26/01/2026
ວັນທີ 15 ກຸມພາ ຂອງທຸກໆປີ ໄດ້ຖືກກໍານົດເປັນ “ວັນມະເຮັງເດັກສາກົນ” ເຊິ່ງຖືກສ້າງຕັ້ງຂຶ້ນໃນປີ 2002 ໂດຍສະຫະພັນຄົນເຈັບມະເຮັງເດັກນາໆຊາດ (Childhood Cancer International: CCI) ເພື່ອຍົກສູງຄວາມຮັບຮູ້ຂອງສັງຄົມຕໍ່ພະຍາດມະເຮັງໃນເດັກ ແລະ ສົ່ງເສີມການເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບຢ່າງເທົ່າທຽມ;
ມະເຮັງໃນເດັກ ແມ່ນພະຍາດຮ້າຍແຮງທີ່ເກີດຂຶ້ນໃນເດັກຕັ້ງແຕ່ເກີດໃໝ່ຈົນເຖິງອາຍຸ 15 ປີ ເຊິ່ງມັກເກີດຈາກການກາຍພັນຂອງຈຸລັງໃນຊ່ວງການພັດທະນາ ແລະ ອາດຈະຖືກກະທົບຈາກປັດໄຈສິ່ງແວດລ້ອມ ການຕິດເຊື້ອ ແລະ ສານເຄມີບາງຊະນິດ. ພະຍາດນີ້ຖືກຈັດເປັນໜຶ່ງໃນສາເຫດສໍາຄັນຂອງການເສຍຊີວິດໃນເດັກ ແຕ່ຫາກກວດພົບໄດ້ໄວຈະມີໂອກາດປິ່ນປົວຫາຍດີສູງ;
ຈາກຂໍ້ມູນສະຖິຕິໃນໂຮງໝໍເດັກ ໂດຍສະເລ່ຍມີຄົນເຈັບມະເຮັງໃໝ່ປະມານ 150 ຄົນ/ປີ ແລະ ມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2025 ພະແນກພະຍາດເລືອດ–ມະເຮັງ ມີຄົນເຈັບມາກວດນອກ 5,251 ເທື່ອຄົນ ແລະ ນອນປີ່ນປົວໃນໂຮງໝໍ 2,784 ເທື່ອຄົນ, ຊະນິດຂອງມະເຮັງທີ່ພົບຫຼາຍ ປະກອບມີ ມະເຮັງເລືອດຂາວ, ມະເຮັງຕ່ອມນໍ້າເຫຼືອງ, ມະເຮັງສະໝອງ ແລະ ມະເຮັງຕາ;
ໃນໂອກາດວັນມະເຮັງເດັກສາກົນ ທາງໂຮງໝໍເດັກຮ່ວມກັບມູນນິທິຊາວພຸດເກົາຫລີເພື່ອສະຫວັດດີການສັງຄົມ (Korean Buddhist Foundation for Social Welfare-KBF) ປະຈຳ ສປປລາວ ແລະ ຜູ້ສະໜັບສະໜູນອື່ນໆ ໄດ້ຈັດກິດຈະກຳ “ວັນມະເຮັງເດັກສາກົນ (International Childhood Cancer Day/ICCD)” ຂື້ນຢູ່ທີ່ ສູນຝືກອົບຮົມແພດເດັກ ໃນວັນທີ 26 ກຸມພາ 2026, ໃນກິດຈະກຳຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ ໄຊຍະວົງ ບົວທອງທິບ ຜູ້ອຳນວຍການໂຮງໝໍເດັກ ພ້ອມດ້ວຍຄະນະ, ທິມງານໂຄງການ ຂອງ KBF ປະຈຳ ສປປລາວ ພະນັກງານແພດໝໍຈາກ ພະແນກພະຍາດເລືອດ-ມະເຮັງ, ຄົນເຈັບພະຍາດມະເຮັງເດັກພ້ອມດ້ວຍຜູ້ປົກຄອງ ແລະ ທີມງານໂຮງໝໍເດັກ, ທີມງານໂຄງການ KBF, ອາສາສະໝັກ.
ພາຍໃນງານພວກເຮົາຈະໄດ້ຈັດກິດຈະກຳຕ່າງໆ ທີ່ຫຼາກຫຼາຍບໍ່ວ່າຈະເປັນ:
1. ໃຫ້ຄວາມຮູ້ທົ່ວໄປກ່ຽວກັບພະຍາດມະເຮັງເດັກ
2. ກິດຈະກຳສົ່ງຕໍ່ຮອຍຍິ້ມ (ຖາມ-ຕອບ)
3. ການສະແດງຫຸ່ນຫັດຖະກຳ
4. ມອບຂອງຂວັນໃຫ້ແກ່ເດັກນ້ອຍ ແລະ ຜູ້ປົກຄອງ