Agriculture For Nutrition Project Phase II - AFN II

Agriculture For Nutrition Project Phase II - AFN II The Project will be implemented in 6 provinces, 20 districts and approximately 500 villages.

ໃນວັນທີ21-25/6/206 ຜູ້ປະສານງານໂຄງການຂັ້ນເມືອງ ພ້ອມດ້ວຍທີມງານຜູ້ຮັບຜິດຊອບວຽກງານຊົນລະປະທານຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງສຳຫ...
30/07/2026

ໃນວັນທີ21-25/6/206 ຜູ້ປະສານງານໂຄງການຂັ້ນເມືອງ ພ້ອມດ້ວຍທີມງານຜູ້ຮັບຜິດຊອບວຽກງານຊົນລະປະທານຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງສຳຫຼວດ ແລະ ອອກແບບ ພື້ນຖານໂຄງລ່າງ ຂະໜາດນ້ອຍ (ລະບົບນ້ຳອາເນກປະສົງ) ຊົນລະປະທານ ແລະ ນ້ຳລິນ ຢູ່ 5 ບ້ານເປົ້າໝາຍຂອງໂຄງການຄື: ບ້ານ ໃໝ່, ບ້ານ ນາຄົກ, ບ້ານແກ່ວ, ບ້ານ ມົກລອຍ ແລະ ບ້ານ ຄອນທອຍ

ໃນລະຫວ່າງ ວັນທີ່14-23 ກໍລະກົດ 2026 ທີມງານຈາກໂຄງການກະສິກໍາເພື່ອໂພຊະນາການໄລຍະ2ຂັ້ນສູນກາງ ຈາກ ກະຊວງກະສິກຳ ແລະ ສີ່ງແວດລ້ອມ ພ...
29/07/2026

ໃນລະຫວ່າງ ວັນທີ່14-23 ກໍລະກົດ 2026 ທີມງານຈາກໂຄງການກະສິກໍາເພື່ອໂພຊະນາການໄລຍະ2ຂັ້ນສູນກາງ ຈາກ ກະຊວງກະສິກຳ ແລະ ສີ່ງແວດລ້ອມ ພ້ອມກັບ ທີມງານຂັ້ນແຂວງ ຈາກພະເເນກກະສິກຳ ແລະ ສີ່ງແວດລ້ອມ ສົມທົບ ທີມງານຫ້ອງການກະສິກໍາ ແລະສີ່ງແວດລ້ອມເມືອງ ໄດ້ລົງສຳຫຼວດຊົນລະປະທານຂະໜາດນ້ອຍ ແລະ ສໍາຫຼວດອອກແບບນໍ້າອະເນກປະສົງ ຢູ່ຂັ້ນບ້ານເປົ້າໝາຍຂອງໂຄງການ ຈຳນວນ 5 ບ້ານຄື: ບ້ານ ຢວກມູກ, ບ້ານ ໝໍ້, ບ້ານ ຊຽງເໝັ້ນ, ບ້ານ ນໍ້າຊອງ ແລະ ບ້ານ ນໍ້າຢ້ຽມ ເມືອງໝອກ ແຂວງຊຽງຂວາງ

ໃນຕົ້ນເດືອນ ກໍລະກົດ 2026 ທີ່ຜ່ານມາໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ໄດ້ລົງມອບທຶນສວນຄົວໃຫ້ແກ່ສະມາຊິກສູນຮຽນຮູ້ໂພຊະນາການຂັ້ນ...
29/07/2026

ໃນຕົ້ນເດືອນ ກໍລະກົດ 2026 ທີ່ຜ່ານມາໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ໄດ້ລົງມອບທຶນສວນຄົວໃຫ້ແກ່ສະມາຊິກສູນຮຽນຮູ້ໂພຊະນາການຂັ້ນບ້ານ ຈໍານວນ 335 ທຶນ, (2,500,000 ກີບ/ທຶນ) ເປັນເງິນທັງໝົດ 837,500,000 ກີບ ຢູ່ພາຍໃນ 8 ບ້ານເປົ້າໝາຍປີ 2026 ຂອງໂຄງການຄື: ບ້ານ ປາງທອງ, ຫ້ວຍລໍ, ນໍ້າຕູຍ, ມົກວຽງ, ນໍ້າຂອງ, ຫ້ວຍຫຼຸກ, ພູຄໍາ ແລະ ບ້ານ ປາງສົມ ການມອບເງິນໃນຄັ້ງນີ້ໄດ້ມີ ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ປະທານຊີ້ນຳໂຄງການຂັ້ນແຂວງ, ທ່ານ ບຸນຊວງ ຄຳພູວົງ ປະທານຄະນະກຳມະການປົກຄອງ ເມືອງແບງ ປະທານຊີ້ນຳໂຄງການຂັ້ນເມືອງ, ມີບັນດາທ່ານຮອງປະທານຊີ້ນຳໂຄງການຂັ້ນແຂວງ, ຮອງປະທານຊີ້ນຳໂຄງການຂັ້ນເມືອງ, ຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ທະນາຄານພັດທະນາລາວ ແລະ ທີມງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງການມອບທຶນສວນຄົວໃນຄັ້ງນີ້ແມ່ນໄດ້ມອບຜ່ານ ບັນຊີ ຂອງທະນາຄານພັດທະນາລາວໜ່ວຍບໍລິການ ເມືອງແບງ ພ້ອມກັນນັ້ນ ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ປະທານຊີ້ນຳໂຄງການຂັ້ນແຂວງ ໄດ້ມີຄຳເຫັນໂອ້ລົມ, ໃຫ້ທິດຊີ້ນຳຕໍ່ກັບຄອບຄົວເປົ້າໝາຍທີ່ໄດ້ຮັບທຶນດັ່ງກ່າວ ຕ້ອງໄດ້ນຳໃຊ້ທຶນດັ່ງກ່າວໃຫ້ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍຂອງໂຄງການ, ມີປະສິດທິຜົນສູງ ແລະ ມີຄວາມຢືນຍົງ.

📢ປະກາດດພໍ່ຄ້າ ຊາວຂາຍ ຫ້າງຮ້ານ ທຸກພາກສວນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນຈັດຊື້ -  ເບ້ຍຫວາຍ-  ໄມ້ລ້ຽງນ້ອງ- ຜັກຫວານປ່າ- ໄມ້...
28/07/2026

📢ປະກາດດ
ພໍ່ຄ້າ ຊາວຂາຍ ຫ້າງຮ້ານ ທຸກພາກສວນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນຈັດຊື້
- ເບ້ຍຫວາຍ
- ໄມ້ລ້ຽງນ້ອງ
- ຜັກຫວານປ່າ
- ໄມ້ກິນຊຸງ
ໃຫ້ແກ່ 4 ບ້ານເປົ້າຫມາຍໂຄງການ
ລາຍລະອຽດແມ່ນອີງຕາມເອກະສານຕິດຄັດດັ່ງລຸ່ມນີ້👇
ສົນໃຈສາມາດຕິດຕໍ່ໄດ້ທີ່ເບີ:
☎️020 917 88 999

ໃນລະຫວ່າງວັນທີ 25 - 29 ມິຖຸນາ 2026 ຜ່ານມານີ້, ທີມງານປະສານງານຮ່ວມ ຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍ ຫ້ອງການອົງການອາຫານໂລກ (...
28/07/2026

ໃນລະຫວ່າງວັນທີ 25 - 29 ມິຖຸນາ 2026 ຜ່ານມານີ້, ທີມງານປະສານງານຮ່ວມ ຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍ ຫ້ອງການອົງການອາຫານໂລກ (WFP) ໄດ້ລົງຈັດພິທີມອບ-ຮັບທຶນຊຸກຍູ້ກິດຈະກຳສວນຄົວ ໃຫ້ແກ່ 119 ຄົວເຮືອນ ໃນ 5 ບ້ານເປົ້າໝາຍ ປີ 2026 ຂອງເມືອງງາ ຄື: ບ້ານ ນາຊານ, ຫ້ວຍຈີ, ຫ້ວຍເຍືອງ, ຫ້ວຍຍິ່ງ ແລະ ບ້ານ ຫ້ວຍຜັງ ເພື່ອສົ່ງເສີມຄວາມໝັ້ນຄົງດ້ານອາຫານ ແລະ ໂພຊະນາການ.
ພິທີມອບ-ຮັບທຶນດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ແລະ ມອບທຶນຂອງ: 1) ທ່ານ ອິນຕາ ບົວລະພາ (ຮອງເຈົ້າເມືອງງາ), 2) ທ່ານ ນາງ ບົວວອນ ແກ້ວອຳພອນ (ຫົວໜ້າຫ້ອງການປະສານງານຂັ້ນແຂວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ), 3) ທ່ານ ນາງ ບົວວອນ ຜາສຸກ (ຫົວໜ້າຫ້ອງການ ອົງການອາຫານໂລກ WFP ປະຈຳແຂວງອຸດົມໄຊ), ແລະ 4) ທ່ານ ສົມພອນ ພັນທະສິດ (ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງງາ) ພ້ອມດ້ວຍ ທີມງານວິຊາການ ແລະ ຕົວແທນປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

📢 ແຈ້ງເຊີນເຂົ້າຮ່ວມການປະມູນ (Tender Notice) 📢ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (AFN II) ເມືອງສະໜາມໄຊ, ຂໍແຈ້ງເຊີນບັນດາຜູ້...
28/07/2026

📢 ແຈ້ງເຊີນເຂົ້າຮ່ວມການປະມູນ (Tender Notice) 📢
ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (AFN II) ເມືອງສະໜາມໄຊ, ຂໍແຈ້ງເຊີນບັນດາຜູ້ປະກອບການ, ບໍລິສັດ, ຫ້າງຮ້ານ ແລະ ທຸກພາກສ່ວນທີ່ສົນໃຈ ເຂົ້າຮ່ວມການປະມູນ ຈັດຊື້ເບ້ຍໄມ້ (ຫວາຍຂົມ, ຜັກຫວານປ່າ, ໄຜ່ບົງຫວານ, ໄຜ່ລ້ຽງນ້ອງ, ໝາກລິນໄມ້) ເພື່ອນຳໄປມອບໃຫ້ກຸ່ມສົ່ງເສີມ/ອະນຸລັກ ຜະລິດຕະພັນປ່າທີ່ສາມາດກິນໄດ້ ໃນ 4 ບ້ານເປົ້າໝາຍ (ບ້ານ ແບ່ງວິໄລ, ບ້ານ ຈັນຕໍ, ບ້ານ ດອນ, ແລະ ບ້ານ ກະແຊະ) ເມືອງສະໜາມໄຊ, ແຂວງອັດຕະປື.
📋 ລາຍລະອຽດສິນຄ້າ ແລະ ຈຳນວນ:
ບ້ານ ແບ່ງວິໄລ:
ຫວາຍຂົມ: 1,099 ເບ້ຍ
ຜັກຫວານປ່າ: 184 ເບ້ຍ
ໄຜ່ບົງຫວານ: 276 ເບ້ຍ
ບ້ານ ຈັນຕໍ:
ໄຜ່ລ້ຽງນ້ອງ: 147 ເບ້ຍ
ຫວາຍຂົມ: 1,760 ເບ້ຍ
ໝາກລິນໄມ້: 140 ເບ້ຍ
ບ້ານ ດອນ:
ຫວາຍຂົມ: 452 ເບ້ຍ
ຜັກຫວານປ່າ: 61 ເບ້ຍ
ໄຜ່ບົງຫວານ: 276 ເບ້ຍ
ໄຜ່ລ້ຽງນ້ອງ: 203 ເບ້ຍ
ບ້ານ ກະແຊະ:
ຫວາຍຂົມ: 1,106 ເບ້ຍ
ໝາກລິນໄມ້: 150 ເບ້ຍ
ໄຜ່ບົງຫວານ: 154 ເບ້ຍ
ໄຜ່ລ້ຽງນ້ອງ: 141 ເບ້ຍ
🗓 ກຳນົດເວລາຍື່ນ ແລະ ໄຂຊອງປະມູນ:
ກຳນົດເວລາຍື່ນຊອງປະມູນ: ກ່ອນເວລາ 10:00 ໂມງ ຂອງ ວັນທີ 14/08/2026
ກຳນົດເວລາໄຂຊອງປະມູນ: ເວລາ 10:00 ໂມງ ຂອງ ວັນທີ 14/08/2026
📍 ສະຖານທີ່ຕິດຕໍ່ ແລະ ພົວພັນຍື່ນເອກະສານ:
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2, ບ້ານ ມິດສໍາພັນ, ເມືອງສະໜາມໄຊ, ແຂວງອັດຕະປື.
📞 ໂທລະສັບ: 020 99822679, 020 99883337
📌 ໝາຍເຫດ:
1. ຜູ້ປະມູນຈະຕ້ອງໄດ້ຍື່ນຊອງສະເໜີລາຄາ ສະບັບຕົ້ນ 1 ຊຸດ ໂດຍໝາຍ “ສະບັບຕົ້ນ” ແລະ ສະບັບສຳເນົາ 1 ຊຸດ ໂດຍໝາຍ “ສະບັບສຳເນົາ” ຊອງເອກະສານຕ້ອງລະບຸ ຊື່ການປະມູນ ແລະ ລະຫັດສັນຍາ ຢ່າງຈະແຈ້ງພ້ອມທັງຊື່ທີ່ຖືກຕ້ອງຂອງບໍລິສັດ ເຊິ່ງລະບຸໃນເອກະສານທະບຽນວິສາຫະກິດ ແລະ ປື້ມບັນຊີເງິນຝາກໃນທະນາຄານ.
2. ຫ້ອງການປະສານງານໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ປະຈຳ ເມືອງ ສະໜາມໄຊ, ແຂວງ ອັດຕະປື ຈະບໍ່ຮັບຜິດຊອບຄ່າສິ້ນເປືອງໃດໆທັງສິ້ນທີ່ເກີດຂື້ນຈາກການກະກຽມ ຫຼື ການຈັດສົ່ງເອກະສານປະມູນສົມທຽບລາຄາຂອງຜູ້ເຂົ້າຮ່ວມ.
#ແຈ້ງການປະມູນ #ໂຄງການກະສິກຳເພື່ອໂພຊະນາການ

ພິທີມອບຮັບທຶນສ່ວນຄົວໃຫ້ກຸ່ມເປົ້າໝາຍຂອງ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng                    ...
27/07/2026

ພິທີມອບຮັບທຶນສ່ວນຄົວໃຫ້ກຸ່ມເປົ້າໝາຍຂອງ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng
ໃນລະຫວ່າງ ວັນທີ 16-19 ກໍລະກົດ 2026 ໂຄງການກະສິກຳເພຶ່ອໂພຊະນາການໄລຍທີ 2 ເມືອງປາກແບງ ໄດ້ສຳເລັດການຈັດພິທິ-ມອບຮັບທຶນສ່ວນຄົວ ແລະ ລົງມອບທຶນສ່ວນໃຫ້ແກ່ກຸ່ມເປົ້າຫມາຍ 5 ບ້ານປີ2026ຄື: ບ້ານ ຫ້ວຍແຊງຄໍາ, ຫ້ວຍກະ, ລວງໂຕ່ງ, ໂຮມໄຊ ແລະ ບ້ານ ຄົກກະ ເມືອງປາກແບງ ແຂວງອຸດົມໄຊ ຈໍານວນຜູ້ໄດ້ຮັບທຶນທັງໝົດ134 ຄົນຍິງ 128 ຄົນ ລວມມູນຄ່າເງິນ: 335.000.000 ກີບ( ສາມຮ້ອຍສາມສິບຫ້າລ້ານກີບ) ສະເລ່ຍຜູ້ 2.500.000 ກີບ/ຄົນ ຫຼື ຕໍ່ຄົວເຮືອນ, ນຳໂດຍທ່ານ ສີວີໄສ ບຸນສະຫວັດ ຄະນະຊີ້ນໍາໂຄງການຂັ້ນແຂວງ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ , ທ່ານ ບຸນສີ ວິໄລຫົງ ປະທານຊີ້ນໍາໂຄງການຂັ້ນເມືອງ, ຮອງຄະນະປົກຄອງເມືອງ, ທ່ານ ສົມໝາຍ ສຸນທອນທະວີ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ແລະ ໂດຍໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ເທວະລັກ ພອນແກ້ວ ຮອງຫົວໜ້າກົມແຜນການ , ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ສີໂສວັດ ພັນດານຸວົງ ຜູ້ປະສານງານໂຄງການຂັ້ນສູນກາງ, ພ້ອມດ້ວຍຜູ້ປະສານງານໂຄງການຂັ້ນແຂວງ-ເມືອງ ແລະ ພ້ອມດ້ວຍທີມງານວິຊາການ ໂຄງການຂັ້ນເມືອງ.
ເຊິ່ງໄດ້ມອບທືນສ່ວນຄົວໃຫ້ແກ່ກຸ່ມເປົ້າໝາຍແມ່ມານແມ່ລູກອ່ອນ ແມ່ນເພື່ອນໍາໃຊ້ເຂົ້າໃນກິດຈະກຳສ່ວນຄົວຄືການປູກພືດຜັກສ່ວນຄົວ ແລະ ລ້ຽງສັດນ້ອຍເພື່ອປັບປຸງຊີວິດການເປັນຢູ່ຂອງກຸ່ມເປົ້າໝາຍກໍຄືພໍ່ແມ່ປະຊາຊົນໃຫ້ດີດ້ານກະສິກໍາ, ໂພຊະນາການ ແລະ ສ້າງລາຍຮັບພາຍໃນຄອບຄົວ. ຄະນະພ້ອມກັນນີ້ຖືເປັນວາລະ ອັນສໍາຄັນທາງຜູ້ຊີ້ນໍາໂຄງການຈາກສູນກາງ, ແຂວງ ເມືອງ ກໍໄດ້ລົງຕິດຕິມຊຸກຍູ້ຮອດຢູ່ຂັນບ້ານ ແລະ ກ່າວສະແດງໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນຕໍ່ກິດຈະກໍາສ່ວນຄົວຂອງໂຄງການດັ່ງກ່າວນີ້ເປັນປັດໄຈສໍາຄັນທີ່ຈະຕໍ່ຍອດເພື່ອປັບປຸງຊີວິດການເປັນຢູ່ຂອງກຸ່ມເປົ້າໝາຍກໍຄືພໍ່ແມ່ປະຊາຊົນໃຫ້ດີດ້ານກະສິກໍາ, ໂພຊະນາການ ແລະ ໂດຍສ້າງຄວາມອາດສາມາດການຜະລິດກະສິກໍາທີ່ຫຼາກຫຼາຍເພື່ອຮັບປະກັນໃຫ້ມີອາຫານພຽງພໍ ແລະ ມີໂພຊະນາການທີ່ດີຂື້ນ.

24/07/2026
ກອງປະຊຸມປະເມີນ ແລະ ຮັບຮອງແຜນທຸລະກິດ ກຸ່ມຜະລິດກະສິກຳ______________________ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ -...
23/07/2026

ກອງປະຊຸມປະເມີນ ແລະ ຮັບຮອງແຜນທຸລະກິດ ກຸ່ມຜະລິດກະສິກຳ
______________________ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng ໃນ​ລະຫວ່າງວັນ 19 ມີຖຸນາ 2026 ໄດ້ສໍາເລັດເປີດກອງປະຊຸມ ປະເມີນຮັບຮອງໃຫ້ຄະແນນບົດສະເຫນີກິດຈະກຳການລົງທຶນກຸ່ມຜະລິດກະສິກຳ ທີຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ( ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນສີ ວີໄລຫົງ ຮອງຄະນະກຳມະການປົກຄອງເມືອງ ພ້ອມທັງເປັນປະທານຊີ້ນຳໂຄງການ ຄກພ2 ເມືອງ ປາກແບງ )
ໄດ້ມີກຸ່ມຜະລິດປະເມີນສະເຫນີກິດຈະກຳເພື່ອຂໍທຶນສະຫນັບສະຫນູນຈາກໂຄງການ ມີ 5 ບ້ານຄື ບ້ານ ມົກກ່ານ, ມົກໂຄກາງ, ມົກຈົງໃຫຍ່, ລາງຈິງ ແລະ ບ້ານ ຕອງ ລວມເປັນ 9 ກຸ່ມ:
- ບ້ານ ມົກກ່ານ ມີ 1 ກຸ່ມ: ກຸ່ມລ້ຽງແບ້
- ບ້ານ ມົກໂຄກາງ ມີ 2 ກຸ່ມ :ກຸ່ມລ້ຽງໝູ ແລະ ກຸ່ມປູກຜັກ ເຮືອນຮົ່ມເປັນສິນຄ້າ
- ບ້ານ ມົກຈົງໃຫຍ່ ມີ 2ກຸ່ມ: ກຸ່ມ ລ້ຽງແບ້ ແລະ ກຸ່ມລ້ຽງໝູ
- ບ້ານ ລາງຈີງ ມີ 2 ກຸ່ມ: ກຸ່ມ ລ້ຽງແບ້ ແລະ ກຸ່ມລ້ຽງໝູ
- ບ້ານ ຕອງ ມີ 2 ກຸ່ມ: ກຸ່ມ ລ້ຽງແບ້ ແລະ ກຸ່ມລ້ຽງໝູ

23/07/2026

Address

Phonexay Village, Saysettha District
Vientiane

Alerts

Be the first to know and let us send you an email when Agriculture For Nutrition Project Phase II - AFN II posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share