ສະມາຄົມຄົນຫູໜວກ Association For The Deaf

ສະມາຄົມຄົນຫູໜວກ Association For The Deaf ສະມາຄົມຄົນຫູຫນວກ ມີຄວາມສຳຄັນໃນການສະໜັບສະໜູນສິດທິຂອງຄົນຫູໜວກ, ພັດທະນາ, ສະໜັບສະໜູນຊຸມຊົນ ແລະ ສົ່ງເສີມການມີສ່ວນຮ່ວມໃນສັງຄົມ.

👕ຜະລິດຕະພັນຂອງສະມາຄົມຄົນຫູໜວກ ພວກເຮົາຄັດສັນສິນຄ້າມາໃຫ້ເລືອກຊື້ແລ້ວ ເຊັ່ນ: ເສື້ອ, ຈອກ ແລະ ຖົງ ທີ່ມີລວດລາຍແບບສະກົດນິ້ວມືພາ...
22/08/2026

👕ຜະລິດຕະພັນຂອງສະມາຄົມຄົນຫູໜວກ ພວກເຮົາຄັດສັນສິນຄ້າມາໃຫ້ເລືອກຊື້ແລ້ວ ເຊັ່ນ: ເສື້ອ, ຈອກ ແລະ ຖົງ ທີ່ມີລວດລາຍແບບສະກົດນິ້ວມືພາສາລາວ🤟✌️☝️👍✊️👌. ຜູ້ໃດສົນໃຈສາມາດຊື້ໄດ້ທີ່ ຮ້ານກາເຟ ມິນນະໂນະ Mann no Cafe ຖະໜົນສາມແສນໄທ.
​🕒 ເປີດໃຫ້ບໍລິການທຸກວັນ ເວລາ 07:00 - 18:00 ໂມງ."
📍
https://maps.app.goo.gl/NhgPEMkba4BVt9zP9

ກອງປະຊຸມ ຄົ້ນຄ້ວາຄຳສັບພາສາມືລາວໃໝ່ 1000ຄຳສັບ ຄັ້ງທີ1 ຄັ້ງວັນທີ 5-7/08/ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ສູນຝືກອົບຮົມ ສູນກາງແ...
19/08/2026

ກອງປະຊຸມ ຄົ້ນຄ້ວາຄຳສັບພາສາມືລາວໃໝ່ 1000ຄຳສັບ ຄັ້ງທີ1

ຄັ້ງວັນທີ 5-7/08/ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ສູນຝືກອົບຮົມ ສູນກາງແນວລາວສ້າງຊາດ.

ຄູ່ຮ່ວມງານ ແລະ ຕິດຕາມໂດຍ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ,ສະໜັບສະໜູນໂດຍ CBM Global ທາງການ?

17/08/2026
ສະມາຄົມຄົນຫູໜວກ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພ...
10/08/2026

ສະມາຄົມຄົນຫູໜວກ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

​ຜົນງານ, ຄຸນງາມຄວາມດີ ແລະ ການທຸ້ມເທເສຍສະຫຼະກຳລັງກາຍ ກຳລັງໃຈຂອງທ່ານ ເພື່ອປະເທດຊາດ ແລະ ປະຊາຊົນ ຈະຖືກຈາລຶກໄວ້ໃນຄວາມຊົງຈຳຕະຫຼອດໄປ. ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍອຸທິດສ່ວນກຸສົນໃຫ້ດວງວິນຍານຂອງ ພະນະທ່ານ ຈົ່ງໄປສູ່ສຸຂະຕິ ໃນສວງສະຫວັນດ້ວຍເຖີດ.🕊🕊🕊

31/07/2026

📢ປະກາດຂ່າວພາສາມື🙌🙌🙌
ຂໍສະແດງຄວາມຍິນດີນຳເດີ! ພີ່ນ້ອງທາງເມືອງຂົວ ແຂວງຜົ້ງສາລີ ໄດ້ໃຫ້ກຳເນີດລູກແຝດ 3 ຄົນ

ໃນວັນທີ 21 ກໍລະກົດ 2026 ທີ່ຜ່ານມາ.

​ຂໍໃຫ້ທັງແມ່ ແລະ ລູກຈົ່ງມີສຸຂະພາບຮ່າງກາຍແຂງແຮງ ປອດໄພທຸກປະການ.

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

29/07/2026

📢ປະກາດຂ່າວພາສາມື🙌🙌🙌
ວັນທີ 20 ກໍລະກົດ 2026 ທີ່ຜ່ານມາ ເກີດເຫດລົດບັນທຸກຂັບຂີ່ລົດໄປຢຽບຫີນກ້ອນໃຫຍ່ (ນ້ຳໜັກປະມານ 6 ກິໂລກຣາມ) ເຮັດໃຫ້ຫີນດັ່ງກ່າວຟົ້ງກະເດັນໄປຖືກຕູ້ແຊ່ ທີ່ຮ້ານຂາຍເຄື່ອງຂອງປະຊາຊົນ ເຊິ່ງຕັ້ງຢູ່ ຕາມເສັ້ນທາງເລກທີ 12 ແຂວງຄຳມ່ວນ.

​ເຫດການດັ່ງກ່າວ ເຮັດໃຫ້ຊັບສິນ ແລະ ເຄື່ອງຂອງໄດ້ຮັບຄວາມເສຍຫາຍ, ແຕ່ໂຊກດີທີ່ບໍ່ຖືກຄົນ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ.

​ຜ່ານເຫດການນີ້, ຂໍຝາກເຕືອນໄປຍັງຄົນຂັບລົດບັນທຸກທຸກຄົນ ໃຫ້ເພີ່ມຄວາມລະມັດລະວັງ, ຫຼຸດຄວາມໄວ ແລະ ຂັບຂີ່ຊ້າໆ ເວລາແລ່ນຜ່ານເຂດຊຸມຊົນ ຫຼື ຈຸດທີ່ມີເຮືອນຊານປະຊາຊົນອາໄສຢູ່ ເພື່ອຄວາມປອດໄພຮ່ວມກັນ.

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

27/07/2026

📢ປະກາດຂ່າວພາສາມື🙌🙌🙌
ເຈົ້າໜ້າທີ່ບຸກທະລະລວງຈັບກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີ ຢູ່ນະຄອນຫຼວງວຽງຈັນ
​ວັນທີ 18 ກໍລະກົດ 2026ທີ່ຜ່ານມາ, ເວລາ 10:00 ໂມງ.
​ຕຶກອາຄານໃຫ້ເຊົ່າ ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່.
​ຜົນການປະຕິບັດງານ
ຄວບຄຸມຕົວຜູ້ກະທຳຜິດໄດ້ທັງໝົດ 589 ຄົນ (ຍິງ 309 ຄົນ) ປະກອບມີ 4 ສັນຊາດ:
👉​ໄທ: 373 ຄົນ (ຍິງ 198 ຄົນ)
👉​ລາວ: 199 ຄົນ (ຍິງ 105 ຄົນ)
👉​ຫວຽດນາມ: 15 ຄົນ (ຍິງ 4 ຄົນ)
👉​ກຳປູເຈຍ: 2 ຄົນ (ຍິງ 2 ຄົນ)
👉​ຄອມພິວເຕີຕັ້ງໂຕະ: 1,517 ໜ່ວຍ
👉​ໂນດບຸກ: 4,045 ໜ່ວຍ
👉​ໂທລະສັບມືຖື: 5,245 ໜ່ວຍ
ປະຈຸບັນ,​​ເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນຢ່າງຮີບດ່ວນ ເພື່ອຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການທັງໝົດ ມາດຳເນີນຄະດີຕາມລະບຽບກົດໝາຍ.

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

ສະມາຄົມຄົນຫູໜວກຂອງພວກເຮົາໄດ້ເປີດຮັບຜູ້ທີ່ສົນໃຈຝຶກເປັນລາມແປພາສາມື ປະຈຳປີ 2026-2027ໂຄງການນີ້ໂອກາດດີສຳລັບຜູ້ທີ່ຢາກຮຽນຮູ້ ແລ...
27/07/2026

ສະມາຄົມຄົນຫູໜວກຂອງພວກເຮົາໄດ້ເປີດຮັບຜູ້ທີ່ສົນໃຈຝຶກເປັນລາມແປພາສາມື ປະຈຳປີ 2026-2027

ໂຄງການນີ້ໂອກາດດີສຳລັບຜູ້ທີ່ຢາກຮຽນຮູ້ ແລະ ສ້າງປະໂຫຍດເພື່ອສັງຄົມ! ສະມາຄົມຄົນຫູໜວກ ຂໍເຊີນຊວນທ່ານເຂົ້າຮ່ວມໂຄງການສ້າງບຸກຄະລາກອນລ່າມແປພາສາມື ເພື່ອສົ່ງເສີມຄວາມເທົ່າທຽມໃຫ້ກັບຄົນຫູໜວກໃນລາວ.

👉ເປີດຮັບສະໝັກວັນທີ 27 ກໍລະກົດ 2026
👉ປິດຮັບສະໝັກ ວັນທີ່ 7 ສິງຫາ 2026
👉ກົດລິ້ງ ສະໝັກລົງທະບຽນ📝
https://docs.google.com/forms/d/12yay3SyiYVsIu6Wgw5-p7JUuyKdhkrGVPaSdokqaxwU/viewform

🏣​ສະຖານທີ່: ຫ້ອງການສະມາຄົມຄົນຫູໜວກ, ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
📍https://maps.app.goo.gl/wwPmBVYq6SHVtoEe9
📲​ເບີໂທລະສັບ/WhatsApp: +856 20 54990497

22/07/2026

📢ປະກາດຂ່າວພາສາມື🙌🙌🙌
ຝົນຕົກໜັກ ເຮັດໃຫ້ດິນເຈື່ອນຖະຫຼົ່ມຕັດຂາດ ເສັ້ນທາງ
ວັນທີ 16/07/2026 ທີ່ຜ່ານມາ, ຢູ່ບ້ານພູໄຮ ເມືອງຄູນຄໍາ ແຂວງຄໍາມ່ວນ

ຜົນກະທົບໃຫ້ເສັ້ນທາງຂາດ, ລົດໃຫຍ່ບໍ່ສາມາດຜ່ານໄດ້, ແລະ ເຮັດໃຫ້ລົດຕິດຍາວ

ຂໍໃຫ້ຜູ້ວາງແຜນເດີນໄປທາງນີ້ ຫຼີກລ່ຽງ ແລະ ລະມັດລະວັງຄວາມປອດໄພເດີ

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

21/07/2026

📢ປະກາດຂ່າວພາສາມື🙌🙌🙌
ເຫດການໄຟໄໝ້ຮ້ານເບຍຢູ່ເຂດລາດພ້າວ, ກຸງເທບ, ປະເທດໄທ

ວັນທີ 12/7/2026 ເວລາ 11:40 ໂມງກາງຄືນ, ໄຟໄໝ້ຮຸນແຮງຈົນ

ມີຜູ້ເສຍຊີວິດຕິດຢູ່ພາກໃນ, ອາດຈະບໍ່ສາມາດຫຼົບໜີໄດ້ ຍ້ອນເສັ້ນທາງໜີໄຟມີສິ່ງກີດຂວາງ ເຮັດໃຫ້ໜີອອກມາບໍ່ທັນບາດເຈັບຫຼາຍ ເຊິ່ງໄດ້ຖືກນໍາສົ່ງໂຮງໝໍຢ່າງຮີບດ່ວນ
ມີຜູ້ບາດເຈັບ 90 ຄົນ ແລະ ເສຍຊີວິດ 27 ຄົນ
ຖ້າມີຂໍ້ມູນຂ່າວສານໃໝ່ເດີ, ຂໍໃຫ້ປະຊາຊົນໄທ ທຸກຄົນປອດໄພ ແລະ ຮັກສາສຸຂະພາບດີໆ

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

Address

Phonsavang-Nongtha Road, Unit 55, Phonsavang Village, Chanthabury District
Vientiane

Website

Alerts

Be the first to know and let us send you an email when ສະມາຄົມຄົນຫູໜວກ Association For The Deaf posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share