MedYa - ເມັດຢາ

MedYa - ເມັດຢາ Empowering youth to understand medicine & self-care the right way
| run by pharmacy students, backed by science, built for change.

ມາແລ້ວວວ! ຂອງທີ່ລະນຶກສຸດພິເສດຈາກ MedYa Project 🤩✨ ທີ່ສວຍງາມ ແລະ ມີຄຸນນະພາບແບບນີ້ ກໍຍ້ອນໄດ້ຮັບການສະໜັບສະໜູນຈາກ Nikola Lao...
29/04/2026

ມາແລ້ວວວ! ຂອງທີ່ລະນຶກສຸດພິເສດຈາກ MedYa Project 🤩✨ ທີ່ສວຍງາມ ແລະ ມີຄຸນນະພາບແບບນີ້ ກໍຍ້ອນໄດ້ຮັບການສະໜັບສະໜູນຈາກ Nikola Laos ທີ່ຊ່ວຍຈັດພິມ ແລະ ຜະລິດໃຫ້ພວກເຮົາຢ່າງຕັ້ງໃຈ.

ພວກເຮົາຂໍຂອບໃຈ Nikola Laos ຫຼາຍໆ ທີ່ເຫັນຄວາມສຳຄັນ ແລະ ຊ່ວຍຊຸກຍູ້ໂຄງການຂອງພວກເຮົາໃຫ້ກ້າວໄປຂ້າງໜ້າ. ໃຜທີ່ກຳລັງຊອກຫາບ່ອນຜະລິດເຄື່ອງງາມໆ ແບບນີ້ ຕ້ອງຍົກໃຫ້ເພິ່ນເລີຍ! 🙌🔥

ຂອບໃຈທີ່ຮ່ວມສ້າງສັນສິ່ງດີໆໄປນຳກັນເດີ້! 🤝💙

 ໍ່(English below)ທຸກຄົນເຊື່ອບໍ? ວ່າການສຶກສາສາມາດປ່ຽນຊີວິດຄົນໆໜຶ່ງໄດ້ຈາກໜ້າມືເປັນຫລັງມືເລີຍ!ໄດ້ແນວໃດນັ້ນຫວາ? ໃນງານ “ການສ...
17/03/2026

ໍ່
(English below)
ທຸກຄົນເຊື່ອບໍ? ວ່າການສຶກສາສາມາດປ່ຽນຊີວິດຄົນໆໜຶ່ງໄດ້ຈາກໜ້າມືເປັນຫລັງມືເລີຍ!
ໄດ້ແນວໃດນັ້ນຫວາ? ໃນງານ “ການສຶກສາເພື່ອຄວາມສໍາເລັດ”ຂອງ EduRise ມີຄໍາຕອບ🤩📚

💢ໃນຕອນສວາຍຂອງ ວັນທີ 28/03/2026
👉🏻 ເວລາ: 1:00 ເປັນຕົ້ນໄປ
📍 ຮູບແບບ: ອອນລາຍ (Google Meet)

ເພື່ອເປັນການສົ່ງເສີມໄວໜຸ່ມເພີ່ມທະວີຂອງຄວາມໃສ່ໃຈໃນດ້ານການສຶກສາ, ພວກເຮົາໄດ້ຈັດງານໃນຮູບແບບອອນລາຍ ເພື່ອສ້າງພື້ນທີໃຫ້ໄວໜຸ່ມໄດ້ໂອ້ລົມ-ແລກປ່ຽນກັນ. ໂດຍໃນງານຈະມີແຂກຮັບເຊີນສຸດພິເສດທັງ 2 ທ່ານທີ່ເປັນເອື້ອຍ-ອ້າຍມີປະສົບການຫຼາກຫຼາຍໃນເລື່ອງຂອງການຊິງທຶນການສຶກສາໄປຮຽນຕໍ່ຕ່າງປະເທດ ທີ່ຈະມາແຊຣປະສົບການວ່າ “ການສຶກສາ” ປ່ຽນຊີວິດເຂົາເຈົ້າແນວໃດແນ່? ພ້ອມທັງມາເຜີຍແຜ່ຄວາມຮູ້, ໃຫ້ຄໍາແນະນໍາ, ທີ່ສໍາຄັນຄືເຄັດລັບໃນການຊິງ ແລະ ຊອກຫາທຶນການສຶກສານໍາອີກດ້ວຍ.🤩

🤗 ຂໍກ່າວຍິນດີຕ້ອນຮັບແຂກຮັບເຊີນຂອງພວກເຮົາ:
1. ເຊັງຢ່າ ຊົວລໍ່ FB: Sarah Shengya
2. ຄໍາພັນ ຢ່າ FB: Ricky Yang

ອ່ະໆ ອ່ານມາຮອດນີ້, ງານນີ້ຕ້ອງໄດ້ສະໝັກແລ້ວ‼️
ນ້ອງໆທຸກຄົນໃຜທີ່ມີຄວາມສົນໃຈສາມາດສະໝັກຜ່ານລິ້ງດ້ານລຸ່ມນີ້ໄດ້ເລີຍ 👇🏻:
https://forms.gle/C9cDVDCpWG16HgC16

___________________•••____________________

(English Version)

🌟 Can education really change someone’s life?

Have you ever wondered how education can completely change a person’s future? The answer might inspire you!
Join our special online event “Education for Success” by EduRise 🤩📚 and discover how education can open new opportunities and transform lives.

📅 Date: March 28, 2026
🕐 Time: 1:00 PM onwards
📍 Location: Online (Google Meet)

This event is organized to encourage young people to care more about education and future opportunities. It will also be a space for youth to learn, share ideas, and exchange experiences together.

✨ During the event, we will have two special guest speakers who will share their real experiences about studying abroad and applying for scholarships. They will talk about how education changed their lives and share useful advice and tips on how to find and apply for scholarships.

🤗 Meet our guest speakers:
• Ms. Shengya SOUALOR – FB: Sarah Shengya
• Mr. Khamphanh YA – FB: Ricky Yang

🚨 This is an event you don’t want to miss!
If you are interested in studying abroad or finding scholarship opportunities, this event is perfect for you.

📌 Register now through the link below:
https://forms.gle/C9cDVDCpWG16HgC16

🗓️ Save the date and join us!
We look forward to seeing you there 🥰




 ໍ່ 👉🏻ໃຜທີ່ສົນໃຈເລື່ອງທຶນ 👀🤲🏻ຫລື ກຳລັງສິສະຫມັກທຶນ ແຕ່ຍັງບໍ່ມີປະສົບການເລີຍ!! ແລະ ບໍ່ຮູ້ເລີ່ມແນວໃດ🤔 ແລະ ຄວນເຮັດຫຍັງກ່ອນ😫??...
08/03/2026

ໍ່

👉🏻ໃຜທີ່ສົນໃຈເລື່ອງທຶນ 👀🤲🏻ຫລື ກຳລັງສິສະຫມັກທຶນ ແຕ່ຍັງບໍ່ມີປະສົບການເລີຍ!! ແລະ ບໍ່ຮູ້ເລີ່ມແນວໃດ🤔 ແລະ ຄວນເຮັດຫຍັງກ່ອນ😫????

‼️ຢຸດກ່ອນທຸກຄົນ ! ✅️ມານີ້ໆ Dāna 🩵ສິບອກ
👉🏻ໃນວັນທີ 14/03/2026 ເສົານີ້👈🏻📄 ພວກເຮົາຈະຈັດງານ" Scholarship workshop " ✨️😮🎀

🔴ຫ້າມພາດເລີຍທຸກຄົນ🎉 ມີ ຕັ້ງວ່າ3 ທຶນ 3 ປະເທດທີ່ພວກເຮົາຈະເຜີຍແຜ່ ແລະ ທີ່ສຳຄັນ ຍັງມີ guest speaker💐 ທີ່ເພິ່ນ ມາໃຫ້ຄຳແນະນຳ,ຄວາມຮູ້ ແລະ ທຣິກໃນການເອົາທຶນຕ່າງໆ.🤍💬

ສິ່ງທີ່ຈະໄດ້ຮັບ💫
- ໄດ້ຄວາມຮູ້ກູ່ຽວກັບທຶນການສຶກສາຂອງລັດຖະບານຕ່າງປະເທດ
- ໄດ້ແຮງບັນດານໃຈໄປສຶກສາຕໍ່ຢູ່ຕ່າງປະເທດ
- ໄດ້ໂອກາດສອບຖາມ ແລະ ແລກປ່ຽນປະສົບການ

✊🏻✊🏻ມາຮອດນີ້ແລ້ວ ບໍ່ສະມັກກະຄົງບໍ່ໄດ້ແລ້ວທຸກຄົນ
ສະມັກເລີຍທີ່ລິ້ງ:
https://docs.google.com/forms/d/e/1FAIpQLSfwscqsM2QPJkDUWR_MwfEImKONWHunNJzzKN6fb7HeRxmCmQ/viewform

📌ສະຖານທີ່: The Makerbox Laos
https://maps.app.goo.gl/mJFzyZjzPbUauZQ49
⌛ເວລາ: 13:30 - 16:30
📆 ວັນທີ: 14/03/2026
☺️ມາຈອຍນຳກັນເນີ້ທຸກຄົນ🩵!!!!

Anyone interested in scholarships or planning to apply for scholarships but has no experience at all?
And you don’t know where to start or what you should do first😫????

Wait a moment everyone! Come here Dāna has something to share! 📢

On Saturday, 14/03/2026, we will organize a “Scholarship Workshop” (wowww!) 🎓✨

Don’t miss this opportunity!
In this workshop, we will introduce 3 different countries and their scholarship opportunities. Most importantly, we will also have guest speakers who will share their experiences, advice, knowledge, and useful tips for winning scholarships.

What you will get:
- Insights about International University Scholarship from Selected Candidates
- Inspiration for studying abroad
- An opportunity to connect and chat chat with the Selected Candidates
See you there😊
+Apply now
https://docs.google.com/forms/d/e/1FAIpQLSfwscqsM2QPJkDUWR_MwfEImKONWHunNJzzKN6fb7HeRxmCmQ/viewform

📌Location: The Makerbox Laos
https://maps.app.goo.gl/mJFzyZjzPbUauZQ49
⌛Time: 13:30 - 16:30
📆 Date:14/03/2026

 ີPartner📣 ມີດີຄອງ ກຳລັງເປີດຮັບສະໝັກຜູ້ເຂົ້າຮ່ວມWorkshop :W**d to Worth (ປ່ຽນຜັກຕົບ ໃຫ້ກາຍເປັນມູນຄ່າແກ່ຊຸມຊົນ)🌱The Visio...
20/02/2026

ີPartner

📣 ມີດີຄອງ ກຳລັງເປີດຮັບສະໝັກຜູ້ເຂົ້າຮ່ວມ
Workshop :W**d to Worth (ປ່ຽນຜັກຕົບ ໃຫ້ກາຍເປັນມູນຄ່າແກ່ຊຸມຊົນ)🌱

The Vision:
ການປ່ຽນບັນຫາສິ່ງແວດລ້ອມ ໃຫ້ກາຍເປັນຜະລິດຕະພັນທີ່ເປັນມິດກັບທຳມະຊາດ, ສ້າງໂອກາດທາງທຸລະກິດ ແລະ ສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນ.

📍 ລາຍລະອຽດກິດຈະກຳ
• ສະຖານທີ່: MakerBox | ຮ່ອມ 3, ໜ່ວຍ 77, ບ້ານ ຈອມມະນີ, ນະຄອນຫຼວງວຽງຈັນ 01000
https://maps.app.goo.gl/WirSDvuzJK4r1KaB7?g_st=ic
⏰ ເວລາ: 8:30 – 16:00 ໂມງ
👉 ຈຳນວນ: ຈຳກັດພຽງ 20 ທ່ານເທົ່ານັ້ນ

🌟ຄຸນສົມບັດຜູ້ເຂົ້າຮ່ວມ:
ໄວໜຸ່ມອາຍຸ 18 - 30 ປີ
✅ສາມາດເດີນທາງໄປສະຖານທີ່ ແລະ ເຂົ້າຮ່ວມງານຈົນຈົບໄດ້.
✅ມີໃຈຮັກດ້ານສິ່ງແວດລ້ອມ, ລະບົບນິເວດ ແລະ ທຸລະກິດສີຂຽວ.
✅ສົນໃຈທີ່ຈະຮຽນຮູ້ກ່ຽວກັບຜັກຕົບ ແລະ ສິ່ງໃໝ່ໆ.

🍃 ສິ່ງທີ່ຈະໄດ້ຮຽນຮູ້ໃນງານ
• ຜົນກະທົບຕໍ່ລະບົບນິເວດ: ເຂົ້າໃຈກ່ຽວກັບຜັກຕົບ ແລະ ຜົນກະທົບຂອງມັນຕໍ່ສິ່ງແວດລ້ອມ.
• ການປ່ຽນຂີ້ເຫຍື້ອໃຫ້ມີມູນຄ່າ: ຮຽນຮູ້ຂັ້ນຕອນການປ່ຽນວັດສະພືດ ໃຫ້ກາຍເປັນຜະລິດຕະພັນ Eco-products.
• ຖອດບົດຮຽນຈາກຕົວຈິງ: ຮຽນຮູ້ປະສົບການຈາກຜູ້ປະກອບການທຸລະກິດສີຂຽວ (Eco-business).
• ແລກປ່ຽນໄອເດຍ: ຮ່ວມກັນວາງແຜນ ແລະ ຊອກຫາທາງອອກເພື່ອພັດທະນາຊຸມຊົນແບບຍືນຍົງ.

✨ສິ່ງທີ່ຈະໄດ້ຮັບ:
✅ ການຝຶກອົບຮົມ: ຮຽນຮູ້ບົດຮຽນໃໝ່ໆ ຈາກມືອາຊີບ.
✅ພັດທະນາທັກສະ: ຍົກລະດັບຄວາມສາມາດໃຫ້ຫຼາກຫຼາຍ ແລະ ຮອບດ້ານ.
✅ສ້າງເຄືອຂ່າຍ: ພົບປະສ້າງສັນ ແລະ ແລກປ່ຽນປະສົບການກັບໝູ່ເພື່ອນໃໝ່.
✅ໃບຢັ້ງຢືນ: ຮັບໃບຢັ້ງຢືນ (Certificate) ຫຼັງສິ້ນສຸດໂຄງການ.

🤩 ພິເສດ: ມີ ອາຫານທ່ຽງ, ນໍ້າດື່ມ ແລະ ອາຫານຫວ່າງໃຫ້ພ້ອມ!!

➡️ ຖ້າທ່ານສົນໃຈ, ສາມາດສະໝັກໄດ້ທີ່: https://forms.gle/tKS5n69UFdrZjev8A
⛔️ ປິດຮັບສະໝັກ: 24 ກຸມພາ 2026

📞 ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
Facebook: Medikhong - ມີດີຄອງ
Gmail: [email protected]
Coordinator: 020 56 699 451 Ms Sengsoulee Phaiboun (Sarah)

📌ຢ່າລືມສະໝັກເຂົ້າມາຮ່ວມກັນຫຼາຍໆເດີ ເເລະ ຂໍໃຫ້ທຸກຄົນໂຊກດີ, ຂໍຂອບໃຈ🙏🏻

-

📣 Medikhong is Now Accepting Applications!
Workshop: W**d to Worth (Turning Water Hyacinth into Community Value) 🌱

The Vision:
Turning environmental problems into eco-products, business, opportunities & community impact.

📍 Event Details
• Location: MakerBox | Alley 3, Unit 77, Jommanee Village, Vientiane Capital.
• Map: View on Google Maps
• Time: 08:30 – 16:00
• Availability: Limited to 20 participants only!

🌟 Participant Requirements
We are looking for young individuals (ages 18–30) who meet the following:
• Able to travel to the venue and attend the full session.
• Passionate about the environment, ecosystems, and green business.
• Eager to learn about water hyacinth innovation and sustainability.

🍃 What You Will Learn
• Ecosystem Impact: Understand the role of water hyacinth and its effects on the environment.
• Waste-to-Value: Master the process of converting invasive weeds into high-quality eco-products.
• Real-World Case Studies: Gain first-hand insights from experienced green business entrepreneurs.
• Idea Exchange: Collaborate on sustainable solutions for community development.

✨ Benefits of Joining
• Professional Training: Learn new, practical skills from industry experts.
• Skill Development: Enhance your versatility and problem-solving abilities.
• Networking: Connect and share experiences with like-minded peers.
• Certification: Receive an official certificate upon completion of the program.

🤩 Bonus: Lunch, drinking water, and snacks will be provided for all participants!

➡️ How to Apply
Ready to make a difference? Apply here: https://forms.gle/tKS5n69UFdrZjev8A
⛔️ Deadline: February 24, 2026

For more information, please contact:
• Facebook: Medikhong - ມີດີຄອງ
• Email: [email protected]
• Coordinator: 020 56 699 451 (Ms. Sengsoulee "Sarah" Phaiboun)

We can’t wait to see your applications! Good luck to everyone, and thank you for being part of the change. 🙏

✨ຢ່າລືມມາເຂົ້າຮ່ວມງານກັບພວກເຮົາ ມີທັ້ງຮ້ານອາຫານ ແລະ ກິດຈະກຳທີ່ຫນ້າຕື່ນເຕັ້ນອີກ🔥😍 #ຄະນະເພສັຊ
20/02/2026

✨ຢ່າລືມມາເຂົ້າຮ່ວມງານກັບພວກເຮົາ ມີທັ້ງຮ້ານອາຫານ ແລະ ກິດຈະກຳທີ່ຫນ້າຕື່ນເຕັ້ນອີກ🔥😍
#ຄະນະເພສັຊ

ຂໍເຊີນຊວນພະນັກງານຄູອາຈານ ແລະ ນັກສຶກສາພາຍໃນ ມວສ ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 116 ປີ ຂອງຄະນະເພສັຊສາດ ທີ່ຈະໝູນວຽນມາເຖິງໃນໄວໄວນີ້
#ຂອບໃຈຮູບພາບງາມໆຈາກນັກສຶກສາປີ2

06/02/2026

MedYa in Upshift Era! 🥳
ສະບາຍດີ, ພວກເຮົາ MedYa ແລະ ເປັນທີມທີ່ໄດ້ຮັບລາງວັນຊະນະເລີດໃນ “ໂຄງການ ສິນໄຊ Upshift” Phase II 🏅🌱

ໃນໄລຍະເວລາຂອງການແຂ່ງຂັນ, ພວກເຮົາໄດ້ຮຽນຮູ້ສິ່ງໃໝ່ໆ ແລະ ໄດ້ເຈິຜູ້ຄົນທີ່ຫຼາກຫຼາຍ. ພວກເຮົາມາຮອດຈຸດນີ້ບໍ່ໄດ້ ຫາກບໍ່ມີ
ຄຳແນະນຳຈາກ mentor Jen, ຄະນະກຳມະການ, ທີມງານ XMT ທຸກໆຄົນ ແລະແຮງຊັບພອດຈາກໝູ່ເພື່ອນ!

ຕະຫຼອດຄວາມທຸ່ມເທ ແລະ ຄວາມຕັ້ງໃຈທີ່ພວກເຮົາສຸມໃສ່, ພວກເຮົາຮູ້ສຶກຍິນດີທີ່ຈະນຳສະເໜີໂຄງການສີຂຽວຂອງພວກເຮົາ “ໂຄງການ ມີດີຄອງ”

ນີ້ເປັນພຽງຈຸດເລີ່ມຕົ້ນຂອງພວກເຮົາເທົ່ານັ້ນ, ລາງວັນອັນຊົງກຽດນີ້ຈະເປັນແຮງຜັກດັນ, ຂັບເຄື່ອນທີມຂອງພວກເຮົາໄປສູ່ການສ້າງຜົນກະທົບທາງບວກສິ່ງແວດລ້ອມ ແລະ ສັງຄົມ🌍🍃

ຖ້າທຸກຄົນຢາກຮູ້ວ່າໂຄງການ ມີດີຄອງເຮັດກ່ຽວກັບຫຍັງ ກົດບ່ອນນີ້ເລີຍ 🤫👉 MediKhong - ມີດີຄອງ

ຝາກຕິດຕາມໂປຣເຈັກສີຂຽວຂອງ MedYa ແນ່ເດີ! MediKhong - ມີດີຄອງ
27/01/2026

ຝາກຕິດຕາມໂປຣເຈັກສີຂຽວຂອງ MedYa ແນ່ເດີ! MediKhong - ມີດີຄອງ

🌱𝗬𝗼𝘂𝘁𝗵-𝗟𝗲𝗱 𝗔𝗰𝘁𝗶𝗼𝗻 𝗳𝗼𝗿 𝗘𝗻𝘃𝗶𝗿𝗼𝗻𝗺𝗲𝗻𝘁 & 𝗕𝗶𝗼𝗱𝗶𝘃𝗲𝗿𝘀𝗶𝘁𝘆 𝗦𝗲𝗿𝗶𝗲𝘀🌏

-𝗦𝗵𝗼𝘄𝗰𝗮𝘀𝗶𝗻𝗴 𝘁𝗵𝗲 𝟮𝗻𝗱 𝗖𝗼𝗵𝗼𝗿𝘁 𝗼𝗳 𝟵 𝗪𝗶𝗻𝗻𝗶𝗻𝗴 𝗣𝗿𝗼𝗷𝗲𝗰𝘁𝘀 | 𝗦𝗶𝗻𝘅𝗮𝘆:𝗨𝗣𝗦𝗛𝗜𝗙𝗧 𝟮𝟬𝟮𝟱–𝟮𝟬𝟮𝟲-

(English Below)

Xiang Miang Lab (XMT Youth Development) ພູມໃຈທີ່ໄດ້ສືບຕໍ່ການເດີນທາງເພື່ອການສ້າງສາຊຸມຊົນສີຂຽວ! 🌱

ຈາກຜົນສຳເລັດອັນປະຈັກຕາ ໃນໄລຍະທຳອິດ, ພວກເຮົາຕື່ນເຕັ້ນຢ່າງຍິ່ງທີ່ຈະເປີດຕົວ “Next-Gen Bio-Innovators”, 9 ທີມຊາວໜຸ່ມຜູ້ມີແນວຄິດສ້າງການປ່ຽນແປງ ຈາກໂຄງການ Sinxay:UPSHIFT 2025–2026 (Cohort 2).

ພວກເຂົາເຫຼົ່ານີ້ຄືກຸ່ມຄົນຮຸ່ນໃໝ່ທີ່ຈະມາຂັບເຄື່ອນນະວັດຕະກຳສີຂຽວ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ ໃນຂົງເຂດ ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ດ້ວຍແຮງຜັກດັນຈາກ Sinxay: UPSHIFT ຮຸ່ນກ່ອນ, ເຫຼົ່າຜູ້ສ້າງການປ່ຽນແປງ ໄດ້ນຳເອົາຄວາມຄິດສ້າງສັນ, ພູມປັນຍາທ້ອງຖິ່ນ ແລະ ສິ່ງແວດລ້ອມ ມາປະສານເຂົ້າກັນເພື່ອຟື້ນຟູລະບົບນິເວດ ແລະ ສ້າງຜົນກະທົບທີ່ຍືນຍົງໃຫ້ແກ່ຊຸມຊົນ ໃນຮູບແບບ 9 ໂຄງການດັ່ງນີ້:

🔵 ແຂວງຫຼວງພະບາງ:
🪴 ໂຄງການ: Good Soil Station — ທີມ: ຄືນຊີວິດໃຫ້ດິນ (https://www.facebook.com/share/1AB6UykZ3f/?mibextid=wwXIfr)
🐝 ໂຄງການ: Better Bee, Better Life — ທີມ: Better Life (https://www.facebook.com/share/1B5VMkArFp/?mibextid=wwXIfr)
🌳 ໂຄງການ: Green Legacy — ທີມ: 5king (https://www.facebook.com/share/1FwHmsntzi/?mibextid=wwXIfr)

🔵 ແຂວງສະຫວັນນະເຂດ:
🍵 ໂຄງການ: NatureRise — ທີມ: Rise&Reform (https://www.facebook.com/share/1BzCk14sTw/?mibextid=wwXIfr)
🔥 ໂຄງການ: CleanBurn — ທີມ: A.U.R.A
(https://www.facebook.com/share/1H5dKhvZ2S/?mibextid=wwXIfr)
🐊 ໂຄງການ: Know More Crocodile, Know More Ecosystem — ທີມ: Green Guardians
(https://www.facebook.com/share/183kPeYJaC/?mibextid=wwXIfr)

🔵 ນະຄອນຫລວງວຽງຈັນ:
🩺 ໂຄງການ: Medikhong — ທີມ: MedYa (https://www.facebook.com/share/1AX3CtRFkG/?mibextid=wwXIfr)
💧 ໂຄງການ: Smart Oil-Water Separation — ທີມ: Drop by Drop (https://www.facebook.com/share/17ZN8ogiah/?mibextid=wwXIfr)
🦋 ໂຄງການ: JaoPeek — ທີມ: THE CLAP (https://www.facebook.com/share/1DCX5CjACs/?mibextid=wwXIfr)

🌱 ປັດຈຸບັນ, ທັງ 9 ໂຄງການກຳລັງກ້າວເຂົ້າສູ່ໄລຍະບົ່ມເພາະ (Incubation) ແລະ ເລີ່ມລົງມືປະຕິບັດຕົວຈິງພາຍໃຕ້ການໃຫ້ຄຳແນະນຳຂອງ XMT.
ນີ້ແມ່ນໄລຍະທີ່ແນວຄວາມຄິດຈະກາຍເປັນການກະທຳ ແລະ ປ່ຽນຊຸມຊົນໃຫ້ກາຍເປັນພື້ນທີ່ແຫ່ງການຮຽນຮູ້, ການສ້າງສັນ ແລະ ການຮັກສາສິ່ງແວດລ້ອມຢ່າງແທ້ຈິງ.

📣 ນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ! ຂໍເຊີນທຸກທ່ານຮ່ວມຕິດຕາມການເດີນທາງ, ບົດຮຽນ ແລະ ຄວາມສຳເລັດຂອງພວກເຂົາທັງ 9 ທີມ ຜ່ານທາງໜ້າເພຈ Xiang Miang Lab ແລະ ຮ່ວມເປັນແຮງໃຈໃຫ້ແກ່ຊາວໜຸ່ມ ຜູ້ທີ່ກຳລັງສ້າງການປ່ຽນແປງອັນລ້ຳຄ່າເພື່ອມວນມະນຸດ ແລະ ທຳມະຊາດນຳກັນ.

🌟 ຂໍຂອບໃຈມາຍັງ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມງານຈາກທຸກພາກສ່ວນ ທີ່ໄດ້ປະກອບສ່ວນ ແລະ ສະໜັບສະໜູນ ເຮັດໃຫ້ການເດີນທາງຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

🔵🔵🔵🔵🔵🔵

Xiang Miang Lab (XMT Youth Development) is proud to continue the green journey. 🌱

Following the success of our first phase, we are excited to introduce the Next-Gen Bio-Innovators, 9 youth-led teams from the 2nd Cohort of Sinxay:UPSHIFT 2025–2026, who are advancing bold, community-driven solutions for environment and biodiversity across Luang Prabang, Savannakhet, and Vientiane Capital.

Building on the momentum of the previous cohort, these young changemakers are blending creativity, local knowledge, and environmental science to restore ecosystems and create lasting local impact:

🔵 Luang Prabang Province:

🪴 Project: Good Soil Station — Team: Revitalizing the Soil (https://www.facebook.com/share/1AB6UykZ3f/?mibextid=wwXIfr)
🐝 Project: Better Bee, Better Life — Team: Better Life (https://www.facebook.com/share/1B5VMkArFp/?mibextid=wwXIfr)
🌳 Project: Green Legacy — Team: 5king (https://www.facebook.com/share/1FwHmsntzi/?mibextid=wwXIfr)

🔵 Savannakhet Province:

🍵 Project: NatureRise — Team: Rise&Reform (https://www.facebook.com/share/1BzCk14sTw/?mibextid=wwXIfr)
🔥 Project: CleanBurn — Team: A.U.R.A (https://www.facebook.com/share/1H5dKhvZ2S/?mibextid=wwXIfr)
🐊 Project: Know More Crocodile, Know More Ecosystem — Team: Green Guardians (https://www.facebook.com/share/183kPeYJaC/?mibextid=wwXIfr)

🔵 Vientiane Capital:

🩺 Project: Medikhong — Team: MedYa (https://www.facebook.com/share/1AX3CtRFkG/?mibextid=wwXIfr)
💧 Project: Smart Oil-Water Separation — Team: Drop by Drop (https://www.facebook.com/share/17ZN8ogiah/?mibextid=wwXIfr)
🦋 Project: JaoPeek — Team: THE CLAP (https://www.facebook.com/share/1DCX5CjACs/?mibextid=wwXIfr)

🚀These projects are now entering the incubation and implementation phase under XMT, where ideas turn into action and communities become spaces for learning, innovation, and environmental stewardship.

📣 This is only the beginning.
Stay tuned as we share the progress, challenges, and successes of these 9 teams through the Xiang Miang Lab page and join us in supporting youth who are leading meaningful change for people and nature.

🌟 A big thank you to the Lao Youth Union, UNICEF Laos, and all our partners who contributed to and supported this successful journey.


 ີPartnerເປີດຮັບສະໝັກອາສາສະໝັກ “MediKhong - ມີດີຄອງ” ທີ່ຢູ່ພາຍໃຕ້ໂຄງການ UpShift UNICEF, Lao🇺🇳🌱ຖ້າທ່ານຢາກ “ລົງມືເຮັດຕົວຈິ...
08/01/2026

ີPartner

ເປີດຮັບສະໝັກອາສາສະໝັກ “MediKhong - ມີດີຄອງ” ທີ່ຢູ່ພາຍໃຕ້ໂຄງການ UpShift UNICEF, Lao🇺🇳🌱

ຖ້າທ່ານຢາກ “ລົງມືເຮັດຕົວຈິງ” ເພື່ອສິ່ງແວດລ້ອມ ແລະ ຊຸມຊົນ
ນີ້ຄືໂອກາດຂອງທ່ານ ✨
ພວກເຮົາກຳລັງຊອກຫາອາສາສະໝັກ ທີ່ພ້ອມຈະຮຽນຮູ້, ເຮັດວຽກຮ່ວມກັບຊຸມຊົນ ແລະ ສ້າງການປ່ຽນແປງໄປນຳກັນ 🙌🏻!!

ອາສາສະໝັກຈະໄດ້ເຮັດຫຍັງແດ່?
• ເຂົ້າຮ່ວມການຝຶກອົບຮົມ ແລະ ຮຽນຮູ້ຮ່ວມກັບຊາວບ້ານໃນພື້ນທີ່.
• ເຮັດວຽກແບບ Rotate Volunteer ຊ່ວຍເກັບຜັກຕົບອອກຈາກແຫຼ່ງນ້ຳ.
• ສື່ສານ ແລະ ປະສານງານກັບຊຸມຊົນ.
• ຊ່ວຍເປັນຜູ້ນຳພາ (Facilitator) ໃນກິດຈະກຳ ແລະ ການເຮັດວຽກພາກສະໜາມ.
• ລົງພື້ນທີ່ຕົວຈິງ ເພື່ອຮຽນຮູ້ສະພາບແວດລ້ອມ ແລະ ວິຖີຊີວິດຂອງຊຸມຊົນ.

ຄຸນສົມບັດຂອງຜູ້ສະໝັກ
• ອາຍຸ 18 ປີຂຶ້ນໄປ.
• ສາມາດເດີນທາງໄປຊຸມຊົນດ້ວຍຕົນເອງໄດ້.
• ສາມາດເຂົ້າຮ່ວມໂຄງການໄດ້ໃນຊ່ວງ ເດືອນມັງກອນ – ມີນາ.
• ມີເວລາວ່າງໃນຊ່ວງ ວັນເສົາ – ອາທິດ.
• ມີຄວາມອົດທົນ, ກ້າລົງມືເຮັດ ແລະ ເຮັດວຽກເປັນທີມໄດ້ດີ.
• ສົນໃຈວຽກງານດ້ານຄວາມຍືນຍົງ, ການອະນຸລັກສິ່ງແວດລ້ອມ ຫຼື ການພັດທະນາຊຸມຊົນ.

ສິ່ງທີ່ຈະໄດ້ຮັບ:
•ການຝຶກອົບຮົມ ແລະ ປະສົບການເຮັດວຽກຕົວຈິງ.
•ໂອກາດໃນການພັດທະນາທັກສະທີ່ຫຼາກຫຼາຍ.
•ໄດ້ເຄືອຂ່າຍມິດພາບ ແລະ ໝູ່ເພື່ອນໃໝ່ໆ.
•ໃບຢັ້ງຢືນ (Certificate) ຫຼັງຈົບໂຄງການ.

ກຳນົດສົ່ງ: ວັນທີ 14/ 01/ 2026

https://forms.gle/BEQ8fq2bhEpsaERD6

📍 ສະຖານທີ່ເຮັດກິດຈະກຳ: ບ້ານທາດຫຼວງໃຕ້, ຮ່ອມ 11.
https://maps.app.goo.gl/12PaHaEgwBSguNndA?g_st=ipc
ຖ້າທ່ານເຊື່ອວ່າການປ່ຽນແປງເລີ່ມຕົ້ນໄດ້ຈາກການ “ລົງມືເຮັດ”
ມາຮ່ວມເປັນສ່ວນໜຶ່ງຂອງພວກເຮົາໄປນຳກັນເດີ້

Congratulations 🎊🎉
07/01/2026

Congratulations 🎊🎉

👇👇
02/01/2026

👇👇

Address

Https://maps.app.goo.gl/4Wjd2EsQai7dCjnA8
Vientiane

Website

Alerts

Be the first to know and let us send you an email when MedYa - ເມັດຢາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share