14/08/2023
💵ໃນໄລຍະ 2 ເດືອນທີ່ຜ່ານມາ, ກຸ່ມຂອງພວກຂ້າພະເຈົ້າສາມາດຜະລິດຜ້າເຊັດມືໄດ້ 700 ຜືນ ເຊິ່ງສ້າງລາຍຮັບປະມານ 7,000,000 ກີບ. 💵
💵 Over the last 2 months, our group produced 700 units of handkerchief, which generated a revenue of 7,000,000 Kip. 💵
ສະບາຍດີ ຂ້າພະເຈົ້າຊື່ ນາງ ສົມຫວັງ. ປັດຈະບັນຂ້ອຍອາໄສຢູ່ບ້ານໄຮ່ໃຕ້ ເມືອງສັງທອງ ແຂວງນະຄອນຫຼວງວຽງຈັນ. ອາຊີບຫຼັກຂອງຂ້າພະເຈົ້າແມ່ນການເຮັດນາຢູ່ບ້ານ. ດັ່ງທີ່ທຸກທ່ານຮູ້ກັນຢູ່ແລ້ວວ່າ ອາຊີບຊາວນາ ເປັນອາຊີບໜຶ່ງທີ່ມີລາຍໄດ້ໜ້ອຍ. ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະຖານະການຂອງຊາວກະສິກອນຍິ່ງຮ້າຍແຮງຂຶ້ນກວ່າເກົ່າ.
ໂຊກດີທີ່ໃນຊ່ວງດັ່ງກ່າວ ບ້ານໄຮ່ໃຕ້ເປັນບ້ານທີ່ຖືກເລືອກໃນການຈັດຕັ້ງປະຕິບັດໂຄງການຟື້ນຟູຊີວິດການເປັນຢູ່ຂອງຊຸມຊົນ. ໃນການຈັດຕັ້ງປະຕິບັດ ທາງໂຄງການກໍໄດ້ສະເໜີຫຼາກຫຼາຍກິດຈະກໍາ ເພື່ອໃຫ້ຊາວບ້ານໄດ້ເລືອກ ໂດຍອີງຕາມຄວາມມັກ ແລະ ຄວາມຖະໜັດຂອງແຕ່ລະຄົນ. ສໍາລັບຂ້າພະເຈົ້າເອງກໍໄດ້ເລືອກເອົາກິດຈະກໍາຜະລິດຜ້າເຊັດມື ເຊິ່ງເປັນໂປຼແກຼມການຝຶກອົບຮົມເຮັດຕົວຈິງ 3 ວັນ. ນອກຈາກການຝຶກອົບຮົມ ທີມງານຍັງໄດ້ສະໜອງອຸປະກອນທຸກຢ່າງ ເປັນຕົ້ນແມ່ນ ຝ້າຍ, ກະສວຍ, ຈັກປັ່ນຫຼອດ, ເຄືອຫູກ, ມີຕັດ, ອຸປະກອນອື່ນໆທີ່ຈໍາເປັນໃຫ້ພ້ອມ.
ຫຼັງການຝຶກອົບຮົມ ພວກຂ້າພະເຈົ້າໄດ້ຕັ້ງກຸ່ມຜະລິດຜ້າເຊັດມືຂອງບ້ານໄຮ່ໃຕ້ຂຶ້ນມາ ເຊິ່ງມີສະມາຊິກທັງໝົດ 11 ຄົນ ລວມທັງຂ້າພະເຈົ້າເອງ. ໃນໄລຍະ 2 ເດືອນປາຍທີ່ຜ່ານມາ ກຸ່ມຜະລິດຜ້າເຊັດມືຂອງພວກຂ້າພະເຈົ້າສາມາດຜະລິດຜ້າເຊັດມືທີ່ສວຍງາມໄດ້ເຖິງ 700 ຜືນ ແລະ ສາມາດຂາຍເປັນລາຍຮັບປະມານ 7,000,000 ກີບ. ຕັ້ງແຕ່ນັ້ນມາ ການຜະລິດຜ້າເຊັດມື ກໍໄດ້ກາຍເປັນຄວາມພາກພູມໃຈ ແລະ ລາຍໄດ້ເສີມອີກຊ່ອງທາງໜຶ່ງໃຫ້ແກ່ກຸ່ມຜະລິດຜ້າເຊັດມືຂອງພວກຂ້າພະເຈົ້າ.
ຂ້າພະເຈົ້າຮູ້ສຶກຍິນດີ ແລະ ຂອບໃຈຫຼາຍຕໍ່ກັບການຊ່ວຍເຫຼືອຂອງໂຄງການ ເຊິ່ງມັນໄດ້ເຮັດໃຫ້ຂ້າພະເຈົ້າໄດ້ຮຽນຮູ້ທັກສະໃໝ່ໆ ເພື່ອນໍາມາໃຊ້ສ້າງລາຍໄດ້ ແລະ ຊ່ວຍໃຫ້ຂ້າພະເຈົ້າກ້າວຜ່ານຄວາມຍາກລໍາບາກໄປໄດ້. ສຸດທ້າຍນີ້ ຂ້າພະເຈົ້າຫວັງວ່າທາງໂຄງການຈະມີກິດຈະກໍາດີໆໃຫ້ປະຊາຊົນເຂົ້າຮ່ວມອີກໃນອະນາຄົດຂ້າງໜ້າ.
***
👉ກິດຈະກໍາຜະລິດຜ້າເຊັດມື ຈັດຕັ້ງປະຕິບັດໂດຍ ສະມາຄົມສົ່ງເສີມແຮງງານນອກລະບົບ IWAA ພາຍໃຕ້ໂຄງການ CiSAC ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຜ່ານການສ້າງລາຍໄດ້ເພີ່ມ. ພາຍໃຕ້ໂຄງການ CiSAC 20 ອົງການຈັດຕັ້ງທາງສັງຄົມ ລວມທັງສະມາຄົມ IWAA ໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ຊຸມຊົນ ໃຫ້ສາມາດປັບໂຕກັບຜົນກະທົບທາງດ້ານເສດຖະກິດ ແລະ ສຸຂະພາບ ທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ 19.
ໂຄງການ CiSAC ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພາບ ເອີຣົບ, ມີການປະສານງານຜ່ານຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ ແລະ ຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງ ອົງການ SAEDA LAO, CHIAs Laos, ອົງການແພລນສາກົນປະຈໍາ ສປປລາວ ແລະ ຄູ່ຮ່ວມງານທາງພາກລັດ ໂດຍສະເພາະແມ່ນກະຊວງສາທາລະນະສຸກ.
Hi, my name is Somvang, and I'm from Haitai Village, Sangthong District, Vientiane Capital. As we know, rice farming requires hard labor but provides minimal income. So when the Covid-19 pandemic hit, the challenges it brought along made our situation much worse.
Fortunately, during that time, my village was chosen to implement a livelihoods recovery program. The program introduced us to a variety of income-generating activities, allowing us to choose based on our individual skills and interests. Personally, I went for handkerchief-making program, which was an intensive 3-day hands-on session. As participants, we were generously provided with all the essential equipment needed for the program, including cotton, shuttles, spinning wheels, looms, scissors, and other necessary tools.
After the training, we formed a team of 11 people, including myself, and we named our group the “Haitai Handkerchief Group”. Over the last 2 months, our efforts resulted in the production of around 700 handkerchiefs, which generated an impressive revenue of 7,000,000 Kip. Since then, handkerchief production become our new revenue stream in addition to our main occupation, and we are so proud of it.
I cannot express my gratitude enough to IWAA for their support. Thanks to them, I was able to learn a new skill and earn additional income. I am incredibly grateful to IWAA for their support and hope to participate in more projects like this in the future.
***
👉The handkerchief-making program, led by IWAA through the CISAC project, successfully promotes community livelihoods by helping them generate sustainable income. Through the CISAC project, 20 local associations like IWAA have helped families and communities recover from the negative health and economic impacts of COVID.
The CiSAC project is funded by the European Union in Laos, coordinated through ອົງການຈັດຕັ້ງສັງຄົມລາວ - Lao CSOs and implemented in partnership between , SAEDA LAO, CHIAs Laos, Plan International Laos and their Lao government partners, particularly the Ministry of Health.