28/08/2026
🫀 ຄົນເຈັບອາຍຸ 45 ປີ… ແຕ່ບໍ່ເຄີຍຮູ້ວ່າຕົນເອງມີພະຍາດຫົວໃຈ
ເຄສນີ້ ຄົນເຈັບເຂົ້າຫາໝໍ ດ້ວຍອາການ ເໝື່ອຍງ່າຍ ແລະ ຫາຍໃຈຍາກເວລາອອກແຮງ🥵
👨🏻⚕️ໝໍວ່າ: ອາການແບບນີ້ອາດເກີດຈາກຫຼາຍສາເຫດ, ແຕ່ ສາເຫດທີ່ຄິດຫາຫຼາຍສຸດໃນກໍລະນີຄົນເຈັບນິ ແມ່ນກ່ຽວກັບຫົວໃຈ, ເລີຍຂໍເຮັດເ ອໂກຫົວໃຈເບິ່ງ!
🗣️ແຕ່ ຄົນເຈັບບອກວ່າກ່ອນໜ້ານີ້ເຄີຍກວດຫົວໃຈແລ້ວ (ແທກຄື້ນຫົວໃຈ) ວ່າປົກກະຕິ.
👨🏻⚕️ ໝໍເລີຍ ກະເກ່ຍກ່ອມ ອະທິບາຍວ່າບາງທີແທກຄື້ນຫົວໃຈກະບໍ່ເຫັນຊັດເຈນ ຈຶ່ງວ່າຢາກໃຫ້ເຮັດເອໂກຄືນອີກເທື່ອເພື່ອຄວາມລະອຽດ ໃນ ການປະເມີນແລະໃຫ້ຢາ,
ແຕ່ແນວໃດ໋ ຄົນເຈັບກະບໍ່ຍອມກວດ ແລະ ຢືນຢັນວ່າຕົນບໍ່ໄດ້ເປັນພະຍາດຫົວໃຈ!
ສຸດທ້າຍໝໍ ຈຶ່ງໄດ້ໃຊ້ທ່າໄມ້ຕາຍ ວ່າ”ຖ້າບໍ່ເຫັນພະຍາດ ແລະ ຊິເອໂກຫົວໃຈໃຫ້ຟີ😄”.
ແລະ ເມື່ອໄດ້ກວດ Echocardiography ເຮົາກັບພົບສິ່ງທີ່ນ່າສົນໃຈຫຼາຍ…👇