊາດຂອງຄົນຜູ້ນັ້ນທີ່ມີການກະຈາຍຕົວ ຂອງໄຂມັນໄປສະສົມຕາມເນື້ອເຍື່ອໄຂມັນໂດຍມີຄວາມສ່ຽງໄປທີ່ພຸງ, ໂດຍສະເພາະແມ່ນ VAT.
ບັນຫາແມ່ນ VA ມັນບໍ່ຄືກັບໄຂມັນໃຕ້ຜິວໜັງທົ່ວໄປ. ເຊິ່ງໄຂມັນໃຕ້ຜິວໜັງກໍ່ເຮັດໜ້າທີ່ຄືກັບໄຂມັນສ່ວນອື່ນ ຄືເກັບຮັກສາໄຂມັນໄຕຣກລີເຊີໄຣດ໌ສ່ວນເກີນ ແລະ ຫຼັ່ງຮໍໂມນຊ່ວຍເຫຼືອ. ແຕ່ປະເດັນແມ່ນມັນມີຄວາມໄວຕໍ່ການປ່ຽນແປງຫຼາຍ
ຄືພໍເລີ່ມມີການຂະຫຍາຍຕົວແລ້ວບຽດກັນປຶບ ມັນຈະປ່ຽນພຶດຕິກຳໄປປ່ອຍສານອັນຕະລາຍ
👉ສານອັກເສບ
👉ກົດໄຂມັນອິດສະຫຼະ
👉ຮໍໂມນຜິດດຸ່ນ ໄດ້ດີກວ່າໄຂມັນຊັ້ນໃຕ້ຜິວໜັງ. ແຖມປ່ອຍແລ້ວ ຍັງເຂົ້າສູ່ຕັບໂດຍກົງອີກດ້ວຍ (ຜ່ານເສັ້ນເລືອດ Portal vein) ສຸດທ້າຍຈຶ່ງເລັ່ງ:
→ ດື້ອິນຊູລິນ (ໂດຍສະເພາະທີ່ຕັບ)
→ ຕັບຈັດການກົດໄຂມັນບໍ່ທັນ ເກີດໄຂມັນພອກຕັບ
→ ນ້ຳຕານສູງລອຍ
→ ໄຂມັນສູງແລ້ວວກໍ່ເລັ່ງໂຣຄ໌ຊໍາເຮື້ອຕ່າງໆ
→ ຄາບໄຂມັນຕາມຝາຫຼອດເລືອດ: ພະຍາດຫົວໃຈ / ເສັ້ນເລືອດສະໝອງຕັນ. ດັ່ງນັ້ນ ກຸ່ມນີ້ຈຶ່ງມີຜົນເລືອດທີ່ບໍ່ຄ່ອຍດີປານໃດ.
ບັນຫາແມ່ນ ລະບົບຄັດກຣອງທີ່ເຮົາໃຊ້ກັນທຸກມື້ ຍັງສາມາດພາດຄົນກຸ່ມນີ້ໄດ້ງ່າຍ ເຊັ່ນ: ດັດຊະນີມວນກາຍ (BMI) ເພາະ BMI ມັນເປັນພຽງແຕ່ການເອົາ: “ນ້ຳໜັກ ÷ ສ່ວນສູງ²” ມັນບໍ່ຮູ້ເລີຍວ່ານ້ຳໜັກນັ້ນມາຈາກຫຍັງ:
👉ກ້າມຊີ້ນ
👉ໄຂມັນໃຕ້ຜິວໜັງ
👉VAT (ໄຂມັນໃນຊ່ອງທ້ອງ)
👉ໄຂມັນແຊກຕັບ
ມັນແຍກບໍ່ອອກ. ດັ່ງນັ້ນ ຄົນທີ່ມີ BMI ປົກກະຕິ ກໍ່ອາດຈະມີ VAT ສູງຫຼາຍກໍໄດ້
ໃນທາງຄລີນິກ ຈຶ່ງໃຊ້ “ຮອບເອວ” ເຂົ້າມາພິຈາລະນາຮ່ວມນຳ ເພາະຮອບເອວສຳພັນກັບ VAT ຫຼາຍຂຶ້ນ ແລ້ວຊອກຫາອອກມາເປັນຄ່າ Waist - to - Hip ratio (ອັດຕາສ່ວນຮອບເອວຕໍ່ຮອບສະໂພກ) ແຕ່ກໍ່ຍັງມີຂໍ້ຈຳກັດຢູ່ດີ ເຊັ່ນ: ບາງຄົນ:
👉ຕົວນ້ອຍ ແຕ່ VAT ຫຼາຍ
👉ເອວບໍ່ໃຫຍ່ຫຼາຍ
👉ກ້າມຊີ້ນໜ້ອຍ
👉ໄຂມັນແຊກອະວະບົງສູງ ກໍ່ຍັງສາມາດຫຼຸດລອດໄປໄດ້.
ໃນຄວາມເປັນຈິງແລ້ວ ວິທີທີ່ລະອຽດກວ່ານັ້ນແມ່ນການວິເຄາະແບບລະອຽດໄປເລີຍ
(Body composition analysis) ເຊັ່ນ:
👉DEXA scan
👉MRI
👉CT scan
👉BIA ບາງຊະນິດ (ຕາມຟິດເນສບາງແຫ່ງທີ່ມີ) ເຊິ່ງສາມາດກວດເບິ່ງໄດ້ວ່າ:
👉ໄຂມັນຢູ່ໃສແດ່?
👉VAT ເທົ່າໃດ?
👉ກ້າມຊີ້ນມີເທົ່າໃດ?
👉ມີໄຂມັນແຊກຕາມອະວະບົງບໍ? ແຕ່ໃນໂລກຄວາມເປັນຈິງ, ໂດຍສະເພາະໃນລາວ ມັນຍັງມີຂໍ້ຈຳກັດຫຼາຍຢ່າງເຊັ່ນ:
👉ລາຄາແພງ
👉ເຂົ້າເຖິງຍາກ
👉ບໍ່ມີທຸກໂຮງໝໍ
👉ບໍ່ເໝາະສຳລັບການກວດທັງປະເທດດັ່ງນັ້ນ ໃນຊີວິດຈິງ ເຮົາຈຶ່ງຍັງຄົງຕ້ອງໃຊ້ BMI + ຮອບເອວ ແລ້ວໄປເບິ່ງພາບລວມຈາກ ຜົນເລືອດ + ພຶດຕິກຳ.
ແລ້ວຈະສົງໄສວ່າເປັນ TOFI ໄດ້ແນວໃດ? ຕົວຢ່າງສັນຍານທີ່ຄວນລະວັງ ເຊັ່ນ:
👉BMI ປົກກະຕິ ແຕ່ພຸງເລີ່ມອອກ
👉ບໍ່ຄ່ອຍມີມວນກ້າມຊີ້ນ
👉ນັ່ງດົນ, ບໍ່ຄ່ອຍອອກກຳລັງກາຍ
👉ກິນຫວານ / ກິນນ້ຳຫວານເລື້ອຍໆ
👉ນອນໜ້ອຍ, ມີຄວາມຄຽດ
👉ຄ່ານ້ຳຕານ, ໄຕຣກລີເຊີໄຣດ໌ ຫຼື HDL ເລີ່ມຜິດປົກກະຕິ
👉ມີໄຂມັນພອກຕັບ ທັງທີ່ຮ່າງກາຍບໍ່ໄດ້ອ້ວນຫຼາຍ
👉ຄົນໃນຄອບຄົວເປັນໂຣຄ໌ເບົາຫວານ / ຫຼອດເລືອດຫຼາຍ
ໂດຍສະເພາະຄົນອາຊີ ມີແນວໂນ້ມທີ່ຈະເກີດ VAT ແລະ ເກີດພາວະດື້ອິນຊູລິນໄດ້ງ່າຍ ເຖິງແມ່ນວ່າ BMI ຈະບໍ່ສູງຫຼາຍກໍ່ຕາມ.
ແລ້ວຈະປ້ອງກັນແນວໃດ? ຄວາມຈິງແລ້ວ ຖ້າເຮົາໃຊ້ຫຼັກການທີ່ວ່າການດູແລສຸຂະພາບສາມາດເລີ່ມຕົ້ນໄດ້ຕະຫຼອດເວລາ ກໍ່ສາມາດເລີ່ມຕົ້ນໄດ້ເລີຍ ໂດຍສະເພາະຄົນທີ່ເລີ່ມມີຄວາມສ່ຽງຕາມທີ່ໄດ້ກ່າວມາຂ້າງຕົ້ນ:
👉ອອກກຳລັງກາຍສະໝໍ່າສະເຫມີ: ທີ່ຢຳ້ນຶກເຖິງຢູ່ທຸກໆວັນນັ້ນແຫຼະ. ເລີ່ມຕົ້ນດ້ວຍແບບໃດກໍ່ໄດ້ ແຕ່ເມື່ອເຮັດຈົນຄ່ອງແລ້ວ ຄວນປະສົມປະສານທັງແບບແອໂຣບິກ (Aerobic) ແລະ ແບບມີແຮງຕ້ານ (Resistance training) ເພາະການເພີ່ມກ້າມຊີ້ນ ຈະຊ່ວຍດຶງນ້ຳຕານອອກຈາກເລືອດໄດ້ດີຂຶ້ນ ແລະ ສາມາດຫຼຸດ VAT ໄດ້ຄ້ອນຂ້າງດີ.
👉ລະວັງອາຫານ Ultra-processed: ນ້ຳຫວານ, ຂອງທອດ, ເຄື່ອງດື່ມທີ່ມີເຫຼົ້າ.
👉ນອນຫຼັບໃຫ້ພຽງພໍ: ເພາະການນອນໜ້ອຍຈະເຮັດໃຫ້:
👉ຫິວຫຼາຍຂຶ້ນ
👉ດື້ອິນຊູລິນຫຼາຍຂຶ້ນ
👉ສະສົມ VAT ໄດ້ງ່າຍຂຶ້ນ
ຢ່າເບິ່ງພຽງແຕ່ນ້ຳໜັກ ບາງຄົນຊັ່ງນ້ຳໜັກແລ້ວດີໃຈ ແຕ່ມວນກ້າມຊີ້ນຫຼຸດລົງ, ໄຂມັນຊ່ອງທ້ອງເພີ່ມຂຶ້ນ ກໍ່ເກີດຂຶ້ນໄດ້ເຊັ່ນກັນ. ດັ່ງນັ້ນ ສຸຂະພາບທີ່ແທ້ຈິງ ຕ້ອງເບິ່ງທີ່ “Composition” (ອົງປະກອບຂອງຮ່າງກາຍ) ບໍ່ແມ່ນເບິ່ງພຽງແຕ່ “Kilogram” (ກິໂລກຣາມ).
ດັ່ງນັ້ນ “ເບິ່ງຄືບໍ່ອ້ວນ” ຈຶ່ງບໍ່ໄດ້ໝາຍຄວາມວ່າສຸຂະພາບດີສະເໝີໄປ. TOFI ເປັນຕົວຢ່າງທີ່ສຳຄັນຫຼາຍວ່າ ໄຂມັນທີ່ອັນຕະລາຍແທ້ໆ ອາດຈະຊ້ຳຊ້ອນຢູ່ເລິກໃນຊ່ອງທ້ອງ ແລະ ອະໄວຍະວະຕ່າງໆ. ດັ່ງນັ້ນ ຖ້າທ່ານ ເລີ່ມມີພຸງ, ບໍ່ຄ່ອຍມີກ້າມຊີ້ນ, ຜົນເລືອດເລີ່ມປ່ຽນແປງ ຫຼື ມີພຶດຕິກຳສ່ຽງຫຼາຍ ເຖິງແມ່ນວ່າ BMI ຈະຍັງປົກກະຕິ ກໍ່ຄວນເລີ່ມຕົ້ນດູແລສຸຂະພາບໄດ້ແລ້ວ.