24/04/2026
SEC UNITED U16 Girls' championship
ຜົນການຈັບສະຫລາກ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRLS' CHAMPIONSHIP 2026
🔰 ກຸ່ມ ເອ
- ສະໂມສອນບານເຕະ ໄຊເສດຖາ
- ສະໂມສອນບານເຕະ ແຂວງສາລະວັນ
- ສະໂມສອນບານເຕະ ເຄພີເອັສ
- ສະໂມສອນບານເຕະ ແຂວງບໍລິຄຳໄຊ
- ສະໂມສອນບານເຕະ ມາດສເຕີ
🔰 ກຸ່ມ ບີ
- ສະໂມສອນບານເຕະ ເຊໂນ
- ສູນຝຶກບານເຕະ ຈຳປີ - ຈຳປາ
- ສະໂມສອນບານເຕະ ຈີ - ຈູເນຍ
- ສະໂມສອນບານເຕະ ພົມມະທັດ
- ສະໂມສອນບານເຕະ ເອັສອີຊີ
ການແຂ່ງຂັນລາຍການດັ່ງກ່າວແມ່ນຈະເລີ່ມເປີດສາກຢ່າງເປັນທາງການ ວັນທີ 3 ຫາ 15 ພຶດສະພາ 2026 ຮູບແບບຂອງການແຂ່ງຂັນແມ່ນແບບແບ່ງກຸ່ມ ເຊິ່ງແຕ່ລະກຸ່ມຈະມີ 5 ທີມ, ອັນດັບ 1 – 2 ຂອງແຕ່ລະກຸ່ມ ຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ , ການແຂ່ງຂັນຄັ້ງນີ້ຈະນໍາໃຊ້ 2 ສະຫນາມຄື: ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ສະຫນາມ 1 ແລະ ສະຫນາມ 2.
ເງິນລາງວັນ ອັນດັບ 1 ໄດ້ຮັບເງິນ 50,000,000 ກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນຊະນະເລີດ ແລະ ອັນດັບ 2 ໄດ້ຮັບເງິນ 25,000,000 ກີບ ພ້ອມຫຼຽນລາງວັນ, ສ່ວນລາງວັນປະເພດບຸກຄົນ ມີລາງວັນ: ນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ
ເຊີນຊວນແຟນບານເຕະຍິງທຸກໆທ່ານ ເຂົ້າຮ່ວມຊົມຮ່ວມເຊຍການແຂ່ງຂັນລາຍການນີ້ສ່ວນຕາຕະລາງແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.