HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ

HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ Contact information, map and directions, contact form, opening hours, services, ratings, photos, videos and announcements from HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ, Mental Health Service, Vientiane.
(1)

HEALING HOME LAOS
Women's Mental Health & Empowerment Center
ຈິຕວິທະຍາບຳບັດ-ປຶກສາ 🧠🧠
ໃຫ້ຄຳປຶກສາຮັບຟັງແລະບໍ່ຕັດສິນ ທຸກຢ່າງເປັນຄວາມລັບ
Lao Thai English Japanese 🗣️

Mental health counselor, we are friends 🤝
PhD social and Child Psychology
By Dr. Yuki 🤍

24/08/2026

Psychotherapy Is Not Just About Taking a Course

Today, psychological knowledge is more accessible than ever. As a result, some people may come to believe that simply taking a psychotherapy course or learning certain techniques is enough to heal themselves or others.

But “knowing techniques” is not the same as practicing psychotherapy.

Psychotherapy requires foundational knowledge, supervised practice, an understanding of human behavior, individual assessment, ethical principles, and deep self-awareness.

Because every person has different wounds and psychological mechanisms, a technique that helps one person may trigger another person’s unresolved wounds.

Good intentions alone are therefore not enough when working with another person’s mind.

Even those who graduate with a degree in psychology still need specialized education, practical training, and continuous professional development.

Because ultimately, healing is not about knowing the most. It is about knowing what you are doing and whether you are capable of taking responsibility for the impact your work may have on another person.

Sometimes, what is dangerous is not “not knowing ” but “knowing only part of it and believing you know enough to heal others ” 😊

Dr. Yuki Yamada, PhD Social and Child Psychologist
HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ

ຮູ້ບໍ່ !!!!! ເປັນຫຍັງເຮົາຈຶ່ງເຫັນໃຜໄດ້ດີກວ່າບໍ່ໄດ້?ມາຮູ້ຈັກກັບ “Tall Poppy Syndrome” ປາກົດການທີ່ສັງຄົມມັກຫຼຸດທອນຄົນທີ່ໂດ...
24/08/2026

ຮູ້ບໍ່ !!!!! ເປັນຫຍັງເຮົາຈຶ່ງເຫັນໃຜໄດ້ດີກວ່າບໍ່ໄດ້?
ມາຮູ້ຈັກກັບ “Tall Poppy Syndrome” ປາກົດການທີ່ສັງຄົມມັກຫຼຸດທອນຄົນທີ່ໂດດເດັ່ນກວ່າໂຕເອງ

ເຄີຍສັງເກດບໍ່ວ່າ ຄົນທີ່ເຮັດວຽກເກັ່ງ ປະສົບຜົນສໍາເລັດ ຄົນທີ່ມີຄວາມຮູ້ສູງ ຄົນທີ່ເບິ່ງຄືສະຫຼາດເວົ້າ ສະຫຼາດຄິດ ສະຫຼາດໃຊ້ຊີວິດ ຫຼືໂດດເດັ່ນກວ່າຄົນອື່ນ ບາງຄັ້ງກັບຖືກນິນທາ ຈັບຜິດ ຫຼືພະຍາຍາມຫຼຸດຄຸນຄ່າລົງ ແທນທີ່ຈະໄດ້ຮັບການຊົມເຊີຍ ແລະສະໜັບສະໜູນ?

ປາກົດການນີ້ຮຽກວ່າ “Tall Poppy Syndrome” ໝາຍເຖິງພຶດຕິກໍາທີ່ຄົນ ຫຼືສັງຄົມພະຍາຍາມກົດ ຫຼຸດທອນ ຫຼືດຶງຄົນທີ່ໂດດເດັ່ນໃຫ້ກັບມາຢູ່ໃນລະດັບດຽວກັນກັບຄົນອື່ນ ໂດຍມັກກ່ຽວຂ້ອງກັບຄວາມອິດສາ ຄວາມບໍ່ໝັ້ນໃຈໃນໂຕເອງ ອັກຄະຕິ ແລະການແຂ່ງຂັນທາງສັງຄົມ ບໍ່ຍອມຮັບຄວາມອິດສາຂອງຕົວເອງ

ປຽບເໝືອນ “ດອກປັອບປີ” ທີ່ເຕີບໃຫຍ່ສູງກວ່າຕົ້ນອື່ນ ຈຶ່ງຖືກຕັດໃຫ້ເຕ້ຍລົງ ເພື່ອບໍ່ໃຫ້ໂດດເດັ່ນເກີນໄປນັ່ນເອງ

ເຫດການພວກນີ້ບໍ່ໄດ້ເກີດຂຶ້ນສະເພາະໃນວົງການທຸລະກິດ ຫຼືຄົນດັງ ແຕ່ເກີດຂຶ້ນໄດ້ໃນບ່ອນເຮັດວຽກ ກຸ່ມໝູ່ເພື່ອນ ຫຼືແມ້ກະທັ້ງໃນຄອບຄົວ ແລະແມ່ຍິງທີ່ປະສົບຜົນສໍາເລັດ ຫຼືກ້າວຂ້າມກອບທາງເພດ ກໍອາດຈະຕ້ອງຮັບແຮງຕ້ານໃນຮູບແບບນີ້ຫຼາຍຂຶ້ນ
ສິ່ງທີ່ໜ້າກັງວົນຄື ເມື່ອຖືກຫຼຸດທອນຊໍ້າໆ ຄົນທີ່ຖືກກະທໍາອາດຈະເລີ່ມສູນເສຍຄວາມໝັ້ນໃຈ ໝົດໄຟ ແລະສຸດທ້າຍເລືອກທີ່ຈະຫຼຸດສັກກະຍະພາບຂອງໂຕເອງລົງ ພຽງເພື່ອໃຫ້ຄົນອື່ນຮູ້ສຶກສະບາຍໃຈ

ຄວາມເປັນຈິງນັ້ນເຮົາບໍ່ສາມາດຄວບຄຸມໄດ້ວ່າໃຜຈະອິດສາ ໃຜຈະເວົ້າເຖິງເຮົາ ຫຼືໃຜຈະພະຍາຍາມດຶງເຮົາລົງ

ສິ່ງທີ່ເຮົາຄວບຄຸມໄດ້ ຄື ຢ່າປ່ອຍໃຫ້ຄວາມຄິດເຫັນຂອງຄົນອື່ນກາຍເປັນຕົວວັດຄຸນຄ່າຂອງໂຕເຮົາ
ຖ້າທ່ານກໍາລັງເຕີບໃຫຍ່ຄື “ດອກປັອບປີ້”

ຈົ່ງເຕີບໂຕຕໍ່ໄປຢ່າງພູມໃຈເດີ້
ຄົນທີ່ເໝາະສົມຈະບໍ່ພະຍາຍາມຕັດທ່ານໃຫ້ເຕ້ຍລົງ ແຕ່ຈະຍິນດີທີ່ໄດ້ເຫັນທ່ານເຕີບໂຕ ແລະເບັ່ງບານໃນແບບຂອງໂຕເອງ 🌱

ບັຍຫາຂອງທ່ານໃຫ້ນັກຈິຕເປັນທີ່ປຶກສາໄດ້ 📞📲

10/08/2026

Thank you for your patience and understanding during our holiday break🤍

Although our counseling sessions will pause from July 24 to August 24, 2026, our Admin Team will continue to be available 24/7 to assist you with inquiries and appointment bookings

If you would like to reserve a counseling session for September 2026, please don’t hesitate to contact our admin anytime. We are happy to help with booking arrangements and provide initial guidance while you wait for your appointment

Taking time to rest allows us to return with renewed energy, compassion, and presence so we can continue supporting you in the best way possible.

We look forward to welcoming you back in September 2026

Until then, please be gentle with yourself, take one day at a time, and remember that you are never alone

With gratitude,
Healing Home Laos 🤍
Admin Chai (24/7)
Admin Jersey ( 24/7)
Admin Akso (18/5)

PhD Yuki Yamada ( Vacation )

ຮູ້ຫຼືບໍ່ວ່າ ພາວະໂສກເສົ້າທີ່ຊັບຊ້ອນ (Complicated Grief ຫຼື Prolonged Grief Disorder: PGD)ແມ່ນຫຍັງ ?? ນັກຈິຕຈະພາມາຮູ້ຈັກ ...
21/07/2026

ຮູ້ຫຼືບໍ່ວ່າ ພາວະໂສກເສົ້າທີ່ຊັບຊ້ອນ (Complicated Grief ຫຼື Prolonged Grief Disorder: PGD)ແມ່ນຫຍັງ ??

ນັກຈິຕຈະພາມາຮູ້ຈັກ ພາວະໂສກເສົ້າທີ່ຊັບຊ້ອນ (Complicated Grief ຫຼື Prolonged Grief Disorder: PGD) ຄື ພາວະທີ່ບຸກຄົນຍັງຄົງຈົມຢູ່ກັບຄວາມເສຍໃຈຈາກການສູນເສຍເປັນເວລາດົນນານ ແລະ ຮຸນແຮງ ຈົນສົ່ງຜົນກະທົບຕໍ່ການດຳເນີນຊີວິດປະຈຳວັນ ຖືງວ່າຈະຜ່ານຊ່ວງເວລາທີ່ຄົນສ່ວນໃຫຍ່ມັກເລີ່ມປັບຕົວໄດ້ແລ້ວກໍຕາມ.
ການໂສກເສົ້າຕາມປົກກະຕິແມ່ນປະຕິກິລິຍາທຳມະຊາດຫຼັງການສູນເສຍ ແຕ່ສຳລັບພາວະນີ້ ຄວາມເສຍໃຈຈະບໍ່ຄ່ອຍຫຼຸດລົງ ແລະ ອາດເໝືອນ “ຢຸດຢູ່ກັບທີ່”

ອາການທີ່ພົບເລື້ອຍໆແມ່ນ
- ຄິດຮອດ ຫຼື ໂຫຍຫາຜູ້ທີ່ຈາກໄປຢ່າງຮຸນແຮງເກືອບທຸກມື້
- ຮູ້ສຶກຄືຊີວິດບໍ່ມີຄວາມໝາຍຖ້າຂາດຄົນໆນັ້ນ
- ບໍ່ສາມາດຍອມຮັບການສູນເສຍໄດ້
- ຫຼີກລ່ຽງສິ່ງທີ່ເຮັດໃຫ້ນຶກເຖິງຜູ້ເສຍຊີວິດ ຫຼື ໃນທາງກົງກັນຂ້າມ ແມ່ນໝົກມຸ້ນກັບສິ່ງເຫຼົ່ານັ້ນ
- ຮູ້ສຶກຜິດ ໂທດຕົນເອງ ຫຼື ໂກດແຄ້ນກັບເຫດການທີ່ເກີດຂຶ້ນ
- ຮູ້ສຶກໂດດດ່ຽວ ຊີວິດວ່າງເປົ່າ
- ກັບໄປໃຊ້ຊີວິດ, ເຮັດວຽກ ຫຼື ສ້າງຄວາມສຳພັນໄດ້ຍາກ

ໄລຍະເວລາທີ່ໃຊ້ພິຈາລະນາ
ຕາມເກນການວິນິດໄສ DSM-5-TR ໃນຜູ້ໃຫຍ່ ອາການມັກຕ້ອງຄົງຢູ່ ຢ່າງໜ້ອຍ 12 ເດືອນ ຫຼັງການສູນເສຍ ແລະ ກໍ່ໃຫ້ເກີດຄວາມທຸກ ຫຼື ຄວາມບົກຜ່ອງໃນການໃຊ້ຊີວິດຢ່າງຮຸນແຮງ

ປັດໄຈສ່ຽງທີ່ເຮັດໃຫ້ເປັນດັ່ງນັ່ນ
- ສູນເສຍຄົນທີ່ຮັກຢ່າງກະທັນຫັນ ຫຼື ຈາກອຸບັດຕິເຫດ
- ສູນເສຍລູກ, ຄູ່ສົມລົດ ຫຼື ບຸກຄົນທີ່ມີຄວາມຜູກພັນຫຼາຍ
- ມີປະວັດພາວະຊຶມເສົ້າ, ວິກິດວິດວິກັງ ຫຼື PTSD
- ຂາດການສະໜັບສະໜູນຈາກຄອບຄົວ ແລະ ສັງຄົມ
- ມີຄວາມຮູ້ສຶກຜິດ ຫຼື ມີເລື່ອງຄ້າງຄາໃຈກັບຜູ້ເສຍຊີວິດ

ພາວະນີ້ສາມາດປົວປ່ຽນໄດ້ ໂດຍມັກໃຊ້:
ຈິດບຳບັດ (Psychotherapy): ໂດຍສະເພາະການບຳບັດທີ່ອອກແບບມາສຳລັບພາວະໂສກເສົ້າທີ່ຊັບຊ້ອນໂດຍກົງ
ການບຳບັດດ້ວຍແນວຄິດ ແລະ ພຶດຕິກຳ (CBT): ໃນບາງກໍລະນີ
ຫາກມີພາວະຊຶມເສົ້າ ຫຼື ຄວາມຄິດວິຕົກກັງວົນຮ່ວມດ້ວຍ ແພດອາຈພິຈາລະນາໃຊ້ຢາ

ພາວະໂສກເສົ້າທີ່ຊັບຊ້ອນບໍ່ແມ່ນຄວາມອ່ອນແອ ແຕ່ແມ່ນພາວະທາງສຸຂະພາບຈິດທີ່ເກີດຂຶ້ນໄດ້ຫຼັງການສູນເສຍຢ່າງຮຸນແຮງ ແລະ ການໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານສາມາດຊ່ວຍໃຫ້ຜູ້ປ່ວຍຄ່ອຍໆ ປັບຕົວ ແລະ ກັບມາໃຊ້ຊີວິດໄດ້ອີກຄັ້ງ 😊

ປຶກສານັກຈິຕໄດ້ ເຮົາຈະຢູ່ຄຽງຂ້າງຮັບຟັງແລະຊ່ວຍເຫຼືອເຕັມທີ 🤍

ຫາກຮູ້ສຶກວ່າຕົວເອງ ຫຼື ຄົນໃກ້ຊິດມີອາການປະມານນີ້ ນັກຈິຕຢາກບອກວາ ເຈົ້າບໍ່ໄດ້ຂີ້ຄ້ານ ເຈົ້າບໍ່ໄດ້ແຕກສະຫຼາຍ ຈິດໃຈຂອງເຈົ້າພຽງແ...
07/07/2026

ຫາກຮູ້ສຶກວ່າຕົວເອງ ຫຼື ຄົນໃກ້ຊິດມີອາການປະມານນີ້ ນັກຈິຕຢາກບອກວາ ເຈົ້າບໍ່ໄດ້ຂີ້ຄ້ານ ເຈົ້າບໍ່ໄດ້ແຕກສະຫຼາຍ ຈິດໃຈຂອງເຈົ້າພຽງແຕ່ກຳລັງເຮັດວຽກໜັກເກີນໄປເທົ່ານັ້ນ!!

ຮູ້ສຶກເມື່ອຍລ້າ, ວິຕົກກັງວົນ, ຄິດວົນວຽນຕະຫຼອດເວລາ ຫຼື ກຳລັງໝົດໄຟກັບສິ່ງອ້ອມຂ້າງຢູ່ແມ່ນບໍ່?

ຢຸດຕິຄວາມວຸ້ນວາຍໃນໃຈ (THE WORLD OF HYPER) ແລ້ວກ້າວເຂົ້າສູ່ໂລກແຫ່ງຄວາມສະຫງົບ ແລະ ສົມດຸນ (THE WORLD OF BALANCE) ໄປກັບພວກເຮົາ ✨

ທີ່ Healing Home Laos (ສູນສຸຂະພາບຈິດ ແລະ ການເສີມສ້າງສຸຂະພາບຈິດແມ່ຍິງ) ນັກຈິຕຍິນດີຕ້ອນຮັບ ແລະ ພ້ອມສະໜັບສະໜູນແມ່ຍິງທຸກຄົນທີ່ມີຄວາມຮູ້ສຶກ:
❌ ໄຮເປີ / ກະວົນກະວາຍຕື່ນຕົວເກີນໄປ
❌ ຮູ້ສຶກແບກຮັບທຸກເລື່ອງ ທຸກຢ່າງຈົນຮັບບໍ່ໄຫວ
❌ ວິຕົກກັງວົນ, ໝົດພະລັງທາງອາລົມ, ເມື່ອຍລ້າທາງຈິດໃຈ
ເພື່ອຊ່ວຍໃຫ້ໄດ້ກັບຄືນສູ່ຄວາມສະຫງົບ, ມີສະມາທິ, ມີຄວາມຄິດທີ່ປອດໂປ່ງ ແລະ ກັບມາຮັກຕົນເອງໄດ້ຢ່າງເຕັມພາກພູມອີກຄັ້ງ ເພາະທຸກຄົນຄູ່ຄວນກັບຄວາມສຸກ ແລະ ຄວາມສະຫງົບໃນຊີວິດ 🤍

ບໍ່ຈຳເປັນຕ້ອງໂດດດ່ຽວອີກຕໍ່ໄປ... ນັກຈິຕພ້ອມຢູ່ຄຽງຂ້າງ
📞 ໂທຕິດຕໍ່ໄດ້ທັນທີ: 02055155154
#ສູນສຸຂະພາບຈິດແມ່ຍິງ #ພື້ນທີ່ປອດໄພ #ປຶກສາສຸຂະພາບຈິດ

Fully booked ( July 2026 )🥰 reserve your spot soonLet’s take care of our mental health together!!  Please message the pa...
07/07/2026

Fully booked ( July 2026 )🥰 reserve your spot soon
Let’s take care of our mental health together!! Please message the page and WhatsApp first 🚨

🚫ປະກາດ ປະກາດ 🚫
ເພື່ອຄວາມສະດວກໃນການຕິດຕໍ່ ໃຫ້ທັກຫາເພສແລະ WhatsApp ກ່ອນເພື່ອຈະໄດ້ຮັບຂໍ້ມູນຢ່າງຖືກຕ້ອງຕາມຂັ້ນຕອນ

( ບໍ່ຄວນໂທເຂົ້າມາກ່ອນ ) ຂໍຂອບໃຈ

ນັກຈິຕຈະບອກສະເໝີວ່າການນອກໃຈ ບໍ່ແມ່ນເລື່ອງປົກະຕິຂອງຄົນທີ່ມີສາມັນສຳນຶກ ຄິດ ວິເຄາະໄດ້ເຮັດກັນ ຢ່າໃຫ້ເລື່ອງທີ່ຜິດປົກະຕິ ກາຍມາ...
07/07/2026

ນັກຈິຕຈະບອກສະເໝີວ່າການນອກໃຈ ບໍ່ແມ່ນເລື່ອງປົກະຕິຂອງຄົນທີ່ມີສາມັນສຳນຶກ ຄິດ ວິເຄາະໄດ້ເຮັດກັນ ຢ່າໃຫ້ເລື່ອງທີ່ຜິດປົກະຕິ ກາຍມາເປັນເລື່ອງທີ່ຄິດວ່າປົກະຕິໃນສັງຄົມ !!!

ຄົນທີ່ນອກໃຈແຟນ ສາມີ ພັນລະຍາ ມີໄດ້ຫຼາຍສາເຫດ ແລະ ບໍ່ໄດ້ມີພຽງປະເພດດຽວ ຫາກເບິ່ງໃນດ້ານຈິດຕະວິທະຍາ, ມັກຈະກ່ຽວຂ້ອງກັບປັດໄຈປະສົມປະສານກັນ ເຊັ່ນ:

1. ຄວາມຕ້ອງການທາງອາລົມບໍ່ໄດ້ຮັບການເຕີມເຕັມ
ຮູ້ສຶກເຫງົາ, ບໍ່ເຫັນຄຸນຄ່າ, ຂາດຄວາມໃກ້ຊິດຜູກພັນ.
2. ຊອກຫາຄວາມຕື່ນເຕັ້ນ ຄວາມໃໝ່ບາງຄົນເສບຕິດຄວາມຮູ້ສຶກຕອນເລີ່ມຕົ້ນຄວາມສຳພັນ (ຄວາມຮູ້ສຶກໃໝ່ໆ).
3. ທັກສະການຈັດການບັນຫາຄວາມສຳພັນຕ່ຳ
ແທນທີ່ຈະສື່ສານ ຫຼື ແກ້ໄຂບັນຫາ, ແຕ່ພັດເລືອກທີ່ຈະໜີໄປຫາຄົນອື່ນ.
4. ຄວາມບໍ່ພ້ອມດ້ານວຸດທິພາວະ
ເຫັນແກ່ຕົວ, ຄິດເຖິງແຕ່ຜົນໄດ້ໄລຍະສັ້ນ ຫຼາຍກວ່າຜົນກະທົບທີ່ຕາມມາ.
5. ບັນຫາພາຍໃນຕົວເອງ
ມີຄວາມພູມໃຈໃນຕົນເອງຕ່ຳ (Low self-esteem), ຕ້ອງການໃຫ້ຄົນອື່ນຢືນຢັນຄຸນຄ່າຂອງຕົນເອງ ຫຼື ມີບາດແຜເກົ່າໃນໃຈ.
6. ໂອກາດ + ຂາດຂອບເຂດ
ໃກ້ຊິດກັບຄົນອື່ນເລື້ອຍໆ, ມີຊ່ອງທາງຕິດຕໍ່ສື່ສານ ແລະ ບໍ່ຕັ້ງຂອບເຂດໃຫ້ຊັດເຈນ.

ສິ່ງທີ່ສຳຄັນທີ່ສຸດ: ການນອກໃຈສາມາດອະທິບາຍ (ສາເຫດ) ໄດ້, ແຕ່ບໍ່ແມ່ນຂໍ້ອ້າງທີ່ຈະເຮັດໃຫ້ມັນກາຍເປັນເລື່ອງທີ່ຖືກຕ້ອງ.

ຫາກເບິ່ງແບບນັກຈິດຕະວິທະຍາ:
ການນອກໃຈມັກຈະເປັນ “ອາການ” ຂອງບັນຫາທີ່ເລິກເຊິ່ງກວ່າ ເຊັ່ນ: ຕົວຕົນທີ່ບໍ່ໝັ້ນຄົງ, ຄວາມສຳພັນທີ່ບອບບາງ ຫຼື ການຫຼົບໜີຄວາມຈິງ.

ຫາກເບິ່ງແບບຄົນເປັນແມ່ / ຜູ້ໃຫຍ່:
ຄົນທີ່ນອກໃຈບໍ່ແມ່ນພຽງແຕ່ທຳຮ້າຍຄູ່ຂອງຕົນເອງເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ລູກ, ຄອບຄົວ ແລະ ຄວາມເຊື່ອໝັ້ນໃນລະບົບຄອບຄົວທັງໝົດ

ຊີວິດຄູ່ໃຫ້ນັກຈິຕເປັນຜູ້ຊ່ວຍໄດ້🤍📲📲

ອໍທິສຕິກໃນຜູ້ໃຫຍ່!! ເຄີຍໄດ້ຍິນ ຫຼື ຮູ້ຈັກຄົນເປັນໂຣກນີ້ບໍ່ທຸກຄົນມື້ນີ້ນັກຈິຕຈະມາໃຫ້ຂໍ້ມູນ ແລະ ເຊີນຊວນທຸກຄົນມາສຳຫຼວດຕົວເອງ...
25/06/2026

ອໍທິສຕິກໃນຜູ້ໃຫຍ່!! ເຄີຍໄດ້ຍິນ ຫຼື ຮູ້ຈັກຄົນເປັນໂຣກນີ້ບໍ່ທຸກຄົນ
ມື້ນີ້ນັກຈິຕຈະມາໃຫ້ຂໍ້ມູນ ແລະ ເຊີນຊວນທຸກຄົນມາສຳຫຼວດຕົວເອງ ຫຼື ຄົນອ້ອມຂ້ງນຳກັນ Not Different, Just Unique: Understanding Autism in Adults 🤍

ASC (Autism Spectrum Condition) ແມ່ນຄວາມແຕກຕ່າງທາງລະບົບປະສາດ ແລະ ພັດທະນາການ ເຊິ່ງສົ່ງຜົນຕໍ່ການສື່ສານ, ການມີປະຕິສຳພັນ ແລະ ການຮັບຮູ້ໂລກອ້ອມຕົວ. ຜູ້ໃຫຍ່ຫຼາຍຄົນມັກຖືກເຂົ້າໃຈຜິດວ່າເປັນຄົນຂີ້ອາຍ ຫຼື "ຄິດຫຼາຍເກີນໄປ"
ສັນຍານບົ່ງບອກທີ່ອາດພົບ:
1. ມັກເຮັດຫຍັງເປັນກິດຈະວັດປະຈຳວັນ, ບໍ່ມັກການປ່ຽນແປງແບບກະທັນຫັນ
2. ຮູ້ສຶກອິດເມື່ອຍ ຫຼື ສັບສົນ ເວລາຕ້ອງເຂົ້າສັງຄົມ
3. ແປຄວາມໝາຍ ຫຼື ເຂົ້າໃຈສິ່ງຕ່າງໆແບບກົງໄປກົງມາ (ບໍ່ເຂົ້າໃຈມຸກຕະຫຼົກ ຫຼື ຄຳປຽບທຽບ)
4. ມີຄວາມສົນໃຈ ຫຼື ຈົດຈໍ່ກັບບາງສິ່ງບາງຢ່າງຢ່າງເລິກເຊິ່ງ
5. ອ່ອນໄຫວງ່າຍຕໍ່ສິ່ງກະຕຸ້ນ (ແສງ, ສຽງ, ກິ່ນ ຫຼື ການສຳຜັດ)
6. ເກີດພາວະໝົດໄຟ (Burnout) ຈາກການພະຍາຍາມປັບຕົວໃຫ້ກົມກືນກັບສັງຄົມ

ສິ່ງທີ່ຈະຊ່ວຍທ່ານໄດ້:
ຮຽນຮູ້, ເຂົ້າໃຈ ແລະ ຍອມຮັບໃນຕົວຕົນຂອງຕົນເອງ
ກຳນົດຂອບເຂດ ແລະ ຮັກສາພະລັງງານຂອງຕົນເອງ
ສື່ສານຄວາມຕ້ອງການຂອງຕົນເອງອອກມາຢ່າງຈະແຈ້ງ
ຂໍຄຳປຶກສາຈາກຜູ້ຊ່ຽວຊານເມື່ອຕ້ອງການ

💚 “ທ່ານບໍ່ຈຳເປັນຕ້ອງ 'ຊ້ອມແຊມ' ຕົວເອງ, ທ່ານຄູ່ຄວນກັບຄວາມເຂົ້າໃຈ, ການສະໜັບສະໜູນ ແລະ ການມີຊີວິດໃນແບບທີ່ເໝາະກັບຕົວທ່ານ”

📞 ຕິດຕໍ່ສອບຖາມ ຫຼື ນັດໝາຍປະເມີນກັບນັກຈິຕະວິທະຍາ:
ເບີໂທ: +856 2055155154 ທັກW.A

25/06/2026

Be kind to yourself on the hard days🫶🏻
Rest is not weakness, it’s part of growing✨

Address

Vientiane

Opening Hours

Monday 10:00 - 14:00
Tuesday 10:00 - 14:00
Wednesday 10:00 - 14:00
Friday 10:00 - 15:00

Telephone

+8562055155154

Website

Alerts

Be the first to know and let us send you an email when HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share