Mindbloom ເເຫຼ່ງຂໍ້ມູນຄວາມຮູ້ທາງດ້ານ ຈິດຕະວິທະຍາ ສຳລັບເດັກ, ໄວໜຸ່ມ ແລະ ອົງກອນ ສົ່ງເສີມຄວາມເຂັ້ມແຂງທາງຈິດໃຈ, ພັດທະນາການຮຽນຮູ້ຢ່າງຮອບດ້ານ
ແລະ ການເຕີບໂຕຢ່າງມີຄວາມໝາຍ

20/08/2026
10/08/2026

🌷 ທາງ Mindbloom ຮູ້ສຶກເປັນກຽດ ແລະ ຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາຮ່ວມແບ່ງປັນຄວາມຮູ້ ແລະ ປະສົບການໃນຫົວຂໍ້ນີ້ 💗

ເພາະພວກເຮົາເຊື່ອວ່າ ຄອບຄົວແມ່ນພື້ນຖານສຳຄັນຂອງການເຕີບໂຕ ແລະ ສຸຂະພາບທາງອາລົມທີ່ດີ. ການສື່ສານດ້ວຍຄວາມເຂົ້າໃຈ, ການຮັບຟັງ ແລະ ການຢູ່ຄຽງຂ້າງກັນ ສາມາດຊ່ວຍສ້າງສາຍສຳພັນພາຍໃນຄອບຄົວໃຫ້ເຂັ້ມແຂງຍິ່ງຂຶ້ນ. 🌱

ຂໍຂອບໃຈສຳລັບໂອກາດ ແລະ ພື້ນທີ່ດີໆໃນການຮ່ວມຮຽນຮູ້ ແລະ ແບ່ງປັນໃນຄັ້ງນີ້. 🤍

Mindbloom ເພາະສາຍສຳພັນທີ່ດີ ເລີ່ມຕົ້ນຈາກຄວາມເຂົ້າໃຈ. 🌷❤️

21/07/2026
🌱 ເດັກນ້ອຍທຸກຄົນເຕີບໂຕໃນແບບຂອງຕົນເອງ… ແລະ ຄູທຸກຄົນສາມາດເປັນຜູ້ຊ່ວຍໃຫ້ພວກເຂົາເບັ່ງບານໄດ້.Mindbloom ຮູ້ສຶກດີໃຈ ແລະ ເປັນກຽດ...
19/07/2026

🌱 ເດັກນ້ອຍທຸກຄົນເຕີບໂຕໃນແບບຂອງຕົນເອງ… ແລະ ຄູທຸກຄົນສາມາດເປັນຜູ້ຊ່ວຍໃຫ້ພວກເຂົາເບັ່ງບານໄດ້.

Mindbloom ຮູ້ສຶກດີໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບເຊີນເປັນວິທະຍາກອນໃນກິດຈະກຳພັດທະນາສະກາຍະພາບຄູ ເພື່ອແບ່ງປັນຄວາມຮູ້ກ່ຽວກັບ ການພັດທະນາຂອງເດັກ (Child Development) ແລະ ການສົ່ງເສີມການຈັດການອາລົມ (Emotional Regulation) ເພື່ອສ້າງຫ້ອງຮຽນທີ່ເປີດຮັບຄວາມຫຼາກຫຼາຍ ແລະ ເຮັດໃຫ້ເດັກທຸກຄົນສາມາດຮຽນຮູ້ໄດ້ຢ່າງເຕັມສະກາຍະພາບ.

ສິ່ງທີ່ມີຄຸນຄ່າຫຼາຍໃນກິດຈະກຳຄັ້ງນີ້ ແມ່ນໂອກາດທີ່ໄດ້ສົນທະນາ ແລະ ແລກປ່ຽນຢ່າງໃກ້ຊິດກັບຄູອາຈານທີ່ມີປະສົບການຈິງໃນຫ້ອງຮຽນ. ປະສົບການຂອງຄູອາຈານໃນການເບິ່ງແຍງເດັກ, ຮັບມືກັບສະຖານະການທີ່ຫຼາກຫຼາຍ ແລະ ປັບວິທີການສອນໃຫ້ເໝາະກັບເດັກແຕ່ລະຄົນ ເຮັດໃຫ້ການແລກປ່ຽນໃນຄັ້ງນີ້ມີຄວາມໝາຍ ແລະ ນຳໄປສູ່ການຮຽນຮູ້ທີ່ສາມາດນຳໃຊ້ໄດ້ຈິງ.

Mindbloom ບໍ່ພຽງແຕ່ມາແບ່ງປັນຄວາມຮູ້ ແຕ່ຍັງຮູ້ສຶກຍິນດີ ແລະ ຂອບໃຈທີ່ໄດ້ຮຽນຮູ້ຈາກປະສົບການ, ມຸມມອງ ແລະ ວິທີປະຕິບັດຂອງຄູອາຈານທຸກທ່ານ ທັງຄູອາຈານທີ່ເດິນທາງມາຈາກຕ່າງເເຂວງ ເພື່ອຕັ້ງໃຈມາຮ່ວມງານໂດຍສະເພສະ ເເລະ ດີໃຈທີ່ໄດ້ເເລກປ່ຽນປະສົບການ ກັບວິທະຍາກອນຮັບເຊີນທ່ານອື່ນໆ ທັງ ສາວຄູ ລັດ ຄູສອນສິລະປະການເເຕ້ມຮູບ, ທ່ານ ນາງວຽງຊຳ ຜູ້ຮ່ວມກໍ່ຕັ້ງສູນພັດທະນາເດັກພິເສດ ເເລະ ທາງດ້ານ ໂຮງຮຽນ ປັນຍາທິບທີ່ຮ່ວມສ້າງກິດຈະກຳທີ່ມີຄວາມໝາຍນີ້ຂື້ນມາ. ເເລະຂອບໃຈທາງ SuccessNation - ຊັກເຊດເນເຊີ່ນ ທີ່ຈັດງານນີ້ຂື້ນມາ . ການໄດ້ແລກປ່ຽນຄວາມຮູ້ຈາກຫຼາຍສາຂາວິຊາ ແລະ ຫຼາຍປະສົບການ ຊ່ວຍເປີດມຸມມອງໃໝ່ໆ ແລະ ຕອກຢ້ຳວ່າ ການສະໜັບສະໜູນເດັກຢ່າງຮອບດ້ານ ຕ້ອງອາໄສການຮ່ວມມື, ການຮັບຟັງ ແລະ ການຮຽນຮູ້ຮ່ວມກັນ.

ການຮຽນຮູ້ແບບມີສ່ວນຮ່ວມ (Inclusive Learning) ບໍ່ແມ່ນການຄາດຫວັງໃຫ້ເດັກທຸກຄົນຮຽນຮູ້ ຫຼື ປະພຶດຕົນໃນຮູບແບບດຽວກັນ. ແຕ່ແມ່ນການປັບສະພາບແວດລ້ອມ, ວິທີການສອນ ແລະ ການສະໜັບສະໜູນໃຫ້ເໝາະສົມ ເພື່ອໃຫ້ເດັກແຕ່ລະຄົນມີໂອກາດເຂົ້າເຖິງ, ມີສ່ວນຮ່ວມ, ຮູ້ສຶກວ່າຕົນເອງເປັນສ່ວນໜຶ່ງຂອງຫ້ອງຮຽນ ແລະ ພັດທະນາໄປຕາມສະກາຍະພາບຂອງຕົນ.
ເດັກແຕ່ລະຄົນມີວິທີການເຕີບໂຕ ແລະ ການຮຽນຮູ້ທີ່ແຕກຕ່າງກັນ. ບາງຄົນຮຽນຮູ້ໄດ້ໄວ ບາງຄົນຕ້ອງການເວລາເພີ່ມ, ບາງຄົນສື່ສານຜ່ານພຶດຕິກຳ ແລະ ບາງຄົນຕ້ອງການພຽງແຕ່ຜູ້ໃຫຍ່ທີ່ເຂົ້າໃຈ ແລະ ຮັບຟັງພວກເຂົາ.

ເມື່ອຄູເຂົ້າໃຈວ່າ ສະໝອງຂອງເດັກພັດທະນາແນວໃດ, ອາລົມມີອິດທິພົນຕໍ່ພຶດຕິກຳແນວໃດ ແລະ ການຊ່ວຍເດັກຄວບຄຸມອາລົມຮ່ວມກັນ (Co-regulation) ມີຄວາມສຳຄັນພຽງໃດ ຫ້ອງຮຽນກໍຈະກາຍເປັນພື້ນທີ່ທີ່ເດັກຮູ້ສຶກປອດໄພ, ກ້າຮຽນຮູ້ ແລະ ກ້າເປັນໂຕຂອງໂຕເອງ.

ການຮຽນຮູ້ເເບບມີສ່ວນຮ່ວມ (Inclusive Learning) ບໍ່ແມ່ນການເຮັດໃຫ້ເດັກທຸກຄົນຄືກັນ ແຕ່ແມ່ນການຍອມຮັບວ່າ ທຸກຄົນມີຄວາມແຕກຕ່າງ ແລະ ສົມຄວນໄດ້ຮັບໂອກາດ ແລະ ການສະໜັບສະໜູນທີ່ເໝາະສົມກັບຄວາມຕ້ອງການຂອງຕົນ.

ຂໍຂອບໃຈຄູອາຈານທຸກທ່ານ ທີ່ເປີດໃຈຮຽນຮູ້ ແລະ ແລກປ່ຽນປະສົບການຢ່າງຕັ້ງໃຈ. ການທີ່ຄູເລືອກທີ່ຈະເຂົ້າໃຈເດັກ ຫຼາຍກວ່າການຕັດສິນພຶດຕິກຳ ເປັນຂອງຂວັນທີ່ມີຄ່າທີ່ສຸດ ສຳລັບການເຕີບໂຕຂອງເດັກ.

🌸 ເພາະເດັກທຸກຄົນມີຄວາມໂດດເດັ່ນໃນແບບຂອງຕົນເອງ… ແລະ ເມື່ອໄດ້ຮັບຄວາມເຂົ້າໃຈ ແລະ ການສະໜັບສະໜູນທີ່ເໝາະສົມ ພວກເຂົາຈະສາມາດເຕັມໃຫຍ່ ແລະ ເບັ່ງບານຢ່າງມີຄຸນນະພາບໄດ້ໃນແບບຂອງຕົນເອງ. 💜

🌸 ອີກໜຶ່ງຄວາມພາກພູມໃຈໃນເສັ້ນທາງຂອງ Mindbloom 🌸ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບເຊີນເປັນວິທະຍາກອນ ໃນຖານະຕົວແທນຂອງ...
16/07/2026

🌸 ອີກໜຶ່ງຄວາມພາກພູມໃຈໃນເສັ້ນທາງຂອງ Mindbloom 🌸

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບເຊີນເປັນວິທະຍາກອນ ໃນຖານະຕົວແທນຂອງແມ່ຍິງ ເພື່ອແລກປ່ຽນກັບຜູ້ນຳ, ຜູ້ບໍລິຫານ ແລະ ເຈົ້າໜ້າທີ່ ຫຼາຍກວ່າ 200 ທ່ານ ໃນຫົວຂໍ້ “ຈິດຕະວິທະຍາໃນບ່ອນເຮັດວຽກ: ຄວາມງຽບຂອງ Burnout ແລະ ກັບດັກຂອງການເປັນຜູ້ນຳ.”

ໃນການບັນຍາຍ ພວກເຮົາໄດ້ຮ່ວມປັບຄວາມເຂົ້າໃຈໃໝ່ວ່າ “ຄວາມຄຽດບໍ່ແມ່ນສິ່ງບໍ່ດີສະເໝີໄປ.” ຄວາມຄຽດໃນລະດັບທີ່ເໝາະສົມສາມາດຊ່ວຍກະຕຸ້ນຄວາມຄິດສ້າງສັນ, ການແກ້ໄຂບັນຫາ ແລະ ຊ່ວຍໃຫ້ເຮົາພັດທະນາຕົນເອງ. ແຕ່ຖ້າຄວາມຄຽດສະສົມດົນເກີນໄປ ຮ່າງກາຍຈະຫຼັ່ງຮໍໂມນ Cortisol ຢ່າງຕໍ່ເນື່ອງ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບກາຍ, ສຸຂະພາບຈິດ, ຄວາມຈຳ, ການຕັດສິນໃຈ ແລະ ປະສິດທິພາບໃນການເຮັດວຽກ.

ພວກເຮົາຍັງໄດ້ເປີດອີກມຸມໜຶ່ງຂອງສຸຂະພາບຈິດທີ່ຫຼາຍຄົນຍັງເບິ່ງຂ້າມ ນັ້ນຄື Boreout ຫຼື ຄວາມເບື່ອໜ່າຍຈາກການເຮັດວຽກທີ່ບໍ່ໄດ້ໃຊ້ສະກາຍະພາບ ແລະ ບໍ່ມີຄວາມທ້າທາຍ. ບາງຄັ້ງ ຄວາມເບື່ອ ຄວາມຊິນເຄຍ ຈົນຊິນຊາ ອາດຈະເປັນສາເຫດໃຫ້ຄົນສູນເສຍແຮງຈູງໃຈ ແລະ ປະສິດທິພາບ ບໍ່ແຕກຕ່າງຈາກ Burnout.

ຫົວໃຈສຳຄັນຂອງການເປັນຜູ້ນຳ ແລະ HR ບໍ່ແມ່ນພຽງແຕ່ການຈັດການວຽກ ຫຼື ສັ່ງວຽກ ແຕ່ແມ່ນການຄົ້ນຫາ ແລະ ດຶງເອົາຈຸດແຂງຂອງແຕ່ລະຄົນອອກມາ. ເມື່ອພະນັກງານໄດ້ເຮັດວຽກທີ່ສອດຄ່ອງກັບຄວາມສາມາດ ໄດ້ຮັບການສົ່ງເສີມ ແລະ ໄດ້ຮັບຄວາມທ້າທາຍຢ່າງເໝາະສົມ ບໍ່ພຽງແຕ່ບຸກຄົນຈະເຕີບໃຫຍ່ ແຕ່ທັງທີມ ແລະ ອົງກອນກໍຈະເຕີບໃຫຍ່ພັດທະນາໄປພ້ອມກັນ.

💜 Mindbloom ເຊື່ອວ່າ ສຸຂະພາບຈິດ ແລະ ຄວາມເທົ່າທຽມເປັນພື້ນຖານຂອງການນຳທີ່ດີ. ບ່ອນເຮັດວຽກທີ່ດີ ບໍ່ແມ່ນບ່ອນທີ່ທຸກຄົນຄິດ ຫຼື ເຮັດວຽກໃນຮູບເເບບດຽວຕາຍໂຕຄືກັນ ແຕ່ເປັນບ່ອນທີ່ເຫັນຄຸນຄ່າຂອງຄວາມແຕກຕ່າງ, ເຄົາລົບສັກສີຂອງທຸກຄົນ ແລະ ສ້າງໂອກາດໃຫ້ທຸກຄົນໄດ້ພັດທະນາຕາມສັກກະຍະພາບຂອງຕົນ.

ການສົ່ງເສີມ Gender Equality and Social Inclusion (GESI) ບໍ່ແມ່ນພຽງການສ້າງຄວາມເທົ່າທຽມ ແຕ່ເປັນການສ້າງວັດທະນະທຳທີ່ທຸກຄົນຮູ້ສຶກມີຄຸນຄ່າ, ມີສຽງ ແລະ ມີໂອກາດໄດ້ເຕີບໂຕຮ່ວມກັນ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ຂອບໃຈຜູ້ຈັດງານທີ່ໃຫ້ກຽດ ແລະ ໄວ້ວາງໃຈໃຫ້ Mindbloom ໄດ້ຮ່ວມເປັນສ່ວນໜຶ່ງໃນການຜັກດັນສັງຄົມ ແລະ ບ່ອນເຮັດວຽກທີ່ມີສຸຂະພາບຈິດດີ, ມີຄວາມເທົ່າທຽມ ແລະ ໂອບອ້ອມທຸກຄົນ.

🌱 ເພາະການເຕີບໂຕທີ່ແທ້ຈິງ ເກີດຂຶ້ນເມື່ອທຸກຄົນໄດ້ມີໂອກາດເຕີບໂຕໃນເເບບຂອງໂຕເອງ ເເລະສະເເດງສະກາຍະພາບຂອງໂຕເອງໄດ້ເຕັມທີ່.

ມາຮັບຟັງນຳກັນເດີ້ພໍ່ເເມ່ ຄູອາຈານ 🥰. Mindbloom Series: Capacity building for parents and educators Mindbloom X Success Na...
20/06/2026

ມາຮັບຟັງນຳກັນເດີ້ພໍ່ເເມ່ ຄູອາຈານ 🥰.
Mindbloom Series: Capacity building for parents and educators
Mindbloom X Success Nation

🌱 ຄູທີ່ດີ ສາມາດປ່ຽນຫ້ອງຮຽນໄດ້...
ແຕ່ຄູທີ່ເຂົ້າໃຈເດັກ ສາມາດປ່ຽນຊີວິດເດັກໄດ້.

📢 ຄັ້ງທຳອິດໃນ ສປປ ລາວ

ການຝຶກອົບຮົມສຳລັບຄູອະນຸບານ ແລະ ຄູປະຖົມ
ທີ່ລວມເອົາຄວາມຮູ້ດ້ານ

✨ Montessori

✨ ການພັດທະນາເດັກ

✨ ສຸຂະພາບຈິດເດັກ

✨ ເຂົ້າໃຈໃນ ເດັກ ໂອທິສຕິກ

✨ ກິດຈະກຳສ້າງສັນຜ່ານສິລະປະ

🎓 ຝຶກອົບຮົມຄູລ້ຽງເດັກ & ອະນຸບານ 2026

ເພາະການເປັນຄູບໍ່ແມ່ນພຽງແຕ່ການສອນ...
ແຕ່ແມ່ນການສ້າງຄົນ.

ທ່ານຈະໄດ້ຮຽນຮູ້:

✅ ບົດບາດ ແລະ ພາລະກິດຂອງຄູ

✅ ເຂົ້າໃຈວິທີການຮຽນຮູ້ຂອງເດັກຕາມແນວ Montessori

✅ ເຂົ້າໃຈພັດທະນາການ ແລະ ຄວາມຕ້ອງການດ້ານອາລົມຂອງເດັກ

✅ ສັງເກດສັນຍານ Autism ແລະ ວິທີຊ່ວຍເຫຼືອເບື້ອງຕົ້ນ

✅ ກິດຈະກຳສ້າງສັນທີ່ນຳໄປໃຊ້ໄດ້ຈິງໃນຫ້ອງຮຽນ

👩‍🏫 ນຳຝຶກອົບຮົມໂດຍ

• ດວງໃຈ ປັນຍານຸວົງ
ຄູ Montessori, ນັກບັນຍາຍ ການລ້ຽງລູກ
ນັກຂຽນ ປື້ມ ‘ຄູ່ມືການລ້ຽງລູກ

• ດຣ. ພະຈົງຈິດ ບຸນມີໄຊ
ທີ່ປືກສາທາງດ້ານສຸຂະພາຈິດ ເດັກ & ໄວໜຸ່ມ
ຜູ້ກໍ່ຕັ້ງ Mindbloom

• ວຽງຊໍາ ອິນດາວົງ
ຜູ້ຮ່ວມກໍ່ຕັ້ງ ສະມາຄົມເດັກອໍທິສຕິກລາວ

• ລັດດາວອນ ເເກ້ວຫົງຄໍາ
ຄູສອນສິລະປະ (Visual Art)
ຈາກໂຮງຮຽນ ນານາຊາດເເລບຫລັງບ້ານ

📅 18 ກໍລະກົດ 2026
📍 Panyathip British International School (PBIS)
⏰ 08:30 – 16:30

🎟 ຮັບພຽງ 50 ທ່ານເທົ່ານັ້ນ

📲 ລົງທະບຽນທາງ WhatsApp
020 2255 9978

"ເມື່ອຄູເຕີບໂຕ ເດັກກໍເຕີບໂຕ."

FYI📌ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຄູ່ມືໃໝ່ຊື່ວ່າ Psychological Self-Help Interventions: Delivering Self-Help for Indiv...
04/06/2026

FYI📌

ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຄູ່ມືໃໝ່ຊື່ວ່າ Psychological Self-Help Interventions: Delivering Self-Help for Individuals ເຊິ່ງລວມເຖິງແນວທາງ Step-by-Step ແລະ Doing What Matters in Times of Stress.

ຈຸດເດັ່ນຂອງຄູ່ມືນີ້ຄື ບໍ່ຈຳເປັນຕ້ອງໃຊ້ການບຳບັດທີ່ຊັບຊ້ອນສະເໝີໄປ. ຖ້າມີໂຄງສ້າງທີ່ຊັດເຈນ, ມີຄູ່ມືທີ່ປອດໄພ ແລະ ມີຜູ້ຊ່ວຍທີ່ຜ່ານການຝຶກອົບຮົມໃຫ້ການສະໜັບສະໜູນສັ້ນໆ, ກໍສາມາດຊ່ວຍໃຫ້ຄົນເຮົາເລີ່ມດູແລສຸຂະພາບຈິດຂອງຕົນເອງໄດ້.

ຄູ່ມື WHO ນີ້ມີປະໂຫຍດຕໍ່ອົງກອນ ຫຼື ບໍລິສັດ ເພາະວ່າ “ຄວາມຄຽດ” ໃນບ່ອນເຮັດວຽກ ບໍ່ໄດ້ກະທົບແຕ່ຕົວບຸກຄົນຢ່າງດຽວ. ມັນສາມາດກະທົບໄປເຖິງປະສິດທິພາບການເຮັດວຽກ, ການສື່ສານໃນທີມ, ການຕັດສິນໃຈ, ຄວາມສຳພັນລະຫວ່າງຫົວໜ້າກັບທີມ ແລະ ບັນຍາກາດຂອງອົງກອນໂດຍລວມ.

ໃນຫຼາຍບ່ອນເຮັດວຽກ, ຄົນອາດຈະບໍ່ເວົ້າອອກມາກົງໆວ່າ “ກຳລັງເຄັ່ງຄຽດ” ຫຼື “ກຳລັງໝົດແຮງບັນດານໃຈ”. ແຕ່ມັນອາດສະແດງອອກຜ່ານອາການອື່ນໆ ເຊັ່ນ ເຮັດວຽກຊ້າລົງ, ຫງຸດຫງິດງ່າຍ, ຫຼີກລ້ຽງການສື່ສານ, ຂາດວຽກເລື້ອຍໆ, ເຮັດຜິດພາດຫຼາຍຂຶ້ນ ຫຼື ຮູ້ສຶກບໍ່ມີແຮງຈູງໃຈ. ຖ້າອົງກອນບໍ່ມີແນວທາງດູແລຕັ້ງແຕ່ຕົ້ນ, ບັນຫານ້ອຍໆ ອາດຄ່ອຍໆສະສົມຈົນກາຍເປັນ burnout, conflict ຫຼື turnover ທີ່ສູງຂຶ້ນ.

ສຳລັບອົງກອນ, ປະໂຫຍດທີ່ເຫັນໄດ້ຊັດເຈນມີ :

1. ຊ່ວຍປ້ອງກັນ burnout ແລະ ຄວາມເມື່ອຍລ້າທາງໃຈ
ເມື່ອພະນັກງານມີວິທີຈັດການຄວາມຄຽດແບບງ່າຍໆ ເຊັ່ນ ການກັບມາຢູ່ກັບປັດຈຸບັນ, ການສັງເກດຄວາມຄິດ, ການຈັດການອາລົມ ແລະ ການດູແລຕົນເອງປະຈຳວັນ, ຄວາມຄຽດຈະບໍ່ຖືກສະສົມຈົນເກີນໄປ.

2. ຊ່ວຍໃຫ້ຫົວໜ້າ ແລະ HR ມີແນວທາງສະໜັບສະໜູນທີ່ປອດໄພ
ຫົວໜ້າຫຼາຍຄົນຢາກຊ່ວຍທີມ ແຕ່ບໍ່ຮູ້ວ່າຄວນເວົ້າແນວໃດ ຫຼື ຄວນຊ່ວຍໃນຂອບເຂດໃດ. ຄູ່ມືລັກສະນະນີ້ຊ່ວຍໃຫ້ຫົວໜ້າເຂົ້າໃຈວ່າ ບົດບາດຂອງຕົນບໍ່ແມ່ນການເປັນນັກບຳບັດ, ແຕ່ແມ່ນການຮັບຟັງ, ສັງເກດ, ໃຫ້ການສະໜັບສະໜູນພື້ນຖານ ແລະ ສົ່ງຕໍ່ເມື່ອຈຳເປັນ.

3. ຊ່ວຍສ້າງວັດທະນະທຳອົງກອນທີ່ໃສ່ໃຈຄົນ
ເມື່ອອົງກອນມີເຄື່ອງມືດູແລໃຈ ມັນສົ່ງສັນຍານວ່າ “ສຸຂະພາບຂອງຄົນສຳຄັນ”. ນີ້ຊ່ວຍລົດການຕີຕາຕໍ່ບັນຫາສຸຂະພາບຈິດ ແລະ ຊ່ວຍໃຫ້ພະນັກງານກ້າຂໍຄວາມຊ່ວຍເຫຼືອໄວຂຶ້ນ.

4. ຊ່ວຍຂະຫຍາຍການດູແລໄດ້ງ່າຍ ແລະ ໃຊ້ຕົ້ນທຶນບໍ່ສູງ
ານຄວາມຄຽດພື້ນຖານ, ແຕ່ບາງຄົນອາດຕ້ອງການການບຳບັດ ຫຼື ການດູແລທີ່ເລິກກວ່າ. ຄູ່ມືນີ້ຊ່ວຍໃຫ້ອົງກອນເຫັນວ່າ ການດູແລຄວນມີຫຼາຍລະດັບ: self-help, brief support, referral, ແລະ professional care.

ຄູ່ມືນີ້ບໍ່ໄດ້ເຮັດໃຫ້ທຸກຄົນກາຍເປັນນັກບຳບັດ, ແຕ່ຊ່ວຍໃຫ້ທຸກອົງກອນ
ມີພື້ນຖານໃນການຮັບຟັງ, ສັງເກດ, ດູແລ ແລະ ສົ່ງຕໍ່ຢ່າງປອດໄພ.

ເຊິ່ງເພິ່ນໄດ້ນຳໃຊ້ ໃນສອງປະເທດຢ່າງກວ້າງຂວາງ ມີ ປະເທດ ໄທ ເເລະ ເລບານອນ

➡️ Read the news story: https://lnkd.in/eqc2uMAV

➡️ Explore the manual: https://lnkd.in/efJT6vD8

➡️ Access the Step-by-Step content: https://lnkd.in/ebmDUgzu

➡️ Learn more about WHO's work on self-help psychological interventions: https://lnkd.in/eBpMKEj3

#ສຸຂະພາບຈິດ #ດູແລໃຈ #ສຸຂະພາບຈິດໃນບ່ອນເຮັດວຽກ

Mind - Safe - Zone 101   ອີກໜຶ່ງບັນຫາທີ່ “ຄົນກາງ”ຫຼື ຄົນທີ່ມັກເປັນບ່ອນລະບາຍໃຫ້ຄົນອື່ນມັກພົບເຈີແມ່ນ…ຟັງຫຼາຍຮັບຮູ້ຫຼາຍເຂົ້...
23/05/2026

Mind - Safe - Zone 101

ອີກໜຶ່ງບັນຫາທີ່ “ຄົນກາງ”ຫຼື ຄົນທີ່ມັກເປັນບ່ອນລະບາຍໃຫ້ຄົນອື່ນມັກພົບເຈີແມ່ນ…

ຟັງຫຼາຍຮັບຮູ້ຫຼາຍເຂົ້າໃຈຄົນອື່ນຫຼາຍແຕ່ກັບລືມກັບມາຖາມຕົນເອງວ່າ:

“ແລ້ວໃຈຂອງເຈົ້າໂຕເດ?”

ໃນຍຸກນີ້ ໂດຍສະເພາະຄົນຮຸ່ນໃໝ່ຫຼາຍຄົນມັກເປັນຄົນທີ່ໝູ່ມາລະບາຍຄົນໃນຄອບຄົວມາປຶກສາຄົນຮອບຂ້າງມາເວົ້າເລື່ອງໜັກໆໃຫ້ຟັງ.

ເພາະເຮົາເຂົ້າໃຈ.ເພາະເຮົາຟັງເກັ່ງ.ເພາະເຮົາບໍ່ຕັດສິນ.ແຕ່ບາງຄັ້ງ ການຟັງຫຼາຍເກີນໄປໂດຍບໍ່ມີຂອບເຂດທາງອາລົມກໍອາດເຮັດໃຫ້ໃຈເຮົາເມື່ອຍໄດ້.

ໄພງຽບຂອງຄົນທີ່ມັກຮັບຟັງ
ຄືການຊຶມຊັບຄວາມທຸກ
ຈົນລືມດູແລໃຈຕົນເອງ

22/05/2026

ເປັນປຶ້ມທີ່ ລຽບງ່າຍ ຂໍ້ຄວາມສັ້ນໆ ໃຫ້ໂຕເອງເເຕ່ລະມື້
ເບິ່ງເເລ້ວສະບາຍຕາ NGV ,Australia

Mind - Safe -Zone 101 ໄດ້ຮັບຄຳຖາມ ເເລະຂໍ້ສົງໄສ ຈາກນ້ອງໆຫຼາຍຄົນ ໂດຍສະເພາະ ໄວເຮັດວຽກ ວ່າ: ເຮັດເເນວໃດຈື່ງຈະບໍ່ຄິດຫຼາຍ? ເປັນ...
20/05/2026

Mind - Safe -Zone 101

ໄດ້ຮັບຄຳຖາມ ເເລະຂໍ້ສົງໄສ ຈາກນ້ອງໆຫຼາຍຄົນ ໂດຍສະເພາະ ໄວເຮັດວຽກ ວ່າ: ເຮັດເເນວໃດຈື່ງຈະບໍ່ຄິດຫຼາຍ? ເປັນຫຍັງເພື່ອນຮ່ວມງານຄື.....ຄືບໍ່....ຄົນນີ້ຄືບໍ່.... ຄືບໍ່ເຂົ້າໃຈເຮົາ...
ມື້ນີ້ຈະຂໍມາເເບ່ງປັນ ວີທິການຈັດການເເນວຄວາມຄິດຈາກ ປຶ້ມທີ່ຂາຍດີທີ່ສຸດ ເເລະເປັນທີ່ນິຍົມໃນໄວເຮັດວຽກ
Let them theory ເເລະ ປະສົມກັບວີທິປັບເເບບຄວາມຄິດຕາມ CBT.
ມາຝຶກ Careless list Vs Care list ນຳກັນ
ທຸກຄົນສາມາດເເຊປະສົບການລຸ່ມຄອມເມັ້ນໄດ້ ❤️

Address

Vientiane
041

Opening Hours

Thursday 10:00 - 21:00
Friday 10:00 - 21:00
Saturday 10:00 - 21:00
Sunday 10:00 - 21:00

Website

Alerts

Be the first to know and let us send you an email when Mindbloom posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Mindbloom:

Shortcuts

Share