Dr Pele Kettavong OBGY clinic

Dr Pele Kettavong OBGY clinic ຫມໍ ເປເລ້ ແພດຊ່ຽວຊານ ນາລີເວດ ສູດຕິສາດ

ໃຫ້ຄຳປຶກສາ ແລະ ຄວາມຮູ້ທາງການແພດ
ທາງດ້ານ ປະສູດ ພະຍາດຍິງ
ການແພດທົ່ວໄປ ເດັກນ້ອຍ ແລະ ຜູ້ໃຫຍ່
ການຝາກທ້ອງ, ການວາງແຜນຄອດ
ວາງແຜນຄຸມກຳເນີດ
ພາວະມີລູກຍາກ
ພະຍາດຕິດຕໍ່ທາງເພດສຳພັນ
ມະເຮັງທາງພະຍາດຍິງ
ຄວາມງາມ ແລະ ອື່ນໆ

ຍິນດີຕອນຮັບສູ່ໂລກນາາາເຈົ້າເບບີ້👶🏻💕
19/05/2026

ຍິນດີຕອນຮັບສູ່ໂລກນາາາເຈົ້າເບບີ້👶🏻💕

ມາເບິ່ງຫນ້າເດັກໆ ກັນ ຈຳໄດ້ບໍ baby👶🏻 ຂອງປ໋າມ໋າໃດນໍ 🙋🏻‍♂️🙋🏻‍♀️   #ໝໍເປເລ້
19/05/2026

ມາເບິ່ງຫນ້າເດັກໆ ກັນ
ຈຳໄດ້ບໍ baby👶🏻 ຂອງປ໋າມ໋າໃດນໍ 🙋🏻‍♂️🙋🏻‍♀️
#ໝໍເປເລ້

19/05/2026

ກວດນ້ຳເຊື້ອ ທ່ານຊາຍ
ແຂງແຮງ ຫລາຍ 👍💕
ທັງປະລິມານ,ຄວາມສົມບູນ ແລະ ຄວາມແຂງແຮງ

💕22~25.4.26 ຫມໍໄປປະຊຸມ 💕 ເຄດນັດພົບຫມໍ ❣️ມາພົບໄດ້ 26.4.26 ເວລາ10~18ມ❣️✅ສ່ວນຄຮີນິກເປີດປົກະຕິ ✅ເຄດຕໍ່ຢາ.ໃສ່ຢາ.ລ້າງແຜ. ກວດພາ...
21/04/2026

💕22~25.4.26 ຫມໍໄປປະຊຸມ 💕
ເຄດນັດພົບຫມໍ ❣️ມາພົບໄດ້ 26.4.26 ເວລາ10~18ມ❣️
✅ສ່ວນຄຮີນິກເປີດປົກະຕິ ✅ເຄດຕໍ່ຢາ.ໃສ່ຢາ.ລ້າງແຜ. ກວດພາຍໃນ ຮັບວັກຊີນ. ເຂົ້າມາໄດ້ເປີດຕະຫລອດ 10~18ມ ຈ້າວ

✨ຕັດໜັງຫຸ້ມນ້ອງຊາຍ ຫຼື ການຂິບ✨ Circumcisionຜ່າຕັດໜັງຫຸ້ມປາຍ ເປັນຜ່າຕັດນ້ອຍ ພັກຟື້ນນ້ອຍ ຊ່ວຍ ປິ່ນປົວ phimosis ພາວະໜັງຫຸ້ມ...
21/02/2026

✨ຕັດໜັງຫຸ້ມນ້ອງຊາຍ ຫຼື ການຂິບ✨ Circumcision
ຜ່າຕັດໜັງຫຸ້ມປາຍ ເປັນຜ່າຕັດນ້ອຍ ພັກຟື້ນນ້ອຍ
ຊ່ວຍ ປິ່ນປົວ phimosis ພາວະໜັງຫຸ້ມປາຍຕີບ, ບໍ່ເປີດ

❣️ການຕັດໜັງຫຸ້ມສ່ວນເກີນອອກ
✅ລົດການສະສົມເຊື້ອພະຍາດ,ລົດການຕິດເຊື້ອອັກເສບ
✅ລົດກິ່ນ,ລົດຄາບເຫື່ອໄຄ,ຄາບປັດສະວະ
✅ລົດອາການໜັງທະລອກ,ເຈັບດຶງລັ້ງ

✅ວິທີໃນປະຈຸບັນ: Stapler circumcision ຂິບບໍ່ມີເລືອດ ,ໃຊ້ເວລາຜ່າຕັດນ້ອຍແລ້ວໄວ, ບໍ່ເຈັບ, ແຜສວຍງາມ

✅ອາຍຸທີເຮັດໄດ້ ຕັ້ງແຕ່ເດັກ ໄປຈົນເຖິງຜູ້ໃຫຍ່

✅ການດູແລຫລັງທຳຫັດຖະການ:
👉🏻ທຳຄວາມສະອາດແຜຕາມແພດສັ່ງ
👉🏻ຮັບຢາຕາມແພດສັ່ງ
👉🏻ຫຼີກລ້ຽງການກະທົບກະເທືອນແຜ
👉🏻ແຜຫາຍ 2~4ອາທິດ

#ຮັບກວດພະຍາດຍິງ~ຊາຍ ຄົບວົງຈອນ #ສຸຂະພາບແມ່ແລະລູກ #ຝາກຄັນ #ວັກຊີນໃນຜູ້ໃຫຍ່ #ວັກຊີນເດັກ #ວັກຊີນປ້ອງກັນມະເຮັງປາກມົດລູກ #ມີລູກຍາກ #ປົວພະຍາດຕິດຕໍ່ທາງເພດຍິງຊາຍ #ຄຸມກຳເນີດ #ວາງແຜນຄອດ #ຕັດໜັງຫຸ້ມອະໄວຍະວະເພດຊາຍ
ສົນໃຈປຶກສາຫມໍ ສອບຖາມ:
Facebook inbox
tel&whatsapp: 02023448448, 030 5879997

ThinPrep+HPV( co-testing)ກວດຄັດກອງມະເຮັງປາກມົດລູກ ແລະ ຊອກຫາເຊື້ອສາເຫດກໍ່ມະເຮັງ1. Thinprep (Liquid-based Cytology) : ກວດຫ...
21/02/2026

ThinPrep+HPV( co-testing)
ກວດຄັດກອງມະເຮັງປາກມົດລູກ ແລະ ຊອກຫາເຊື້ອສາເຫດກໍ່ມະເຮັງ
1. Thinprep (Liquid-based Cytology) : ກວດຫາ ຄວາມຜິດປົກກະຕິຂອງເຊວປາກມົດລູກ, ໂດຍເກັບເຊວໃສ່ໃນນ້ຳຢາຮັກສາສະພາບ ສົ່ງກວດແລັບ ເຊິ່ງມີຄວາມລະອຽດແມ້ນຍຳ ກວ່າ Pap smear ແບບດັ້ງເດີມ
2. HPV DNA test : ກວດຫາ ເຊື້ອ virus HPV ( human papilloma virus) ສາຍພັນສ່ຽງສູງອັນເປັນສາເຫດກໍ່ມະເຮັງປາກມົດລູກ
✅ກວດຄູ່ກັນ ຄວາມແມ້ນຍຳສູງ: ຫາກບໍ່ພົບເຊວຜິດປົກກະຕິດ ແລະ ບໍ່ພົບ ເຊື້ອ HPV , ສາມາດຫມັ້ນໃຈໄດ້ເຖິງ 99% ວ່າໂອກາດເກີດມະເຮັງໃນອານາຄົດອັນໃກ້ ມີນ້ອຍຫລາຍ
✅ຮູ້ລ່ວງໜ້າ: ກວດ HPV ຈະຊ່ວຍໃຫ້ຮູ້ຄວາມສ່ຽງ ຕັ້ງແຕ່ເຊວຍັງບໍ່ປ່ຽນແປງ
✨ການຕຽມຕົວ:
ຊ່ວງເວລາດີສຸດ: ຄວນກວດ ຫລັງເຊົາປະຈຳເດືອນ
👉🏻ແຕ່ໂດຍທົ່ວໄປຫາກເປັນການກວດ ThinPrep ສາມາດກວດໄດ້ເລີຍບໍ່ວ່າຈະເປັນ ຫຼື ບໍ່ເປັນ ປະຈຳເດືອນກໍ່ກວດໄດ້
❌ຂໍ້ຫາມ: ງົດຮ່ວມເພດ,ງົດລ້າງຊ່ອງຄອດ, ຍັດຢາທາງຊ່ອງຄອດ, ກ່ອນກວດ 24~48ຊມກ່ອນມາກວດ ຈະໄດ້ຜົນຊັດເຈນແມ້ນຍຳຍິ່ງຂຶ້ນ
✅ໃຊ້ເວລາກວດພຽງ 10~15ນທ
✅ຜູ້ຊາຍສາມາດກວດຫາ ເຊື້ອHPV ໄດ້ເຊັ່ນກັນ ເນື່ອງຈາກເປັນເຊື້ອກໍ່ມະເຮັງອະໄວຍະວະເພດຊາຍໄດ້, ຍັງກໍ່ມະເຮັງຈຸດອື່ນເຊື່ອ ຜົ້ງປາກ,ຮູ້ທະວານ, ແລະ ເປັນເຊື້ອກໍ່ພະຍາດຫູດຫອນໄກ່ ພ້ອມ

#ຮັບກວດພະຍາດຍິງ~ຊາຍ ຄົບວົງຈອນ #ສຸຂະພາບແມ່ແລະລູກ #ຝາກຄັນ #ວັກຊີນໃນຜູ້ໃຫຍ່ #ວັກຊີນເດັກ #ວັກຊີນປ້ອງກັນມະເຮັງປາກມົດລູກ #ມີລູກຍາກ #ປົວພະຍາດຕິດຕໍ່ທາງເພດຍິງຊາຍ #ຄຸມກຳເນີດ #ວາງແຜນຄອດ #ກວດມະເຮັງປາກມົດລູກ
ສົນໃຈປຶກສາຫມໍ ສອບຖາມ:
Facebook inbox
tel&whatsapp: 02023448448, 030 5879997

👶🏻Rotarix ວັກຊີນຢອດປາກ ສຳລັບເດັກ👶🏻✅ໃຊ້ປ້ອງກັນພະຍາດຖອກທ້ອງຮຸນແຮງທີ່ເກີດຈາກເຊື້ອ Rotavirus ໃນເດັກອ່ອນ✅ການໃຊ້: ຢອດປາກ ບໍ່ແມ...
21/02/2026

👶🏻Rotarix ວັກຊີນຢອດປາກ ສຳລັບເດັກ👶🏻
✅ໃຊ້ປ້ອງກັນພະຍາດຖອກທ້ອງຮຸນແຮງທີ່ເກີດຈາກເຊື້ອ Rotavirus ໃນເດັກອ່ອນ
✅ການໃຊ້: ຢອດປາກ ບໍ່ແມ່ນສັກ
✅ເປັນ1ໃນວັກຊີຫຼັກທີ່ຄວນໄດ້ຮັບ
✅ຈຳນວນຄັ້ງ: ຕ້ອງໄດ້ຮັບ 2 ໂດດສ
✅ອາຍຸທີ່ຄວນໄດ້ຮັບ:
👉🏻ໂດດສແລກຄວນເລີ່ມ: ເດັກອາຍຸ 6~14ອາທິດ [ສະເລ່ຍ 2ເດືອນ]
👉🏻ໂດດສສອງ: ຢອດຫ່າງກັນ ຢ່າງນ້ອຍ 4ອາທິດ ຕ້ອງຄົບກ່ອນ 24ອາທິດ ຫຼື 6ເດືອນ
✅ປະສິດທິພາບ: ຊ່ວຍປ້ອງກັນ ແລະ ລົດຄວາມຮຸນແຮງ ພະຍາດຖອກທ້ອງຮຸນແຮງໃນເດັກ ເຖິງ90%
✅ໃນບາງ ຍີ່ຫໍ້ອາດໄດ້ຢອດເຖິງ3ຄັ້ງ ເຊັ່ນຍີ່ຫໍ່ອື່ນໆ ເຊັ່ນ: rotateq

#ຮັບກວດພະຍາດຍິງ~ຊາຍ ຄົບວົງຈອນ #ສຸຂະພາບແມ່ແລະລູກ #ຝາກຄັນ #ວັກຊີນໃນຜູ້ໃຫຍ່ #ວັກຊີນເດັກ #ວັກຊີນປ້ອງກັນມະເຮັງປາກມົດລູກ #ມີລູກຍາກ #ປົວພະຍາດຕິດຕໍ່ທາງເພດຍິງຊາຍ #ຄຸມກຳເນີດ #ວາງແຜນຄອດ
ສົນໃຈປຶກສາຫມໍ ສອບຖາມ:
Facebook inbox
tel&whatsapp: 02023448448, 030 5879997

16/02/2026

ຝາກກົດຕິດຕາມໝໍໄວ້ແດ່
ວ່າງໆ ດ໋ຽວຫມໍ ມາແນະນຳ ສັບພະຄຸນ ວັກຊີນແຕ່ລະຕົວໃຫ້ ຟັງ🙏❣️🥰

30/10/2025

⚠️31.10.25-01.11.25
ປິດຄຮິນິກ
ທ່ານໃດມີນັດພົບແພດ
ຂໍໃຫ້ເລື່ອນເປັນວັນຖັດໄປ
ຂໍຂອບໃຈ 🙏💕

✅ຮັບກວດ ມະເຮັງປາກມົດລູກ ແບບທັນສະໄຫມ ແລັບ ໄທ~ລາວ✅ຊັດເຈນກວ່າ✅ແມ້ນຍຳກວ່າ✅ກວດງ່າຍໄວ.ບໍ່ເຈັບ✅ເປັນເລືອດ ເປັນລົງຂາວກໍ່ ກວດໄດ້✅ຕ...
24/05/2025

✅ຮັບກວດ ມະເຮັງປາກມົດລູກ ແບບທັນສະໄຫມ ແລັບ ໄທ~ລາວ
✅ຊັດເຈນກວ່າ
✅ແມ້ນຍຳກວ່າ
✅ກວດງ່າຍໄວ.ບໍ່ເຈັບ
✅ເປັນເລືອດ ເປັນລົງຂາວກໍ່ ກວດໄດ້
✅ຕຽມຕົວມາກວດ ງົດລ້າງຊ່ອງຄອດ. ງົດສອດຢາ. ງົດຮ່ວມເພດ 24~48ຊມ ກ່ອນມາກວດ ເພື່ອຜົນທີ່ຊັດເຈນແມ້ນຍຳທີ່ສຸດ.

👉🏻ມະເຮັງປາກມົດລູກ ກວດກ່ອນຮູ້ກ່ອນ ຮັກສາໄດ້❣️

#ຮັບກວດພະຍາດຍິງ~ຊາຍ ຄົບວົງຈອນ #ກວດຄັນ #ມີລູກຍາກ #ປົວພະຍາດຕິດຕໍ່ທາງເພດຍິງຊາຍ #ຄຸມກຳເນີດ #ວາງແຜນຄອດ
ສົນໃຈປຶກສາຫມໍ ສອບຖາມ:
Facebook inbox
tel&whatsapp: 02023448448, 030 5879997

ວັກຊີນປ້ອງກັນມະເຮັງປາກມົດລູກພ້ອມສີດ💉💉💉💕9ສາຍພັນ 7500ບ/ເຂັມ4ສາຍພັນ 3500/ເຂັມ❌❌ມະເຮັງປາກມົດລູກ , ຫອນໄກ່ ຮູ້ກ່ອນ…..ປ້ອງກັນໄດ...
24/05/2025

ວັກຊີນປ້ອງກັນມະເຮັງປາກມົດລູກພ້ອມສີດ💉💉💉💕
9ສາຍພັນ 7500ບ/ເຂັມ
4ສາຍພັນ 3500/ເຂັມ

❌❌ມະເຮັງປາກມົດລູກ , ຫອນໄກ່ ຮູ້ກ່ອນ…..ປ້ອງກັນໄດ້‼️❌❌

😱ວ່າມາ...ມະເຮັງປາກມົດລູກ (cervical cancer) , ຫູດຫອນໄກ່ (Condyloma Acuminata), ມະເຮັງ ປາກຊ່ອງຄອດ (v***a cancer), ມະເຮັງຊ່ອງຄອດ (va**na cancer), ມະເຮັງຜົ້ງປາກ (oropharyngeal cancer), ມະເຮັງຮູທະວານຫນັກ(anus cancer), ມະເຮັງຫົວອະໄວຍະວະເພດຊາຍ(pen*s cancer)...ແລ້ວໃຜສິຢາກເປັນ 😱

👉🏻ເປັນຫຍັງຕ້ອງສີດ ວັກຊີນ HPVນໍ ຫມໍຈະມາເລົ່າໃຫ້ຟັງ ?

ເຊື້ອສາເຫດຫຼັກຄື ເຊື້ອ HPV ຫຼື (human papilloma virus) ທີ່ຫລາຍຄົນອາດບໍ່ເຄີຍຮູ້ຈັກ ເປັນເຊື້ອສາເຫດຫຼັກກວ່າ 90%
ຕິດຈາກການຮ່ວມເພດໃນທຸກເພດ 85~91% ມີເກືອບທຸກຄົນໃດນິ 😂

🦠ເຊື້ອ HPV ມີຫຼາຍກວ່າ 100ສາຍພັນ
ສາຍພັນທີ່ພາໃຫ້ເປັນມະເຮັງປາກມົດລູກ ມີ16ສາຍພັນ

🦠ສາຍພັນສ່ຽງສູງ ກ່ຽວຂ້ອງກັບການເກີດມະເຮັງປາກມົດລູກ: 16, 18 ສ່ຽງສູງສຸດ ແລະ 31, 33, 35, 39, 45, 51, 52, 56, 58, 59, 68 ,69, 73, 82

🦠ສາຍພັນສ່ຽງຕ່ຳ ບໍ່ກ່ຽວຂ້ອງກັບການກໍ່ມະເຮັງ ແຕ່ ພາໃຫ້ເກີດ ຫູດຫອນໄກ່ ໄດ້ແກ່: 6, 11ພົບເລື້ອຍ ແລະ 40, 42, 43, 44, 54, 61, 71, 72, 81

👉🏻ວັກຊີນ ສາມາດສີດໄດ້ ແລະ ຜູ້ຍິງມີເພດສຳພັນແລ້ວຄວນກວດຄັດກອງມະເຮັງປາກມົດລູກຮ່ວມທຸກປີ [ຮູ້ກ່ອນຮັກສາຫາຍຂາດ]

👉ຜູ້ຍິງຄວນສີດ 9~45ປີ ,ຜູ້ຊາຍຄວນສີດ 9~26ປີຈະໄດ້ຜົນດີ
ແຕ່ສີດຊ້າກວ່ານັ້ນກໍ່ຍັງມີປະໂຫຍດໃນການປ້ອງກັນ ແລະ ຍັງສາມາດສີດໄດ້

👉 ຍິງ ຫຼື ຊາຍ ອາຍຸຕ່ຳກວ່າ 15ປີ ແລະ ເວີຈີ້ນ ຄວນສີດ 2 ເຂັມ , ເຂັມທີ1 ແລະ ເຂັ້ມ2 ຫ່າງກັນ6~12 ເດືອນ

👉 ສ່ວນກຸ່ມອາຍຸ ເກີນ15 ຫຼື ມີເພດສຳພັນແລ້ວ ຄວນສີດ 3 ເຂັມ ຄືເຂັມທີ1, ເຂັມ1ເດືອນ ແລະ ເຂັມ 6 ເດືອນ ຕະຫຼອດຊີບບໍ່ຕ້ອງສີດຊໍ້າ

👉🏻ປະຈຸບັນວັກຊີນ ມີ 3 ແບບ: 2ສາຍພັນ, 4ສາຍພັນ, 9ສາຍພັນ ສາມາດສີດໄດ້ທັງຍິງ ແລະ ຊາຍ

👉 ອາການບໍ່ພຶງປະສົງທີ່ບໍ່ຄ່ອຍພົບໄດ້ແກ່: ປວດບວມແດງບ່ອນສີດ, ໄຂ້,ປວດໂຕ, ເຈັບຫົວ, ປວດຂໍ້, ປວດຮາກ, ຮາກ, ຖອດທ້ອງ ເປັນຕົ້ນ

❌ຄົນມັກແພ້ງ່າຍແພ້ຮຸນແຮງ, ພູມຄຸ້ມກັນໄວເກີນປົກກະຕິ ບໍ່ຄວນສີດ

#ໝໍສີດແລ້ວຄົນໄຂ້ສີດຫຼືຍັງ?

Address

Ban Kaison

Alerts

Be the first to know and let us send you an email when Dr Pele Kettavong OBGY clinic posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Dr Pele Kettavong OBGY clinic:

Shortcuts

Share

Category