ແບ່ງປັນນ້ຳໃຈ ຄົນລາວ ຄົນມີນ້ຳໃຈ

ແບ່ງປັນນ້ຳໃຈ ຄົນລາວ ຄົນມີນ້ຳໃຈ ບັນສຸກໃຫ້ກັບທຸກຄົນ❤️❤️ສ້າງຄວາມດີໃຫ້ກັບສັງຄົມ❤️

ຄວາມຫວັງຈາກ70%ກະຊິລົດຫນ້ອຍຖອຍລົງ  ຫລືແຖບຈະບໍ່ເຫລືອ  #ຈັງໄດ້ກະສູ້ເດີ
07/06/2026

ຄວາມຫວັງຈາກ70%ກະຊິລົດຫນ້ອຍຖອຍລົງ
ຫລືແຖບຈະບໍ່ເຫລືອ
#ຈັງໄດ້ກະສູ້ເດີ

🥹 ປະຈຸບັນທີມກູ້ໄພໄທຍ ເພີ່ນຈະຖອນກຳລັງ ກຽມກັບບ້ານເພີ່ນແລ້ວ ເພີ່ນໄດ້ມອບຳາລະກິດນີ້ຕໍ່ໃຫ້ທີມກູ້ໄພລາວ ດຳເນີນການຄົ້ນຫາຕໍ່ 🙏🙏🙏 #...
06/06/2026

🥹 ປະຈຸບັນທີມກູ້ໄພໄທຍ ເພີ່ນຈະຖອນກຳລັງ ກຽມກັບບ້ານເພີ່ນແລ້ວ ເພີ່ນໄດ້ມອບຳາລະກິດນີ້ຕໍ່ໃຫ້ທີມກູ້ໄພລາວ ດຳເນີນການຄົ້ນຫາຕໍ່ 🙏🙏🙏

#ຂໍເປັນກຳລັງໃຈໃຫ້ແລະຂໍໃຫ້ເຂັ້ມແຂງແລະຂໍໃຫ້ປາຕິຫານມີຈີງນຳພາກັບມາຢ່າງປອດໄພ

🥹
ໃນທຸກໆມື້ ທີ່ຜູ້ເປັນເມຍຕ້ອງອອກມາຮ້ອງໄຫ້ ແລະນັ່ງຖ້າຟັງຂ່າວຢູ່ປາກຖ້ຳ ພ້ອມກັບອູ້ມລູກນ້ອຍອາຍຸ 1 ປີປາຍໄວ້ໃນອ້ອມອົກ, ຢູ່ທາງເຮືອນ... ກໍມີສຽງໂທລະສັບ ຫຼື ສຽງຖາມໄຖ່ຈາກລູກຊາຍກົກອາຍຸ 6 ປີທີ່ຄອຍຖ້າດ້ວຍຄວາມຫວັງ. ແມ່... ເມື່ອໃດພໍ່ຈະກັບມາ?

🥹 ທຸກຄັ້ງທີ່ໄດ້ຍິນຄຳນີ້, ຫົວໃຈຂອງຄົນເປັນແມ່ລາວກັບຖືກບີບຈົນແຫຼກສະຫຼາຍ. ແຕ່ເພາະລູກຍັງນ້ອຍເກີນໄປທີ່ຈະຮັບຮູ້ ວ່າຕອນນີ້ພໍ່ຕິດຢູ່ທາງໃນຖ້ຳທີ່ມືດມິດ, ແມ່ຈຶ່ງໄດ້ແຕ່ກືນນ້ຳຕາລົງຄໍ ແລ້ວຕອບລູກໄປດ້ວຍຮອຍຍິ້ມທັງນ້ຳຕາວ່າຍ້ອນຄວາມໄຮ້ດຽງສາ: ພໍ່ໄປຊອກເງິນ... ພໍ່ໄປຊອກເງິນມາຊື້ເຄື່ອງນຸ່ງງາມໆໃຫ້ລູກ, ໄປຊື້ຂະໜົມແຊບໆ ແລະ ຊື້ນົມມາໃຫ້ລູກດື່ມເດີ້. ຕອນນີ້ໜ່ວຍກູ້ໄພ ເພິ່ນກຳລັງພາພໍ່ກັບມາ... ມຶ້ອື່ນເດີ້ລູກ, ມື້ອື່ນພໍ່ກໍກັບມາແລ້ວ.

🥹ເດັກນ້ອຍອາຍຸ 6 ປີ ພໍໄດ້ຍິນວ່າພໍ່ຈະຊື້ຂະໜົມ, ຊື້ນົມມາຝາກ ກໍດີໃຈຕາມປະສາເດັກນ້ອຍ ໂດຍບໍ່ຮູ້ເລີຍວ່າ ຄຳວ່າ "ມື້ອື່ນ" ຂອງແມ່ ມັນໄດ້ໝູນວຽນຜ່ານໄປ 1 ມື້, 2 ມື້, 3 ມື້... ຈົນຮອດ 13 ມື້ແລ້ວ ທີ່ພໍ່ຍັງບໍ່ທັນໄດ້ອອກມາ.

🥹 ພໍ່ຕ້ອງປອດໄພ ຄວາມຫວັງຂອງເມຍ ແລະ ລູກທັງສອງ ບໍ່ມີວັນດັບມອດ. ຕາບໃດທີ່ໜ່ວຍກູ້ໄພທຸກພາກສ່ວນຍັງຄົງຕໍ່ສູ້ ແລະ ເຮັດວຽກຢ່າງສຸດຄວາມສາມາດ, ຄົນທາງນອກກໍຈະບໍ່ຍອມໝົດຫວັງ. ພວກລູກໆ ຕ້ອງໄດ້ພົບພໍ່, ແລະ ພໍ່... ຕ້ອງປອດໄພກັບອອກມາ."ນີ້ຄືຄຳໝັ້ນສັນຍາໃນໃຈຂອງຄົນເປັນເມຍ. ເຖິງວ່າເລື່ອງລາວຄວາມໂສກເສົ້ານີ້ຍັງບໍ່ທັນຈົບ, ຕາບໃດທີ່ປາກຖ້ຳຍັງບໍ່ເປີດອອກ, ແຕ່ຄວາມຮັກ ແລະ ຄວາມອົດທົນຂອງແມ່ຄົນນີ້ ຈະຍັງຄົງສົ່ງຜ່ານຄວາມມືດມິດ ເພື່ອນຳທາງໃຫ້ຜູ້ເປັນຜົວ ແລະ ພໍ່ຂອງລູກໆ ໄດ້ກັບຄືນສູ່ອ້ອມກອດທີ່ອົບອຸ່ນອີກຄັ້ງໜຶ່ງ.

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ...
02/06/2026

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ແລະ ອົງການພຸດທະສາສະໜາສັມພັນລາວ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ: ໃນປັດຈຸບັນ ການນໍາໃຊ້ເຕັກໂນໂລຊີ ອິນເຕີເນັດ ເຟສບຸ໊ກ (Facebook), ວ໋ອດແອ໋ບ (WhatsApp), ຕິກຕ໋ອກ (TikTok), ຢູທູບ (YouTube) ແລະ ສື່ສັງຄົມອອນລາຍຕ່າງໆ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນໍາໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມ ສໍາລັບພຣະພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຕໍ່ສະມະນະເພດ. ສະນັ້ນ, ເພື່ອເປັນການຄວບຄຸມການນໍາໃຊ້ໃຫ້ມີຄວາຖືກຕ້ອງ ແລະ ຄວາມເໝາະສົມຈຶ່ງແຈ້ງມາຍັງ ພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຫ້າມສະແດງອອກທາງສື່ສັງຄົມອອນລາຍດັ່ງນີ້:

1. ຫ້າມໂພສໂຄສະນາຊວນເຊື່ອ, ຊັກຈູງ, ແນະນໍາ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ກ່ຽວກັບເລື່ອງງົມງວາຍ, ບະບົນ ຫຼື ອ້ອນວອນ ບໍ່ມີເຫດຜົນ ຊຶ່ງຂັດກັບຫຼັກພຣະທັມມະວິໄນ;
2. ຫ້າມໂພສອວດອ້າງຄວາມສັກສິດ, ອິດທິລິດ ຫຼື ປາຕິຫານເພື່ອຫວັງຜົນທາງລາບສັກກາລະ;
3. ຫ້າມໂພສຮູບພາບ ຫຼື ວິດີໂອທີ່ບໍ່ເໝາະສົມ: ເຊັ່ນ ການຖ່າຍຮູບອວດສາຣີລະຮ່າງກາຍ, ວິດີໂອໃນລັກສະນະຕະຫຼົກຄຶກຄະນອງ ຫຼື ການສະແດງພຶດຕິກຳທີ່ຜິດຕໍ່ພຣະທັມມະວິໄນ ແລະ ພາບພົດຂອງຄະນະສົງ;
4. ຫ້າມວິພາກວິຈານເລື່ອງສັງຄົມບ້ານເມືອງ: ບໍ່ໃຫ້ໂພສ ຫຼື ສະແດງຄວາມຄິດເຫັນ ທີ່ກ່ຽວຂ້ອງກັບບັນຫາສ້າງຄວາມຂັດແຍ່ງໃຫ້ສັງຄົມບ້ານເມືອງ, ຄວາມໝັ້ນຄົງ, ຫຼື ສ້າງຄວາມແຕກແຍກໃນສັງຄົມ ແລະ ລະຫວ່າງສາສະໜາ;
5. ຫ້າມໄລຟ໌ສົດ (Live) ໃນລັກສະນະທີ່ບໍ່ສຳລວມ: ໄລຟ໌ສົດຮຽກຮ້ອງຄວາມສົນໃຈ, ຫຼື ໄລຟ໌ສົດຂາຍເຄື່ອງວັດຖຸມຸງຄຸນ ແລະ ຣີວິວສິນຄ້າ ເພື່ອຜົນປະໂຫຍດສ່ວນຕົວ
6. ຫ້າມໃຊ້ຄຳເວົ້າທີ່ບໍ່ສຸພາບ: ການຄອມເມັ້ນ, ຕອບໂຕ້ ຫຼື ຖົກຖຽງກັນຜ່ານສື່ສັງຄົມອອນລາຍ;

ພາຍຫຼັງແຈ້ງການສະບັບນີ້ ໄດ້ຮັບການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງກັນແລ້ວ, ຖ້າຍັງມີພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຍັງມີພຶດຕິກໍາທີ່ລະເມີດຕໍ່ຂໍ້ຫ້າມ ທີ່ແຈ້ງການໄປນັ້ນ ແມ່ນມອບໃຫ້ອົງການພຸດທະສາສະໜາສັມພັນລາວ ແຕ່ລະຂັ້ນ ນໍາຜູ້ກ່ຽວມາສຶກສາອົບຮົມ ໄປຈົນເຖິງຂັ້ນປະຕິບັດວິໄນຂັ້ນເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນທັມມະ - ວິໄນ ແລະ ທັມມະນູນສົງລາວ.

ອ່ານແຈ້ງການລະອຽດ:
https://drive.google.com/file/d/1QYMWfHZngL43R1JluA4nVO2Czwb5WMNE/view?usp=sharing

❤️ພາບປະທັບໃຈ ❤️ ປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ ຄົບ ຮອບ 46 ປ...
01/06/2026

❤️ພາບປະທັບໃຈ ❤️ ປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ໂດຍໄດ້ຈັດຂຶ້ນວັນທີ 01 ມິຖຸນາ 2026 ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
#ບ້ານວຽງຄຳ

ທັງ 5 ຄົນທີ່ຕິດຖ້ຳ ກິນໄມ້ຮ່ອນຄຳໝົດໄປ 2 ຖາດປະທັງຊີວິດເປັນເລື່ອງລາວທີ່ສະທ້ອນໃຫ້ເຫັນເຖິງຄວາມອົດທົນ ແລະ ໄຫວພິບໃນການເອົາຊີວິດ...
30/05/2026

ທັງ 5 ຄົນທີ່ຕິດຖ້ຳ ກິນໄມ້ຮ່ອນຄຳໝົດໄປ 2 ຖາດປະທັງຊີວິດເປັນເລື່ອງລາວທີ່ສະທ້ອນໃຫ້ເຫັນເຖິງຄວາມອົດທົນ ແລະ ໄຫວພິບໃນການເອົາຊີວິດລອດຢ່າງໜ້າອັດສະຈັນແທ້ໆ ຄັ້ງນັ້ນທັງ 5 ຄົນຕ້ອງຕິດຢູ່ໃນຖ້ຳມືດ ທີ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂດຍທີ່ບໍ່ມີສະບຽງອາຫານຫຍັງເລີຍການຕັດສິນໃຈກິນໄມ້ຮ່ອນຄຳຖືເປັນທາງເລືອກສຸດທ້າຍໃນການປະທັງຊີວິດ ເຊິ່ງພວກເຂົາຕ້ອງກິນໄປເຖິງ 2 ຖາດ (ຕາມທີ່ຮ່າງກາຍຈະຮັບໄຫວໃນຕອນນັ້ນເພື່ອໃຫ້ມີແຮງລໍຖ້າການຊ່ວຍເຫຼືອ

ພາລະກິດມື້ນີ້ຂໍຄົນລະ1ດວງໃຈພີນອ້ງ❤️
27/05/2026

ພາລະກິດມື້ນີ້ຂໍຄົນລະ1ດວງໃຈພີນອ້ງ❤️

ຂໍກຳລັງ❤️ຈາກຄົນ🇱🇦
27/05/2026

ຂໍກຳລັງ❤️ຈາກຄົນ🇱🇦

09/05/2026

ຊຸ່ມເຢັນ🌧️🌧️ ປັດຈຸບັນຫຼາຍເຂດຢູ່ນະຄອນຫຼວງຝົນຕົກ ເຂດທ່ານຢູ່ຝົນຕົກບໍ່ນໍ້?

ແບ່ງປັນນ້ຳໃຈໃຫ້ກັບນ້ອງນັກຮຽນ ບ້ານຄວາຍແດງ❤️
21/04/2026

ແບ່ງປັນນ້ຳໃຈໃຫ້ກັບນ້ອງນັກຮຽນ ບ້ານຄວາຍແດງ❤️

ແບ່ງປັນນ້ຳໃຈໃຫ້ນ້ອງໆແຂວງວຽງຈັນ ເມື່ອງແກ້ວອຸດົນ❤️
11/04/2026

ແບ່ງປັນນ້ຳໃຈໃຫ້ນ້ອງໆແຂວງວຽງຈັນ ເມື່ອງແກ້ວອຸດົນ❤️

Address

Lak5, Laos
Ban Sivilai
10300

Website

Alerts

Be the first to know and let us send you an email when ແບ່ງປັນນ້ຳໃຈ ຄົນລາວ ຄົນມີນ້ຳໃຈ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category