17/07/2026
ໂຮງໝໍບໍລິເວນ 107 ກອງທັບ
ປາຖະກະຖາວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ.
=======================
ວັນທີ 17 ກໍລະກົດ 2026 ນີ້ ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ (ວັນທີ 05 ສິງຫາ 1956 - 05 ສິງຫາ 2026) ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບນຊາໂຮງໝໍບໍລິເວນ 107 ກອງທັບ, ອົງການຮັບສົ່ງລາວ-ຈີນ, ສາງນ້ຳມັນເລກ 2, ສາງນ້ຳມັນເລກ 3, ໂຮງງານຕັດຫຍິບພາກເໜືອ, ມີບັນດາທ່ານພະນັກງານອາວຸໂສບໍານານ, ພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຈັນທະວົງ ອຸປະດີ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ, ອານຸກຳມະການໂຄສະນາປາຖະກະຖາ ກົມໃຫຍ່ພະລາທິການກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ-ນັກຮົບໃນໄລຍະໃໝ່ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄວາມໝາຍ, ຄວາມສຳຄັນ ແລະເນື້ອໃນຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮູ້ຈໍາແນກມິດ-ສັດຕູ, ກຳແໜ້ນແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຕັດສິນໃຈ ເຮັດຫຼ້ອນໜ້າທີ່, ຕັ້ງໜ້າປະຕິບັດທຸກມະຕິ, ຄໍາສັ່ງ, ຍອມເສຍສະຫຼະເພື່ອປະເທດຊາດ, ເດັດດ່ຽວຕໍ່ສູ້ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນຢ່າງເຂັ້ມງວດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ດໍາລົງຊີວິດແບບປອດໃສຂາວສະອາດ, ມີນໍ້າໃຈ ຮັກຊາດຮັກລະບອບໃໝ່, ການປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ-ນັກຮົບໃນໄລຍະໃໝ່, ເພື່ອເຮັດໃຫ້ ແຕ່ລະວຽກດໍາເນີນໄປດ້ວຍຄວາມສໍາເລັດວ່ອງໄວ, ທັນເວລາ, ຖືກຕ້ອງ, ເໝາະສົມ, ມີຄຸນນະພາບ ແລະມີປະສິດທິຜົນສູງ. ຈາກນັ້ນ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ກຽດຫວນຄືນມູນເຊື້ອວັນສ້າງຕັ້ງຂະແໜງການພະລາທິການກອງທັບ, ເຊິ່ງໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 70 ປີ ຂອງວຽກງານພະລາທິການທັງເປັນການລໍ້າລຶກເຖິງຜົນງານ, ຄຸນງາມ ຄວາມດີຂອງພະນັກງານ-ສະມາຊິກພັກ, ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຜູ້ທີ່ເສຍສະຫລະ ເລືອດເນື້ອເພື່ອພາລະກິດປົດປ່ອຍຊາດ, ແລກກັບອິດສະລະພາບເຂົ້າມາໃນກຳມືກໍ່ຄືກັບຄວາມຢູ່ເຢັນເປັນສຸກຂອງຜືນດິນລາວເຮົາ. ວັນທີ 05 ສິງຫາ 1956 ສູນກາງໄດ້ມີດຳລັດສ້າງຕັ້ງຫ້ອງພະລາທິການຂອງກະຊວງປ້ອງກັນປະເທດຂຶ້ນໂດຍແມ່ນສະຫາຍ ທິດມ່ວນ ສາວຈັນທະລາ ເປັນຜູ້ຮັບຜິດຊອບອົງການພະລາທິການກະຊວງ ເຊິ່ງໄດ້ຮັບການຈັດຕັ້ງຄື: ຄະນະຮັບຜິດຊອບ ແລະພະແນກແຜນການ, ບໍລິຫານ ແລະ ຄຸ້ມຄອງມີ 25 ສະຫາຍ, ພະແນກການເງິນ ແລະບໍລິໂພກ 45 ສະຫາຍ, ພະແນກເພີ່ມພູນ ແລະ ລຳລຽງສະບຽງອາຫານ 31 ສະຫາຍ, ພະແນກຍຸດໂທ 30 ສະຫາຍ, ພະແນກອຸປະໂພກ 6 ສະຫາຍ, ພະແນກເສນາຮັກ 33 ສະຫາຍ, ກຳລັງຂົນສົ່ງ ທາງບົກ 2 ກອງຮ້ອຍ 336 ສະຫາຍ, ລວມທັງໝົດ ຈໍານວນພົນໃນຫ້ອງການ ແລະກົມກອງຍ່ອຍມີ 506 ສະຫາຍ ເພື່ອໃຫ້ເໝາະສົມກັບສະພາບການຕັ້ງທັບເວລານັ້ນ, ຫ້ອງພະລາທິການໄດ້ແບ່ງອອກເປັນ 2 ພາກສ່ວນຄື: ພາກສ່ວນຕົ້ນຕໍຢູ່ຊໍາເໜືອ, ພາກສ່ວນສໍາຮອງຢູ່ຜົ້ງສາລີ ຢູ່ແຕ່ລະທິດໄດ້ຈັດຕັ້ງກົມກອງພື້ນຖານມີໜ່ວຍປິ່ນປົວ, ໂຮງໝໍ, ໜ່ວຍຂົນສົ່ງ, ໜ່ວຍສ້ອມແປງ, ໂຮງຮຽນວິຊາ ສະເພາະ, ປີ1955-1956 ພວກເຮົາສາມາດເປີດ ຮຽນໄດ້ 20 ຊຸດ, ສ້າງພະນັກງານ ໄດ້ 559 ສະຫາຍ ຂອງຂະແໜງວິຊາສະເພາະເຕັກນິກຕ່າງໆເຊັ່ນ: ຄຸ້ມຄອງສະໝຸດບັນຊີ, ນາຍສາງ, ແພດ ແລະ ການຢາຊັ້ນຕົ້ນ, ຢູ່ຫ້ອງການ ແລະ ພະແນກຕ່າງໆ ໄດ້ ຈັດຕັ້ງຮຽນຢູ່ກັບທີ່ ເພື່ອຍົກສູງລະດັບທາງດ້ານ ວິຊາສະເພາະ ແລະດ້ານການເມືອງ, ໃນໄລຍະສັ້ນພວກເຮົາກໍ່ສ້າງພະນັກງານພະລາທິການໄດ້ພໍຕາມຄາດໝາຍໃນຄາວນັ້ນ, ລະດັບຄວາມຮູ້ ເວົ້າລວມຍັງຕໍ່າແຕ່ກໍ່ພະຍາຍາມຮັບໃຊ້ກົມກອງໃຫ້ດີທີ່ສຸດ, ວຽກງານພະລາທິການກອງທັບໃນ ພາລະກິດປ່ຽນແປງໃໝ່ ນັບແຕ່ພັກໄດ້ກຳນົດແນວທາງປ່ຽນແປງໃໝ່ຮອບດ້ານໃນປີ 1986 ໃນ ທ່າມກາງການປ່ຽນ ຜ່ານໄປສູ່ເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ກອງທັບກໍໄດ້ກຳນົດແຜນຍຸດທະສາດໃນການປັບປຸງ ແລະກໍ່ສ້າງກອງທັບເປັນແຕ່ລະໄລຍະ, ວຽກງານພະລາທິການໄດ້ຮັບ ການປັບປຸງ ແລະເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງຖ້າທຽບໃສ່ເມື່ອກ່ອນ ພວກເຮົາມີລະບົບການຈັດຕັ້ງທີ່ເປັນເອກະພາບ, ເປັນລະບົບຄົບຊຸດແຕ່ຂັ້ນກະຊວງລົງຮອດກົມກອງພື້ນຖານ, ການຈັດຕັ້ງຮັບປະກັນ ແລະຄຸ້ມຄອງພະລາທິການໄດ້ກ້າວໄປສູ່ຕາມລະບຽບກົດໝາຍ, ບັນດາຂໍ້ກຳນົດ, ກົດລະບຽບ, ລະບອບໄດ້ຮັບການປັບປຸງ ແລະໄດ້ສ້າງໃໝ່ທີ່ແທດເໝາະກັບສະພາບການໃນແຕ່ລະໄລຍະ, ພ້ອມກັນນັ້ນ ວຽກງານພະລາທິການໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານເຮັດໃຫ້ແບບແຜນວິທີເຮັດວຽກໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ຮັບປະກັນວຽກງານປົກກະຕິ, ວຽກງານກຽມພ້ອມສູ້ຮົບ, ອົບຮົມຫັດແອບ, ຊ້ອມຮົບ, ກອບກູ້ໄພພິບັດ, ຕ້ານພະຍາດລະບາດ ແລະກໍ່ສ້າງເສດຖະກິດ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະມູນເຊື້ອອັນສະຫງ່າງາມຂອງຕົນ, ຂະແໜງພະລາທິການຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະທາດແທ້ປະຊາຊົນຂອງກອງທັບປະຊາຊົນໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ປັບປຸງ-ກໍ່ສ້າງຂະແໜງພະລາທິການກອງທັບໃຫ້ເຂັ້ມແຂງ, ໜັກແໜ້ນ ແລະຫັນເປັນທັນສະໄໝ, ເຊື່ອມຊຶມ, ກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດສັງຄົມນິຍົມ ອ້າຍນ້ອງ, ສສ ຫວຽດນາມ, ສປ ຈີນ, ສ ລັດເຊຍ ແລະບັນດາປະເທດໃກ້ຄຽງ, ຮ່ວມມືໃນຂອບ ອາຊຽນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢ່າງຮອບດ້ານ.
ຂ່າວ: ນາງ ສຸລິຈັນ ພັດທະນາ