Lao Friends Hospital for Children

Lao Friends Hospital for Children Lao Friends Hospital for Children is the only provider of free, high-quality healthcare in the country

Lao Friends Hospital for Children (LFHC) is a project by Friends Without A Border that provides free medical care and health education to children in Luang Prabang, Laos. Through the model of Treatment + Education + Prevention, the hospital treats over 15,000 children annually, educates hundreds of local medical professionals, and prevents thousands of diseases. LFHC follow's Friends Without A Border's guiding motto of compassionate care: “treat every patient as if your own child.”

📢 ປະກາດຮັບສະຫມັກພະນັກງານ ຜູ້ຊ່ວຍສູນຂໍ້ມູນຂ່າວສານຂອງໂຮງໝໍເພື່ອນລາວ 1 ຕຳແໜ່ງ.📍ສະຖານທີ່: ສູນຂໍ້ມູນຂ່າວສານຂອງໂຮງໝໍເພື່ອນລາວສ...
12/08/2026

📢 ປະກາດຮັບສະຫມັກພະນັກງານ ຜູ້ຊ່ວຍສູນຂໍ້ມູນຂ່າວສານຂອງໂຮງໝໍເພື່ອນລາວ 1 ຕຳແໜ່ງ.

📍ສະຖານທີ່: ສູນຂໍ້ມູນຂ່າວສານຂອງໂຮງໝໍເພື່ອນລາວສໍາຫຼັບເດັກນ້ອຍ Friends Visitor Center , ເເຂວງຫຼວງພະບາງ, ສປປ ລາວ.

✉️ວິທີສະໝັກ: ກະລຸນາສົ່ງ CV ຂອງທ່ານຫາອີເມວ [email protected] ຫຼືສົ່ງເຂົ້າເບີ
020 97-239-815/ 020 55-589-134

ສໍາລັບລາຍລະອຽດເພີ່ມເຕີມຂອງໜ້າວຽກ ແລະ ຂໍ້ມູນອື່ນໆ ສາມາດສອບຖາມໄດ້ໂດຍກົງຫາເບີໂທຂ້າງເທິງ.

ແລ້ວມາຮ່ວມເປັນຄອບຄົວດຽວກັນກັບພວກເຮົາເດີ້🤗

[English translation below]ຂອບໃຈທີມງານອົງການ MyLaoSMILE ຈາກປະເທດສິງກະໂປ ທີ່ໄດ້ສຳເລັດພາລະກິດຜ່າຕັດ ຄັ້ງທີ 7 ຢູ່ໂຮງໝໍເພື່ອ...
10/08/2026

[English translation below]
ຂອບໃຈທີມງານອົງການ MyLaoSMILE ຈາກປະເທດສິງກະໂປ ທີ່ໄດ້ສຳເລັດພາລະກິດຜ່າຕັດ ຄັ້ງທີ 7 ຢູ່ໂຮງໝໍເພື່ອນລາວເພື່ອເດັກນ້ອຍ. 💚

ໃນຄັ້ງນີ້, ທີມງານໄດ້ຜ່າຕັດປາກແຫວ່ງ-ເພດານໂຫວ່ ແລະ ຜ່າຕັດມື ໃຫ້ແກ່ເດັກນ້ອຍຈຳນວນ 30 ກໍລະນີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.

ໃນນາມຕາງໜ້າພວກຮົາທຸກຄົນຢູ່ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ, ຂໍຂອບໃຈທີມງານເປັນຢ່າງສູງ ສຳລັບການຮ່ວມມື, ການສະໜັບສະໜູນ ແລະ ການທຸ່ມເທເຮັດວຽກຢ່າງໜັກ ເພື່ອປ່ຽນແປງຊີວິດຂອງເດັກນ້ອຍໃນທົ່ວພາກເໜືອຂອງລາວຢ່າງຕໍ່ເນື່ອງ. ພະນັກງານຂອງພວກຮົາມີຄວາມຍິນດີ ແລະ ຮັກການຮ່ວມງານກັບທີມງານຂອງທ່ານສະເໝີ, ແລະ ພວກຮົາລໍຖ້າທີ່ຈະຕ້ອນຮັບພວກທ່ານກັບມາອີກຄັ້ງ!
----------------
Thank you to the MyLaoSMILE team from Singapore for completing their seventh surgical mission at Lao Friends Hospital for Children. 💚

This time, the team performed 30 cleft lip, cleft palate and hand surgeries, all completely free of charge.

From all of us at LFHC, thank you for the amazing, life-changing work you continue to do for children across northern Laos. Our staff always love working alongside your team, and we already can’t wait to welcome you back again!

07/08/2026

🚨 ຮີບລົງທະບຽນ! ເດືອນສິງຫານີ້ ເປັນເດືອນສຸດທ້າຍແລ້ວສຳລັບລາຄາສ່ວນຫຼຸດພິເສດ (EARLY BIRD)!

ທ່ານໄດ້ລົງທະບຽນແລ້ວຫຼືບໍ່? ຢ່າພາດໂອກາດດີໆແບບນີ້!

🌐 ລົງທະບຽນອອນລາຍໄດ້ທີ່: luangprabangmarathon.com (ລົງທະບຽນດ້ວຍຕົນເອງຜ່ານແອັບ EFG Laos)
📍 ຫຼື ລົງທະບຽນດ້ວຍຕົນເອງໄດ້ທີ່: ສູນຂໍ້ມູນຂ່າວສານ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ (LFHC Visitor Centre), ຕັ້ງຢູ່ຕຶກ The Blue House, ຖະໜົນສັກກະລິນ, ນະຄອນ ຫຼວງພະບາງ (ຂ້າງຮ້ານ Café Ban Wat Sene ຫຼື ກົງກັນຂ້າມກັບໂຮງຮຽນປະຖົມຫຼວງພະບາງ).
------
HURRY! Last month of the EARLY BIRD DISCOUNT
Have you registered yet?

🌐 Register online at luangprabangmarathon.com
Or register in person at:
📍 Lao Friends Hospital for Children Visitor Centre
The Blue House
9 Sakkaline Road, Luang Prabang
Next to Café Ban Wat Sene

06/08/2026

ການຊ່ວຍເຫຼືອຈາກຊຸມຊົນແມ່ນສິ່ງທີ່ສຳຄັນຕໍ່ໂຮງໝໍພວກເຮົາ. ພວກເຮົາຂໍຂອບໃຈຮ້ານຕັດຜົມ ສຸກັນ 92 ບ້ານນາສໍາພັນ ທີ່ໄດ້ມາຊ່ວຍຕັດຜົມໃຫ້ຄົນເຈັບ, ຜູ້ປົກຄອງຄົນເຈັບ ແລະ ຊ່ວຍເຫຼືອບຸກຄະລາກອນຂອງໂຮງໝໍທີ່ເຮັດໜ້າທີ່ຈົນບໍ່ມີເວລາໄປຕັດຜົມຢູ່ຂ້າງນອກ.ຂອບໃຈການຊ່ວຍເຫຼືອຂອງທ່ານຕະຫຼອດມາ.
--------------------
Community support is essential to our hospital. We would like to thank Sukan 92 Barbershop from Na Samphan Village for coming to help cut hair for patients, patients' families, and assisting hospital staff who are too busy with their duties to go get a haircut outside. Thank you very much for your continued support and assistance.
#ພະລັງຊຸມຊົນໃນການຊ່ວຍເຫຼຶອ

🚨 [ດ່ວນ] ຂໍຄວາມຊ່ວຍເຫຼືອ ບໍລິຈາກເລືອດກຸ່ມ B+ 🚨ມື້ນີ້ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂອງພວກເຮົາມີຄວາມຕ້ອງການເລືອດກຸ່ມ B+ ດ່ວ...
05/08/2026

🚨 [ດ່ວນ] ຂໍຄວາມຊ່ວຍເຫຼືອ ບໍລິຈາກເລືອດກຸ່ມ B+ 🚨

ມື້ນີ້ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂອງພວກເຮົາມີຄວາມຕ້ອງການເລືອດກຸ່ມ B+ ດ່ວນ! ເພື່ອໃຫ້ແກ່ຄົນເຈັບເດັກນ້ອຍທີ່ຕ້ອງໄດ້ຮັບການຜ່າຕັດໃນມື້ນີ້.
ທ່ານໃດທີ່ມີເລືອດກຸ່ມ B+ ແລະ ມີຄວາມປະສົງຢາກຊ່ວຍເຫຼືອ ທ່ານສາມາດເຂົ້າມາບໍລິຈາກໄດ້ທີ່ ສູນເລືອດ ແຂວງຫຼວງພະບາງ ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
📞 ເບີໂທລະສັບ: +8562092763338
📍 ສະຖານທີ່: ສູນເລືອດ ຫຼວງພະບາງ
ຂໍຂອບໃຈ 🙏

03/08/2026

ພໍ່ແມ່ເຄີຍສັງເກດບໍ່ວ່າ ອາຫານທີ່ເຮົາໃຫ້ລູກກິນໃນແຕ່ລະວັນ ສົ່ງຜົນຕໍ່ຮ່າງກາຍຂອງລູກຫຼາຍປານໃດ?

ການໃຫ້ອາຫານທີ່ບໍ່ຖືກຕ້ອງຕາມຫຼັກໂພຊະນາການ ແລະ ບໍ່ເໝາະສົມຕາມຊ່ວງອາຍຸຂອງລູກ... ອາດເປັນການທຳລາຍສຸຂະພາບຂອງລູກໂດຍທີ່ເຮົາບໍ່ຮູ້ຕົວ.

ເຊິ່ງອາດສົ່ງຜົນເຮັດໃຫ້ເດັກນ້ອຍ ຂາດສານອາຫານ, ຮ່າງກາຍບໍ່ແຂງແຮງ ແລະ ມີຄວາມສ່ຽງທີ່ຈະເກີດພະຍາດແຊກຊ້ອນຕ່າງໆໄດ້ງ່າຍ.
------------------------------------
Have you ever noticed how much the food we give our children every day affects their bodies?

Giving them the wrong food or meals that don't match their age and proper nutritional needs can unknowingly harm their health.

This can lead to malnutrition, a weak immune system, and make them easily prone to various complications and illnesses.

#ສຸຂະພາບເດັກ #ໂພຊະນາການເດັກ #ຄຳແນະນຳສຳລັບພໍ່ແມ່

ທ່ານຮູ້ຫຼືບໍ່... ທ່ານສາມາດບໍລິຈາກປະກອບສ່ວນສະໜັບສະໜູນໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂອງພວກເຮົາ ໄດ້ງ່າຍໆ ແລະ ປອດໄພ ຜ່ານໂຄງການ...
31/07/2026

ທ່ານຮູ້ຫຼືບໍ່... ທ່ານສາມາດບໍລິຈາກປະກອບສ່ວນສະໜັບສະໜູນໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂອງພວກເຮົາ ໄດ້ງ່າຍໆ ແລະ ປອດໄພ ຜ່ານໂຄງການ ❤️💚 ໃນໂຄງການ "ຊ່ວຍເຫຼືອຊີວິດເດັກເກີດໃໝ່" ໃນປີ 2026 ນີ້!

ທຸກທ່ານບໍລິຈາກຊ່ວຍເຫຼືອພວກເຮົາ ຕາມກຳລັງຄວາມສາມາດ ເພື່ອສົມທົບທຶນຊ່ວຍເຫຼືອພະເເນກເດັກເກີດໃໝ່ ຂອງໂຮງໝໍເພື່ອນລາວ.

ທຸກໆການບໍລິຈາກຂອງທ່ານ ບໍ່ວ່າຈະໜ້ອຍ ຫລື ຫຼາຍຈະຖືກນຳໄປຈັດຊື້ຢາ, ຕູ້ອົບ, ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດທີ່ຈຳເປັນ ເພື່ອຍົກສູງຄຸນນະພາບການປິ່ນປົວໃຫ້ເດັກນ້ອຍເກີດໃໝ່ ຢູ່ຂົງເຂດພາກເໜືອຂອງປະເທດລາວ.

#ໂຮງໝໍເພື່ອນລາວສຳລັບເດັກນ້ອຍ #ຊ່ວຍເຫຼືອຊີວິດເດັກເກີດໃໝ່

💛 ຂໍຂອບໃຈ ຜູ້ບໍລິຈາກພາຍໃນຊຸມຊົນຫຼວງພະບາງຕະຫຼອດໄລຍະເດືອນກໍລະກົດທີ່ຜ່ານມາ, ພວກເຂົາມີຄວາມຊາບຊຶ້ງໃຈເປັນຢ່າງຍິ່ງ ຕໍ່ນ້ຳໃຈອັນປ...
29/07/2026

💛 ຂໍຂອບໃຈ ຜູ້ບໍລິຈາກພາຍໃນຊຸມຊົນຫຼວງພະບາງ

ຕະຫຼອດໄລຍະເດືອນກໍລະກົດທີ່ຜ່ານມາ, ພວກເຂົາມີຄວາມຊາບຊຶ້ງໃຈເປັນຢ່າງຍິ່ງ ຕໍ່ນ້ຳໃຈອັນປະເສີດຂອງທຸກໆທ່ານ ທີ່ໄດ້ຮ່ວມບໍລິຈາກເງິນໃສ່ກ່ອງບໍລິຈາກຂອງພວກເຮົາ.

ບໍ່ວ່າຈະເປັນຄອບຄົວໃນທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ແຂກຜູ້ມາຢ້ຽມຢາມ, ຕະຫຼອດຮອດຄອບຄົວຂອງ ຄອບຄົວ ເຖິງວ່າຈະບໍ່ໄດ້ມີຫຼາຍ ແຕ່ກໍຍັງມີນ້ຳໃຈແບ່ງປັນເທົ່າທີ່ຈະເຮັດໄດ້.

ນ້ຳໃຈ ແລະ ຄວາມຊ່ວຍເຫຼືອເຫຼົ່ານີ້ ບໍ່ໄດ້ວັດແທກກັນຢູ່ທີ່ຈຳນວນເງິນ, ແຕ່ວັດແທກດ້ວຍຄວາມເມດຕາ, ຄວາມໄວ້ເນື້ອເຊື່ອຄົນເຈັບ ຕ່າງກໍພ້ອມຈິດພ້ອມໃຈກັນສະໜັບສະໜູນ ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ຕາມກຳລັງຄວາມສາມາດ ແລະ ຮູບແບບຂອງຕົນເອງ. ແຕ່ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມປະທັບໃຈຫຼາຍທີ່ສຸດ ແມ່ນການໄດ້ເຫັນຫຼາຍໆໃຈ ແລະ ຄວາມຫວັງທີ່ສົ່ງມອບໃຫ້ກັນ. ທຸກໆການບໍລິຈາກລ້ວນແຕ່ມີສ່ວນ ສຳຄັນທີ່ຊ່ວຍໃຫ້ພວກເຮົາສາມາດປົວປິ່ນ ແລະ ດູແລເດັກນ້ອຍທົ່ວພາກເໜືອຂອງລາວໄດ້ໂດຍບໍ່ເສຍຄ່າໃດໆ.

ຂໍຂອບໃຈມາຍັງທຸກໆທ່ານທີ່ຮ່ວມບໍລິຈາກໃນເດືອນນີ້, ນ້ຳໃຈຂອງພວກທ່ານມີຄວາມໝາຍເກີນກວ່າຈະພັນລະນາເປັນຄຳເວົ້າໄດ້. 🙏

ປ.ລ. ຖ້າຫາກທ່ານໃດມີຮູບພາບການບໍລິຈາກທີ່ພວກເຮົາບໍ່ໄດ້ລົງໃນໂພສນີ້, ສາມາດຮ່ວມແບ່ງປັນ ແລະ ຄອມເມັ້ນຢູ່ກ້ອງໂພສນີ້ໄດ້ເລີຍເດີ້.
-------------
Community Donors in Luang Prabang 💛

Throughout July, we were deeply moved by the generosity shown through our community donation boxes.

Local families, businesses, visitors, and patient families all chose to support our hospital in their own way. What touched us most was seeing families who may have very little themselves still choosing to give what they could.

These gifts are not measured only by their amount, but by the kindness, trust, and hope behind them. Every contribution helps us continue providing free care to children across northern Laos.

To everyone who gave this month, thank you. Your generosity means more than words can express. 🙏

Please share your photos in the comments section if you have any.

[English translation below]ຫຼັງຈາກໄດ້ເຂົ້າຮ່ວມການຝຶກອົບຮົມດ້ານການສອດສາຍ PICC ຢູ່ ນະຄອນຫຼວງວຽງຈັນ, ດຣ. ວິໄລວອນ ແສນແກ້ວ ກໍ...
27/07/2026

[English translation below]
ຫຼັງຈາກໄດ້ເຂົ້າຮ່ວມການຝຶກອົບຮົມດ້ານການສອດສາຍ PICC ຢູ່ ນະຄອນຫຼວງວຽງຈັນ, ດຣ. ວິໄລວອນ ແສນແກ້ວ ກໍໄດ້ຈັດກອງປະຊຸມຝຶກອົບຮົມຢູ່ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ເພື່ອແບ່ງປັນຄວາມຮູ້ ແລະ ເທັກນິກໃໝ່ໆ ທີ່ອີງໃສ່ຫຼັກຖານທາງການແພດຫຼ້າສຸດ ໃຫ້ກັບທີມງານພະແນກເດັກເກີດໃໝ່ຂອງພວກເຮົາ.

ໃນຖານະທີ່ເປັນໂຮງໝໍເດັກນ້ອຍທີ່ໃຫ້ການປິ່ນປົວຟຣີ ແລະ ຕ້ອງເຮັດວຽກພາຍໃຕ້ຊັບພະຍາກອນທີ່ຈຳກັດ, ພວກເຮົາອາດຈະບໍ່ສາມາດເຂົ້າເຖິງເເນວທາງ ຫຼື ວິທີການຝຶກຫັດສະເພາະທາງຢູ່ສະເໝີ. ເຖິງຢ່າງໃດກໍຕາມ, ຂໍ້ຈຳກັດເຫຼົ່ານັ້ນກໍບໍ່ໄດ້ເປັນອຸປະສັກຕໍ່ຄວາມມຸ່ງໝັ້ນໃນການຮຽນຮູ້ຂອງທີມງານຂອງພວກເຮົາ. ດ້ວຍຄວາມຄິດສ້າງສັນ ແລະ ການຊິນຳຢ່າງໃກ້ຊິດ, ທີມງານໄດ້ສ້າງເເບບຈຳລອງການຝຶກຫັດທີ່ປອດໄພໂດຍນຳໃຊ້ອຸປະກອນທີ່ມີຢູ່ ເພື່ອຝຶກຝົນທັກສະທີ່ຈຳເປັນ.

ສິ່ງນີ້ຄືຫົວໃຈສໍາຄັນຂອງການສຶກສາທາງການແພດຢູ່ ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ນັ້ນກໍຄື ການນຳເອົາຄວາມຮູ້ກັບມາແບ່ງປັນ ແລະ ຖ່າຍທອດຕໍ່ໃຫ້ກັບເພື່ອນຮ່ວມງານ ເພື່ອພັດທະນາຄຸນນະພາບການປິ່ນປົວເດັກນ້ອຍທຸກໆຄົນຢ່າງຕໍ່ເນື່ອງ.

ຂໍຊົມເຊີຍ ທີມງານຂອງພວກເຮົາທຸກຄົນ! 👏
----------------------
After attending specialized PICC line training in Vientiane, Dr. Vilaivone Senkeo organized a workshop at LFHC to share the latest evidence-based knowledge and techniques with our neonatal team.

As a free pediatric hospital working with limited resources, we do not always have access to specialized training models. But that never limits our team’s commitment to learning. Through creativity and careful supervision, they developed a safe simulation using the materials available to practice essential skills.

This is what medical education at LFHC is all about: bringing knowledge back, sharing it with colleagues and continually improving care for every child.

Amazing work, team! 👏💛

[English translation below]👶 ອັບເດດການດູແລເດັກນ້ອຍເກີດໃໝ່ໃຫ້ທັນສະໄໝຢູ່ສະເໝີເມື່ອບໍ່ດົນມານີ້, ທ່ານ ດຣ. ວິໄລວອນ ແສນແກ້ວ ໄດ...
24/07/2026

[English translation below]
👶 ອັບເດດການດູແລເດັກນ້ອຍເກີດໃໝ່ໃຫ້ທັນສະໄໝຢູ່ສະເໝີ

ເມື່ອບໍ່ດົນມານີ້, ທ່ານ ດຣ. ວິໄລວອນ ແສນແກ້ວ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຢູ່ນະຄອນຫຼວງວຽງຈັນ, ເຊິ່ງໄດ້ມີອາຈານຈາກປະເທດໄທໄດ້ມາຝຶກອົບຮົມໃຫ້ ແລະ ມີຜູ້ເຂົ້າຮ່ວມຈາກຫຼາຍໆໂຮງໝໍ ເຊິ່ງເນັ້ນໃສ່ການປະຕິບັດຕາມຫຼັກຖານທາງການແພດຫຼ້າສຸດ ສໍາລັບການສອດສາຍ PICC (PICC line) ໃນເດັກເກີດໃໝ່.

ສາຍ PICC ແມ່ນສາຍຢາງນ້ອຍໆທີ່ຢືດຢຸ່ນ ເຊິ່ງຈະຖືກສອດເຂົ້າໄປໃນເສັ້ນເລືອດ ເພື່ອໃຫ້ເດັກນ້ອຍເກີດໃໝ່ສາມາດຮັບຢາ ຫຼື ສານອາຫານໄດ້ຢ່າງປອດໄພ ແລະ ສາມາດນຳໃຊ້ໄດ້ໃນໄລຍະຍາວ ໂດຍທີ່ຄົນເຈັບເດັກຈະບໍ່ໄດ້ຖືກແທງເຂັມຊ້ຳໆ. ເນື່ອງຈາກເດັກເກີດໃໝ່ມີເສັ້ນເລືອດຂະໜາດນ້ອຍ ແລະ ບອບບາງຫຼາຍ, ຂັ້ນຕອນນີ້ຈຶ່ງຕ້ອງອາໄສການເລືອກສາຍທີ່ເໝາະສົມ, ເທັກນິກທີ່ປອດເຊື້ອຢ່າງເຄັ່ງຄັດ, ການວາງຕຳແໜ່ງທີ່ຖືກຕ້ອງ ແລະ ການຕິດຕາມຢ່າງໃກ້ຊິດ.

ການຝຶກອົບຮົມຄັ້ງນີ້ ເປັນໂອກາດດີໃຫ້ ທ່ານ ດຣ. ວິໄລວອນ ໄດ້ທົບທວນເເນວທາງປະຕິບັດໃນປັດຈຸບັນ ພ້ອມທັງຟື້ນຟູທັກສະທາງປະຕິບັດຕົວຈິງ ແລະ ຮັບປະກັນວ່າວິທີການຂອງເພິ່ນຍັງສອດຄ່ອງກັບຫຼັກຖານທາງການແພດຫຼ້າສຸດ. ທັງນີ້ ກໍເພື່ອເອົາຄວາມຮູ້ ແລະ ເທັກນິກໃໝ່ໆ ກັບຄືນມາແບ່ງປັນໃຫ້ກັບທີມງານພະແນກເດັກເກີດໃໝ່ ຢູ່ໂຮງໝໍເພື່ອນລາວສຳລັບເດັກນ້ອຍຂອງພວກເຮົາ.

ຢູ່ໂຮງໝໍເພື່ອນລາວສຳລັບເດັກນ້ອຍ, ການສຶກສາທາງການແພດຢ່າງຕໍ່ເນື່ອງ ຄືຫົວໃຈສໍາຄັນໃນການປັບປຸງ ແລະ ພັດທະນາການປິ່ນປົວເດັກນ້ອຍ. ເນື່ອງຈາກວ່າຄວາມຮູ້ທາງການແພດມີການພັດທະນາຢ່າງບໍ່ຢຸດຢັ້ງ, ພວກເຮົາຈຶ່ງມຸ່ງໝັ້ນໃຫ້ທີມງານໄດ້ຮຽນຮູ້ ແລະ ນຳໃຊ້ວິທີການປະຕິບັດທີ່ທັນສະໄໝທີ່ສຸດຢູ່ສະເໝີ.
ພວກເຮົາມີຄວາມພາກພູມໃຈໃນບຸກຄະລາກອນຂອງພວກເຮົາ ທີ່ມີຄວາມຕັ້ງໃຈສືບຕໍ່ເສີມສ້າງຄວາມຮູ້ ເພື່ອສຸຂະພາບທີ່ດີຂອງເດັກນ້ອຍ. 💛
--------------------
👶 Keeping neonatal care up to date

Dr Vilaivone Senkeo, recently attended a workshop in Bangkok, Thailand, focused on the latest evidence-based practice for PICC line insertion in newborn babies.

A PICC line is a thin, flexible tube placed into a vein so a newborn can safely receive medicine, fluids or nutrition over a longer period without repeated needles.
Because newborn babies have very small and delicate veins, the procedure needs careful measurement, sterile technique, correct placement and close monitoring.

The workshop gave Dr Senkeo the opportunity to review current guidance, refresh her practical knowledge and make sure her approach remains in line with the latest medical evidence. She will now bring what she learned back to LFHC and share the updated knowledge and techniques with the rest of our neonatal team.

At LFHC, ongoing medical education is an important part of how we improve care. Medicine keeps developing, and we want our teams to keep learning and using the most up-to-date practices.

We are proud of our staff for continuing to strengthen their knowledge for our patients. 💛

Address

Phoumork Village
Luang Prabang

Alerts

Be the first to know and let us send you an email when Lao Friends Hospital for Children posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Lao Friends Hospital for Children:

Shortcuts

Share

Category