10/10/2022
ສະບາຍດີທຸກຄົນ🙂
ທຸກຄົນເປັນແນວໃດໃນຊ່ວງທີ່ຜ່ານມາ?
ເນື່ອງຈາກວ່າທີມເພື່ອນຟັງທີ່ເປັນຜູ້ຮັບຟັງຫຼາຍຄົນມີພາລະກິດທີ່ຕ້ອງຮັບຜິດຊອບ ແລະ ຫຼາຍຄົນຕ້ອງການການພັກຜ່ອນ ເພື່ອຟື້ນຟູຈິດໃຈ ແລະ ກຽມພ້ອມໃນການເລີ່ມຕົ້ນໃໝ່. ພວກເຮົາຈຶ່ງຂໍຢາກພັກເພື່ອນຟັງໄວ້ກ່ອນໃນໄລຍະໜຶ່ງ.
ພວກເຮົາເຊື່ອວ່າການໄດ້ຢຸດພັກ, ຄິດທົບທວນ ແລະ ໃຫ້ເວລາກັບໂຕເອງເປັນສິ່ງສໍາຄັນ ເພາະພວກເຮົາຈະສາມາດສົ່ງຕໍ່ໃຫ້ກັບຄົນອື່ນໆໄດ້.
ເພື່ອນຟັງເອງກໍຢາກສົ່ງເສີມໃຫ້ທຸກຄົນໄດ້ພັກຜ່ອນ,ຢູ່ກັບຕົນເອງ ແລະ ຄິດທົບທວນຕົນເອງ ແລ້ວມາເລົ່າໃຫ້ເພື່ອນຟັງຟັງແນ່ເດີ້ ວ່າທຸກຄົນມີລະດູການແບບໃດໃນຊີວິດ💛
ແລ້ວພົບກັນລະດູການຕໍ່ໄປເດີ້ທຸກຄົນ
#ພັກເພື່ອການເລີ່ມຕົ້ນໃໝ່
#ເພື່ອນຟັງ